ສິ່ງ​ຊ່ວຍ​ສຶກ​ສາ
ເຢ​ເຣ​ມີ​ຢາ


ເຢ​ເຣ​ມີ​ຢາ

ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ເກີດ​ໃນ​ຄອບ​ຄົວ​ປະ​ໂລ​ຫິດ ແລະ ໄດ້​ທຳ​ນາຍ​ໃນ​ຢູ​ດາ ຈາກ 626 ເຖິງ 586 ປີ ກ່ອນ ຄ.ສ. ເພິ່ນ​ມີ​ຊີ​ວິດ​ຢູ່​ໃກ້​ສະ​ໄໝ​ຂອງ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່ ເຊັ່ນ: ລີ​ໄຮ, ເອ​ເຊ​ກຽນ, ໂຮ​ເຊ​ອາ, ແລະ ດາ​ນີ​ເອນ.

ເຢ​ເຣ​ມີ​ຢາ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສາດ​ສະ​ດາ​ຕອນ​ມີ​ຊີ​ວິດ​ກ່ອນ​ມະ​ຕະ (ຢມຢ 1:4–5). ໃນ​ໄລ​ຍະ​ປະ​ມານ​ສີ່​ສິບ​ປີ​ທີ່​ເປັນ​ສາດ​ສະ​ດາ ເພິ່ນ​ໄດ້​ສອນ​ຕ້ານ​ຮູບ​ບູ​ຊາ ແລະ ຄວາມ​ອະ​ທຳ ໃນ​ບັນ​ດາ​ຊາວ​ຢິວ (ຢມຢ 3:1–5; 7:8–10). ເພິ່ນ​ໄດ້​ປະ​ເຊີນ​ກັບ​ສິ່ງ​ກົງ​ກັນ​ຂ້າມ ແລະ ການ​ດູ​ຖູກ​ສະ​ເໝີ (ຢມຢ 20:2; 36:18–19; 38:4). ຫລັງ​ຈາກ​ຄວາມ​ລົ້ມ​ເຫລວ​ຂອງ​ເຢ​ຣູ​ຊາ​ເລັມ, ຊາວ​ຢິວ​ຜູ້​ໄດ້​ລັກ​ໜີ​ໄປ​ຫາ​ປະ​ເທດ​ເອ​ຢິບ ໄດ້​ພາ​ເຢ​ເຣ​ມີ​ຢາ​ໄປ​ດ້ວຍ (ຢມຢ 43:5–6), ຕາມ​ທີ່​ບອກ​ເລົ່າ​ກັນ​ມາ ເປັນ​ບ່ອນ​ທີ່​ເພິ່ນ​ໄດ້​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່​ຈົນ​ເຖິງ​ແກ່​ຄວາມ​ຕາຍ.

ພຣະ​ທຳ​ເຢ​ເຣ​ມີ​ຢາ

ບົດ​ທີ 1–6 ບັນ​ຈຸ​ຄຳ​ທຳ​ນາຍ​ທີ່​ມອບ​ໃຫ້​ໃນ​ໄລ​ຍະ​ການ​ປົກ​ຄອງ​ຂອງ​ໂຈ​ໄຊ​ຢາ. ບົດ​ທີ 7–20 ເປັນຄຳ​ທຳ​ນາຍ​ໃນ​ສະ​ໄໝ​ຂອງ​ເຢ​ໂຮຍ​ອາ​ກີມ. ບົດ​ທີ 21–38 ກ່ຽວ​ກັບການ​ປົກ​ຄອງ​ຂອງ​ເຊ​ເດ​ກີ​ຢາ. ບົດ​ທີ 39–44 ບັນ​ຈຸ​ຄຳ​ທຳ​ນາຍ ແລະ ບັນ​ຍາຍ​ກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ປະ​ຫວັດ​ສາດ ຫລັງ​ຈາກ​ຄວາມ​ລົ້ມ​ເຫລວ​ຂອງ​ເຢ​ຣູ​ຊາ​ເລັມ. ບົດ​ທີ 45 ບັນ​ຈຸ​ຄຳ​ສັນ​ຍາ​ຕໍ່​ບາຣຸກ, ຜູ້​ຂຽນ​ຂອງ​ເພິ່ນ, ວ່າ​ຊີ​ວິດ​ຂອງ​ບາຣຸກ​ຈະ​ຖືກ​ຮັກ​ສາ​ໄວ້. ສຸດ​ທ້າຍ, ບົດ​ທີ 46–51 ເປັນ​ຄຳ​ທຳ​ນາຍ​ຕໍ່​ຕ້ານ​ປະ​ຊາ​ຊາດ​ຕ່າງໆ. ບົດ​ທີ 52 ເປັນ​ການ​ສະ​ຫລຸບ​ປະ​ຫວັດ​ສາດ. ຄຳ​ທຳ​ນາຍ​ບາງ​ຢ່າງ​ຂອງ​ເຢ​ເຣ​ມີ​ຢາ ມີ​ບັນ​ຈຸ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ຂອງ​ລາ​ບານ ຊຶ່ງ​ນີ​ໄຟ​ໄດ້​ຮັກ​ສາ​ໄວ້ (1 ນຟ 5:10–13). ເຢ​ເຣ​ມີ​ຢາ​ກໍ​ຖືກ​ກ່າວ​ເຖິງ​ສອງ​ເທື່ອ​ອື່ນ​ອີກ​ໃນ​ພຣະ​ຄຳ​ພີ​ມໍ​ມອນ (1 ນຟ 7:14; ຮລມ 8:20).

ພຣະ​ທຳ​ເຢ​ເຣ​ມີ​ຢາ​ຍັງ​ຮ່ວມ​ດ້ວຍ​ການ​ຮັບ​ຮູ້​ການ​ມີ​ຊີ​ວິດ​ຢູ່​ກ່ອນ​ຊີ​ວິດ​ມະ​ຕະ ແລະ ເຖິງ​ການ​ແຕ່ງ​ຕັ້ງ​ກ່ອນ​ເກີດ​ຂອງ​ເຢ​ເຣ​ມີ​ຢາ (ຢມຢ 1:4–5); ຄຳ​ທຳ​ນາຍ​ກ່ຽວ​ກັບ​ການ​ກັບ​ມາ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ການ​ກະ​ຈັດ​ກະ​ຈາຍ​ຂອງ​ພວກ​ເຂົາ, ການ​ເຕົ້າ​ໂຮມ​ເມືອງ​ໜຶ່ງ ແລະ ສອງ​ຄອບ​ຄົວ​ສູ່​ຊີ​ໂອນ, ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່​ສວຍ​ງາມ ບ່ອນ​ທີ່​ຊາວ​ອິດ​ສະ​ຣາ​ເອນ ແລະ ຊາວ​ຢູ​ດາ ສາ​ມາດ​ອາ​ໄສ​ຢູ່​ຢ່າງ​ປອດ​ໄພ ແລະ ສະ​ຫງົບ​ສຸກ (ຢມຢ 3:12–19); ແລະ ຄຳ​ທຳ​ນາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ແຜ່ນ​ດິນ​ທາງ​ທິດ​ເໜືອ ໂດຍ​ການ​ສົ່ງ “ຊາວ​ປະ​ມຸງ” ແລະ “ນັກ​ລ່າ​ສັດ” ໄປ​ຊອກ​ຫາ​ພວກ​ເຂົາ (ຢມຢ 16:14–21). ເຫດ​ການ​ນີ້​ຊຶ່ງ​ຈະ​ເກີດ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ ຈະ​ເປັນ​ເຫດ​ການ​ທີ່​ໃຫຍ່​ໂຕ, ໃຫຍ່​ກວ່າ​ເຫດ​ການ​ທີ່​ໂມ​ເຊ​ໄດ້​ພາ​ຊາວ​ອິດ​ສະ​ຣາ​ເອນ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ (ຢມຢ 16:13–15; 23:8).