ຊາວເຮັບເຣີ, ສານເຖິງ
ໜັງສືໃນພຣະຄຳພີໃໝ່. ໂປໂລໄດ້ຂຽນຈົດໝາຍສະບັບນີ້ເຖິງສະມາຊິກຂອງສາດສະໜາຈັກທີ່ເປັນຊາວຢິວ ເພື່ອເກ້ຍກ່ອມເຂົາເຈົ້າວ່າ ສ່ວນສຳຄັນຂອງກົດຂອງໂມເຊໄດ້ສົມບູນແລ້ວໃນພຣະຄຣິດ ແລະ ວ່າກົດແຫ່ງພຣະກິດຕິຄຸນທີ່ສູງກວ່າຂອງພຣະຄຣິດໄດ້ມາທົດແທນ. ເມື່ອໂປໂລໄດ້ກັບມາທີ່ເຢຣູຊາເລັມໃນບັ້ນທ້າຍຂອງການໄປສອນສາດສະໜາເທື່ອທີສາມຂອງເພິ່ນ (ປະມານ ຄ.ສ. 60), ເພິ່ນໄດ້ພົບເຫັນວ່າ ສະມາຊິກຂອງສາດສະໜາຈັກທີ່ເປັນຊາວຢິວຍັງປະຕິບັດຕາມກົດຂອງໂມເຊຢູ່ (ກຈກ 21:20). ເປັນເວລາຢ່າງໜ້ອຍສິບປີຫລັງຈາກກອງປະຊຸມຂອງສາດສະໜາຈັກຢູ່ເຢຣູຊາເລັມຈຶ່ງເຫັນໄດ້ວ່າ ພິທີການບາງຢ່າງໃນກົດຂອງໂມເຊບໍ່ຈຳເປັນຕໍ່ຄວາມລອດຂອງຊາວຄຣິດສະຕຽນຄົນຕ່າງຊາດ. ປະກົດວ່າ, ບໍ່ດົນຫລັງຈາກນັ້ນໂປໂລ ໄດ້ຂຽນເຖິງຊາວເຮັບເຣີ ເພື່ອສະແດງໃຫ້ເຂົາເຈົ້າເຫັນໂດຍທາງພຣະຄຳພີຂອງເຂົາເຈົ້າເອງ ແລະ ໂດຍເຫດຜົນທີ່ເໝາະສົມ ວ່າເປັນຫຍັງເຂົາເຈົ້າຈຶ່ງບໍ່ຈຳເປັນຕ້ອງປະຕິບັດຕາມກົດຂອງໂມເຊອີກຕໍ່ໄປ.
ບົດທີ 1 ແລະ 2 ອະທິບາຍວ່າພຣະເຢຊູຍິ່ງໃຫຍ່ກວ່າເຫລົ່າທູດ. ບົດທີ 3–7 ປຽບທຽບພຣະເຢຊູໃສ່ກັບໂມເຊ ແລະ ໃສ່ກັບກົດຂອງໂມເຊ ແລະ ເປັນພະຍານວ່າພຣະອົງຍິ່ງໃຫຍ່ກວ່າທັງສອງ. ທັງສອງໄດ້ສິດສອນວ່າ ຖານະປະໂລຫິດແຫ່ງເມນຄີເສເດັກແມ່ນຍິ່ງໃຫຍ່ກວ່າຖານະປະໂລຫິດແຫ່ງອາໂຣນ. ບົດທີ 8–9 ອະທິບາຍພິທີການຂອງໂມເຊ ທີ່ຕຽມຜູ້ຄົນສຳລັບການປະຕິບັດສາດສະໜາກິດຂອງພຣະຄຣິດ ແລະ ເຖິງວິທີທີ່ພຣະຄຣິດເປັນຜູ້ເປັນກາງຂອງພັນທະສັນຍາໃໝ່ (ແອວ 37:38–45; ຄພ 84:21–24). ບົດທີ 10 ເປັນຄຳແນະນຳໃຫ້ມີຄວາມພາກພຽນ ແລະ ຊື່ສັດ. ບົດທີ 11 ເປັນຄຳປາໄສກ່ຽວກັບສັດທາ. ບົດທີ 12 ໃຫ້ຄຳແນະນຳ ແລະ ການທັກທາຍ. ບົດທີ 13 ກ່ຽວພັນກັບລະບຽບການແຕ່ງງານທີ່ມີກຽດ ແລະ ຄວາມສຳຄັນຂອງການເຊື່ອຟັງ.