ສິ່ງ​ຊ່ວຍ​ສຶກ​ສາ
ເຄື່ອງ​ໝາຍ


ເຄື່ອງ​ໝາຍ

ເຫດ​ການ ຫລື ປະ​ສົບ​ການ ຊຶ່ງ​ຜູ້​ຄົນ​ເຂົ້າ​ໃຈ​ວ່າ​ເປັນ​ຫລັກ​ຖານ ຫລື ເຄື່ອງ​ພິ​ສູດ​ກ່ຽວ​ກັບ​ບາງ​ສິ່ງ. ຕາມ​ປົກ​ກະ​ຕິ​ແລ້ວ ເຄື່ອງ​ໝາຍ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ ສະແດງ​ໃຫ້​ປະຈັກ​ຈາກ​ພຣະ​ເຈົ້າ. ຊາຕານ​ກໍ​ມີ​ອຳນາດ​ທີ່​ຈະ​ສະແດງ​ເຄື່ອງ​ໝາຍ​ໃນ​ບາງ​ສະພາບ​ການ. ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຄວນ​ສະແຫວງ​ຫາ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ ແຕ່​ບໍ່​ຄວນ​ສະແຫວງ​ຫາ​ເຄື່ອງ​ໝາຍ ເພື່ອ​ສະ​ໜອງ​ຄວາມ​ຢາກ​ຮູ້​ຢາກ​ເຫັນ ຫລື ຢືນ​ຢັນ​ສັດທາ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະທານ​ເຄື່ອງ​ໝາຍ​ໃຫ້ ເມື່ອ​ພຣະ​ອົງ​ເຫັນ​ວ່າ​ສົມ​ຄວນ​ຕໍ່​ຜູ້​ທີ່​ເຊື່ອ (ຄພ 58:64).

ພິມ