ສິ່ງ​ຊ່ວຍ​ສຶກ​ສາ
ບາຣະ​ນາບາ


ບາຣະ​ນາບາ

ຊື່​ທີ່​ຕັ້ງ​ໃຫ້​ແກ່​ໂຢເຊັບ, ຊາວ​ເລວີ ຂອງ​ເກາະ​ໄຊ​ປຣັດ, ຜູ້​ໄດ້​ຂາຍ​ນາ​ຂອງ​ຕົນ ແລະ ນຳ​ເອົາ​ເງິນ​ມາ​ມອບ​ໃຫ້​ແກ່​ພວກ​ອັກຄະ​ສາວົກ (ກຈກ 4:36–37). ເຖິງ​ແມ່ນ​ວ່າ​ລາວ​ບໍ່​ໄດ້​ເປັນ​ຄົນ​ໜຶ່ງ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ​ດັ້ງ​ເດີມ, ແຕ່​ລາວ​ກໍ​ໄດ້​ກາຍ​ເປັນ​ອັກຄະ​ສາວົກ (ກຈກ 14:4, 14) ແລະ ໄດ້​ຮັບ​ໃຊ້​ຫລາຍ​ເທື່ອ​ໃນ​ການ​ເດີນ​ທາງ​ຂອງ​ຜູ້​ສອນ​ສາດ​ສະ​ໜາ (ກຈກ 11:22–30; 12:25; 13–15; 1 ກຣທ 9:6; ຄລຕ 2:1, 9; ກລຊ 4:10).

ພິມ