ສິ່ງ​ຊ່ວຍ​ສຶກ​ສາ
ເນ​ເຫ​ມີ​ຢາ


ເນ​ເຫ​ມີ​ຢາ

ຊາຍ​ຜູ້​ມີ​ກຽດ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ບາ​ບີ​ໂລນ ຢູ່​ໃນ​ພຣະ​ຄຳ​ພີ​ເດີມ (ອາດ​ເປັນ​ຊາວ​ເລ​ວີ ຫລື ເຜົ່າ​ຂອງ​ຢູ​ດາ) ຜູ້​ມີ​ຕຳ​ແໜ່ງ​ເປັນ​ຜູ້​ລໍ​ຮັບ​ໃຊ້ ຢູ່​ໃນ​ວັງ​ຂອງ​ອາກຕາ​ເຊ​ເຊັດ, ຊຶ່ງ​ໂດຍ​ການ​ນີ້ ລາວ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ສ້ອມ​ແປງ​ກຳ​ແພງ​ເມືອງ​ເຢ​ຣູ​ຊາ​ເລັມ​ຄືນ​ໃໝ່.

ພຣະ​ທຳ​ເນ​ເຫ​ມີ​ຢາ

ໜັງ​ສື​ເຫລັ້ມ​ນີ້​ບັນ​ຈຸ​ເລື່ອງ​ລາວ​ທີ່​ຕໍ່​ເນື່ອງ​ຈາກ​ພຣະ​ທຳ​ເອ​ຊະ​ຣາ. ມັນ​ບັນ​ຈຸ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ ແລະ ຄວາມ​ຫຍຸ້ງ​ຍາກ​ຂອງ​ວຽກ​ງານ​ທີ່​ເຢ​ຣູ​ຊາ​ເລັມ ຫລັງ​ຈາກ​ທີ່​ຊາວ​ຢິວ​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະ​ເລີຍ​ທີ່​ບາ​ບີ​ໂລນ. ບົດ​ທີ 1–7 ບອກ​ເຖິງ​ການ​ຢ້ຽມ​ຢາມ​ເຢ​ຣູ​ຊາ​ເລັມ​ເທື່ອ​ທຳ​ອິດ​ຂອງ​ເນ​ເຫ​ມີ​ຢາ ແລະ ການ​ສ້ອມ​ແປງ​ກຳ​ແພງ​ຄືນ​ໃໝ່, ເຖິງ​ແມ່ນ​ຈະ​ປະ​ເຊີນ​ກັບ​ການ​ກີດ​ກັນ​ອັນ​ໃຫຍ່​ຫລວງ​ກໍ​ຕາມ. ບົດ​ທີ 8–10 ບັນ​ຍາຍ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ທາງ​ສາດ​ສະ​ໜາ ແລະ ທາງ​ສັງ​ຄົມ ທີ່​ເນ​ເຫ​ມີ​ຢາ​ໄດ້​ພະ​ຍາ​ຍາມ​ດຳ​ເນີນ​ການ. ບົດ​ທີ 11–13 ບອກ​ລາຍ​ຊື່​ຂອງ​ຄົນ​ທີ່​ມີ​ຄ່າ​ຄວນ ແລະ ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ການ​ອຸ​ທິດ​ກຳ​ແພງ. ຂໍ້ 4–31 ຂອງ ບົດ​ທີ 13 ບັນ​ທຶກ​ການ​ຢ້ຽມ​ຢາມ​ເຢ​ຣູ​ຊາ​ເລັມ​ເທື່ອ​ທີ​ສອງ​ເນ​ເຫ​ມີ​ຢາ ຫລັງ​ຈາກ​ໄດ້​ຈາກ​ໄປ​ເປັນ​ເວ​ລາ​ສິບ​ສອງ​ປີ.

ພິມ