ສິ່ງ​ຊ່ວຍ​ສຶກ​ສາ
ຕີໂຕ, ສານ​ເຖິງ


ຕີໂຕ, ສານ​ເຖິງ

ລະຫວ່າງ​ທີ່​ໂປໂລ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ຂອງ​ຊາວ​ໂຣມ, ລາວ​ໄດ້​ຂຽນ​ສານ​ເຖິງ​ຕີໂຕ, ຜູ້​ຢູ່ ກະເຣເຕ. ສ່ວນ​ຫລາຍ​ແລ້ວ ຈົດ​ໝາຍ​ສະບັບ​ນັ້ນ​ໄດ້​ບັນ​ຈຸ​ຄຳ​ຖາມ ທີ່​ກ່ຽວ​ກັບ​ວິໄນ​ພາຍ​ໃນ ແລະ ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ.

ບົດ​ທີ 1 ບັນ​ຈຸ​ຄຳ​ທັກ​ທາຍ​ຂອງ​ໂປໂລ ພ້ອມ​ທັງ​ຄຳ​ແນະນຳ​ທົ່ວ​ໄປ ແລະ ຄຸນ​ສົມ​ບັດ​ຂອງ​ຜູ້​ເປັນ​ອະ​ທິ​ການ. ບົດ​ທີ 2–3 ບັນ​ຈຸ​ຄຳ​ສອນ​ທົ່ວ​ໄປ ແລະ ຂ່າວ​ສານ​ສ່ວນ​ຕົວ​ເຖິງ​ຕີໂຕ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຕໍ່​ກຸ່ມ​ຕ່າງໆ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ຊາວ​ກະເຣເຕ. ໂປໂລ​ໄດ້​ຊຸກ​ຍູ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ເອົາ​ຊະນະ ຄວາມ​ເສື່ອມ​ຊາມ, ໃຫ້​ມີ​ຄວາມ​ເອົາ​ໃຈ​ໃສ່ ແລະ ຊື່​ສັດ, ແລະ ຮັກ​ສາ​ວຽກ​ງານ​ດີ​ເອົາ​ໄວ້.

ພິມ