ສິ່ງ​ຊ່ວຍ​ສຶກ​ສາ
ໂຢ​ເຊັບ, ສາ​ມີ​ຂອງ​ນາງ​ມາ​ຣີ


ໂຢ​ເຊັບ, ສາ​ມີ​ຂອງ​ນາງ​ມາ​ຣີ

ສາ​ມີ​ຂອງ​ນາງ​ມາ​ຣີ, ມານ​ດາ​ຂອງ​ພຣະ​ເຢ​ຊູ. ໂຢ​ເຊັບ​ເປັນ​ທາ​ຍາດ​ຂອງ​ດາ​ວິດ (ມທ 1:1–16; ລກ 3:23–38) ແລະ ໄດ້​ອາ​ໄສ​ຢູ່​ໃນ​ນາ​ຊາ​ເຣັດ. ລາວ​ໄດ້​ເປັນ​ຄູ່​ໝັ້ນ​ຂອງ​ນາງ​ມາ​ຣີ. ບໍ່​ດົນ​ກ່ອນ​ເຂົາ​ເຈົ້າ​ຈະ​ແຕ່ງ​ງານ​ກັນ, ທູດ​ຄັບ​ຣີ​ເອນ​ໄດ້​ມາ​ຢ້ຽມ​ຢາມ​ນາງ, ຜູ້​ໄດ້​ປະ​ກາດ​ວ່າ ນາງ​ມາ​ຣີ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ມານ​ດາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ລກ 1:26–35). ໂຢ​ເຊັບ​ກໍ​ໄດ້​ຮັບການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ກຳ​ເນີດ​ແຫ່ງ​ສະ​ຫວັນ​ນີ້​ຄື​ກັນ (ມທ 1:20–25).

ນາງ​ມາ​ຣີ​ເປັນ​ບິ​ດາ​ມານ​ດາ​ຄົນ​ດຽວ​ເທົ່າ​ນັ້ນ​ຂອງ​ພຣະ​ເຢ​ຊູ​ຢູ່​ໃນ​ໂລກ​ນີ້ ເພາະ​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ພຣະ​ເຢ​ຊູ. ແຕ່​ຊາວ​ຢິວ​ຄິດ​ວ່າ​ໂຢ​ເຊັບ​ເປັນ​ບິ​ດາ​ຂອງ​ພຣະ​ເຢ​ຊູ, ແລະ ພຣະ​ເຢ​ຊູ​ກໍ​ໄດ້​ນັບ​ຖື​ລາວ​ເປັນ​ບິ​ດາ​ຂອງ​ພຣະ​ອົງ (ລກ 2:48, 51). ໂດຍ​ທີ່​ໄດ້​ຖືກ​ເຕືອນ​ດ້ວຍ​ຄວາມ​ຝັນ​ຈາກ​ສະ​ຫວັນ, ໂຢ​ເຊັບ ຈຶ່ງ​ໄດ້​ຮັກ​ສາ​ຊີ​ວິດ​ຂອງ​ກຸມ​ມານ​ນ້ອຍ​ເຢ​ຊູ ໂດຍ​ການ​ໜີ​ໄປ​ປະ​ເທດ​ເອ​ຢິບ (ມທ 2:13–14). ຫລັງ​ຈາກ​ເຮ​ໂຣດ​ໄດ້​ຕາຍ​ໄປ, ທູດໄດ້​ແນະ​ນຳ​ໂຢ​ເຊັບ​ໃຫ້​ພາ​ພຣະ​ຄຣິດ​ກັບ​ຄືນ​ໄປ​ອິດ​ສະ​ຣາ​ເອນ (ມທ 2:19–23).

ພິມ