ຂອບຄຸນ, ຂອບໃຈ, ຄວາມຂອບຄຸນ ເບິ່ງ ນະມັດສະການ; ພອນ, ໃຫ້ພອນ, ເປັນພອນ ນຳອີກ ຄວາມກະຕັນຍູສຳລັບພອນທີ່ໄດ້ຮັບຈາກພຣະເຈົ້າ. ການສະແດງຄວາມກະຕັນຍູເປັນສິ່ງພໍພຣະໄທຕໍ່ພຣະເຈົ້າ, ແລະ ການນະມັດສະການທີ່ແທ້ຈິງແມ່ນຮ່ວມດ້ວຍການຂອບພຣະໄທພຣະອົງ. ເຮົາຄວນຂອບພຣະໄທພຣະຜູ້ເປັນເຈົ້າສຳລັບທຸກສິ່ງທັງປວງ. ເປັນການດີແທ້ທີ່ໂມທະນາຂອບພຣະໄທພຣະຜູ້ເປັນເຈົ້າ, ພສສ 92:1. ຈົ່ງເຂົ້າມາເຝົ້າພຣະອົງດ້ວຍການໂມທະນາຂອບພຣະໄທ, ພສສ 95:1–2. ຈົ່ງຂອບພຣະໄທພຣະອົງ, ແລະ ສັນລະເສີນພຣະນາມຂອງພຣະອົງ, ພສສ 100. ຈົ່ງໂມທະນາຂອບພຣະໄທຢູ່ບໍ່ຂາດ, ອຟຊ 1:15–16. ຈົ່ງມີໃຈກະຕັນຍູ, ກລຊ 3:15. ຄຳສັນລະເສີນ, ແລະ ສະຫງ່າລາສີ, ແລະ ຄຳໂມທະນາຂອບພຣະໄທ, ແລະ ກຽດຕິຍົດ ຈົ່ງເປັນຂອງພຣະເຈົ້າ, ພນມ 7:12. ໂອ້ ພວກທ່ານຄວນຈະຂອບພຣະໄທກະສັດແຫ່ງສະຫວັນຂອງພວກທ່ານຫລາຍປານໃດນໍ, ມຊຢ 2:19–21. ໃຊ້ຊີວິດຢູ່ໃນການຂອບພຣະໄທທຸກໆມື້, ແອວ 34:38. ເວລາລູກຕື່ນຂຶ້ນຕອນເຊົ້າ ກໍຂໍໃຫ້ໃຈຂອງລູກເຕັມໄປດ້ວຍຄວາມຂອບພຣະໄທພຣະຜູ້ເປັນເຈົ້າ, ແອວ 37:37. ເຈົ້າຄວນເຮັດທຸກສິ່ງດ້ວຍຄຳອະທິຖານ ແລະ ຄວາມຂອບພຣະໄທ, ຄພ 46:7. ເຈົ້າຕ້ອງຂອບພຣະໄທພຣະເຈົ້າ, ຄພ 46:32. ເຮັດສິ່ງເຫລົ່ານີ້ດ້ວຍຄວາມຂອບພຣະໄທ, ຄພ 59:15–21. ໄດ້ຮັບພອນນີ້ຈາກພຣະຫັດຂອງພຣະຜູ້ເປັນເຈົ້າ, ດ້ວຍໃຈທີ່ຮູ້ບຸນຄຸນ, ຄພ 62:7. ຄົນທີ່ຮັບເອົາທຸກສິ່ງທັງປວງດ້ວຍຄວາມຂອບພຣະໄທຈະຖືກເຮັດໃຫ້ຮຸ່ງເຮືອງ, ຄພ 78:19. ຈົ່ງຖວາຍຄວາມຂອບພຣະໄທໃນທຸກສິ່ງ, ຄພ 98:1 (1 ທສນ 5:18). ຈົ່ງສັນລະເສີນພຣະຜູ້ເປັນເຈົ້າດ້ວຍຄຳອະທິຖານທີ່ເປັນຄວາມສັນລະເສີນ ແລະ ຄວາມຂອບພຣະໄທ, ຄພ 136:28.