ສິ່ງ​ຊ່ວຍ​ສຶກ​ສາ
ເອ​ເຟ​ໂຊ, ສານ​ເຖິງ


ເອ​ເຟ​ໂຊ, ສານ​ເຖິງ

ໃນ​ພຣະ​ຄຳ​ພີ​ໃໝ່, ສານ​ທີ່​ຂຽນ​ໂດຍ​ອັກຄະ​ສາວົກ​ໂປໂລ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ເມືອງ​ເອ​ເຟ​ໂຊ. ສານ​ນີ້​ມີ​ຄວາມ​ສຳ​ຄັນ​ຫລາຍ, ເພາະ​ມັນ​ບັນ​ຈຸ​ຄຳ​ສັ່ງ​ສອນ​ຂອງ​ໂປໂລ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.

ບົດ​ທີ 1 ບັນ​ຈຸ​ຄຳ​ທັກ​ທາຍ​ຕາມ​ປົກ​ກະ​ຕິ. ບົດ​ທີ 2–3 ອະ​ທິ​ບາຍ​ເຖິງ​ຄວາມ​ປ່ຽນ​ແປງ​ທີ່​ເກີດ​ຂຶ້ນ​ໃນ​ຜູ້​ຄົນ ເມື່ອ​ເຂົາ​ເຈົ້າ​ກາຍ​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ—​ເຂົາ​ເຈົ້າ​ກາຍ​ເປັນ​ພົນ​ລະ​ເມືອງ​ນຳ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ນຳ​ຄົນ​ຕ່າງ​ຊາດ ແລະ ຊາວ​ຢິວ ໄດ້​ລວມ​ເຂົ້າ​ກັນ​ເປັນ​ສາດ​ສະ​ໜາ​ຈັກ​ດຽວ. ບົດ​ທີ 4–6 ອະ​ທິ​ບາຍ​ເຖິງ​ບົດ​ບາດ​ຂອງ​ອັກຄະ​ສາວົກ ແລະ ສາດ​ສະ​ດາ, ຄວາມ​ຈຳ​ເປັນ​ຕ້ອງ​ເປັນ​ໜຶ່ງ, ແລະ ຄວາມ​ຈຳ​ເປັນ​ຕ້ອງ​ສວມ​ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະເຈົ້າ.

ພິມ