ສິ່ງ​ຊ່ວຍ​ສຶກ​ສາ
ເອໂນດ, ລູກ​ຊາຍ​ຂອງ​ຢາໂຄບ


ເອໂນດ, ລູກ​ຊາຍ​ຂອງ​ຢາໂຄບ

ສາດ​ສະ​ດາ​ນີໄຟ ແລະ ຜູ້​ຮັກ​ສາ​ບັນ​ທຶກ​ໃນ​ພຣະ​ຄຳ​ພີ​ມໍມອນ ທີ່​ໄດ້​ອະ​ທິ​ຖານ ແລະ ໄດ້​ຮັບ​ການ​ປົດ​ຈາກ​ບາບ​ຂອງ​ເພິ່ນ ຜ່ານ​ສັດທາ​ຂອງ​ເພິ່ນ​ໃນ​ພຣະ​ຄຣິດ (ອນ 1:1–8). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ເອໂນດ​ເພື່ອ​ນຳ​ພຣະ​ຄຳ​ພີ​ມໍມອນ​ມາ​ໃຫ້​ຊາວ​ເລມັນ (ອນ 1:15–17).

ໜັງສື​ເອໂນດ

ໜັງ​ສື​ໃນ​ພຣະ​ຄຳ​ພີ​ມໍມອນ​ທີ່​ບອກ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ຂອງ​ເອໂນດ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ທູນ​ຂໍ​ການອະໄພ​ໂທດ​ເພື່ອ​ຕົນ​ເອງ, ເພື່ອ​ຜູ້​ຄົນ​ຂອງ​ເພິ່ນ, ແລະ ເພື່ອ​ຄົນ​ອື່ນໆ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເພິ່ນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ຈະ​ຖືກ​ຮັກ​ສາ​ໄວ້ ແລະ ມີ​ໃຫ້​ແກ່​ຊາວ​ເລມັນ​ໃນ​ອະ​ນາ​ຄົດ. ເຖິງ​ແມ່ນ​ວ່າ​ໜັງ​ສື​ນີ້​ຈະ​ມີ​ພຽງ​ແຕ່​ບົດ​ດຽວ​ເທົ່າ​ນັ້ນ, ແຕ່​ມັນ​ກໍ​ບັນ​ທຶກ​ເລື່ອງ​ລາວ​ທີ່​ມີ​ພະ​ລັງ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ​ຜູ້​ໄດ້​ສະແຫວງ​ຫາ​ພຣະ​ເຈົ້າ​ໃນ​ການ​ອະ​ທິ​ຖານ, ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ເຈົ້າ, ແລະ ກ່ອນ​ການ​ຕາຍ​ຂອງ​ເພິ່ນ, ເພິ່ນ​ໄດ້​ຊື່ນ​ຊົມ​ກັບ​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ໄຖ່.

ພິມ