ມະຫາປະໂລຫິດ
ຕຳແໜ່ງໜຶ່ງໃນຖານະປະໂລຫິດ. ພຣະຄຳພີກ່າວເຖິງ “ມະຫາປະໂລຫິດ” ໃນຄວາມໝາຍສອງຢ່າງ: (1) ຕຳແໜ່ງໃນຖານະປະໂລຫິດແຫ່ງເມນຄີເສເດັກ; ແລະ (2) ພາຍໃຕ້ກົດຂອງໂມເຊ, ເຈົ້າໜ້າທີ່ຄວບຄຸມ ຖານະປະໂລຫິດແຫ່ງອາໂຣນ.
ຄວາມໝາຍທຳອິດໝາຍເຖິງພຣະເຢຊູຄຣິດໃນຖານະມະຫາປະໂລຫິດທີ່ຍິ່ງໃຫຍ່. ອາດາມ ແລະ ປິຕຸທຸກຄົນກໍໄດ້ເປັນມະຫາປະໂລຫິດຄືກັນ. ທຸກວັນນີ້, ມະຫາປະໂລຫິດສາມຄົນຕັ້ງເປັນຝ່າຍປະທານສູງສຸດຂອງສາດສະໜາຈັກ ແລະ ຄວບຄຸມຜູ້ດຳລົງຖານະປະໂລຫິດ ແລະ ສະມາຊິກຂອງສາດສະໜາຈັກທັງໝົດ. ມີຜູ້ຊາຍທີ່ມີຄ່າຄວນຫລາຍຄົນຕື່ມອີກທີ່ໄດ້ຖືກແຕ່ງຕັ້ງຕໍ່ມະຫາປະໂລຫິດຕາມທີ່ເຫັນວ່າເໝາະສົມ ຕະຫລອດທົ່ວສາດສະໜາຈັກໃນທຸກວັນນີ້. ມະຫາປະໂລຫິດອາດຖືກເອີ້ນ, ແຕ່ງຕັ້ງເປັນທາງການ, ແລະ ແຕ່ງຕັ້ງໃຫ້ເປັນອະທິການກໍໄດ້ (ຄພ 68:19; 107:69–71).
ໃນຄວາມໝາຍຢ່າງທີສອງ, ພາຍໃຕ້ກົດຂອງໂມເຊ, ເຈົ້າໜ້າທີ່ຄວບຄຸມຖານະປະໂລຫິດແຫ່ງອາໂຣນ ໄດ້ຖືກເອີ້ນວ່າ ມະຫາປະໂລຫິດ. ຕຳແໜ່ງນີ້ແມ່ນສົ່ງຕໍ່ຈາກພໍ່ຫາລູກ ແລະ ຜ່ານລູກຊາຍກົກໃນຄອບຄົວຂອງອາໂຣນ, ອາໂຣນເອງໄດ້ເປັນມະຫາປະໂລຫິດຄົນທຳອິດໃນຖານະປະໂລຫິດແຫ່ງອາໂຣນ (ອພຍ 28–29; ລລວ 8; ຄພ 84:18).