ສິ່ງ​ຊ່ວຍ​ສຶກ​ສາ
ປະ​ຖົມ​ມະ​ການ


ປະ​ຖົມ​ມະ​ການ

ພຣະ​ທຳ​ປະ​ຖົມ​ມະ​ການ​ເປັນ​ໜັງ​ສື​ເຫລັ້ມ​ທຳ​ອິດ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ແລະ ສາດ​ສະ​ດາ​ໂມ​ເຊ​ເປັນ​ຄົນ​ຂຽນ. ມັນ​ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ການ​ເລີ່ມ​ຕົ້ນ, ດັ່ງ​ເຊັ່ນ​ການ​ສ້າງ​ແຜ່ນ​ດິນ​ໂລກ, ການ​ເນລະມິດ​ສ້າງ​ສັດ​ສາ​ວາ​ສິ່ງ ແລະ ມະ​ນຸດ​ໄວ້​ເທິງ​ແຜ່ນ​ດິນ​ໂລກ, ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ, ການ​ເປີດ​ເຜີຍ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຕໍ່​ອາ​ດາມ, ການ​ເລີ່ມ​ຕົ້ນ​ຂອງ​ເຜົ່າ ແລະ ເຊື້ອ​ສາຍ, ການ​ເລີ່ມ​ຕົ້ນ​ຂອງ​ພາ​ສາ​ຕ່າງໆ​ທີ່​ບາ​ເບນ, ແລະ ການ​ເລີ່ມ​ຕົ້ນ​ຂອງ​ຄອບ​ຄົວ​ອັບ​ຣາ​ຮາມ​ທີ່​ພາ​ໄປ​ສູ່​ການ​ສ້າງ​ຕັ້ງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ. ບົດ​ບາດ​ຂອງ​ໂຢ​ເຊັບ​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ຊ່ວຍ​ກູ້​ຊາວ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ຖືກ​ເນັ້ນ​ໜັກ​ຢູ່​ໃນ​ໜັງ​ສື​ປະ​ຖົມ​ມະ​ການ​ນີ້​ຄື​ກັນ.

ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ ແລະ ໃຫ້​ຄວາມ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ໜັງ​ສື​ປະ​ຖົມ​ມະ​ການ (1 ນຟ 5; ອທ 1; ມຊ 1–8; ອຣຮ 1–5).

ໃນ​ພຣະ​ທຳ​ປະ​ຖົມ​ມະ​ການ, ບົດ​ທີ 1–4 ກ່ຽວ​ຂ້ອງ​ກັບ​ການ​ສ້າງ​ໂລກ ແລະ ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ຄອບ​ຄົວ​ຂອງ​ອາ​ດາມ. ບົດ​ທີ 5–10 ບັນ​ທຶກ​ປະ​ຫວັດ​ຂອງ​ໂນ​ອາ. ບົດ​ທີ 11–20 ບອກ​ເຖິງ​ອັບ​ຣາ​ຮາມ ແລະ ຄອບ​ຄົວ​ຂອງ​ເພິ່ນ ຈົນ​ເຖິງ​ສະ​ໄໝ​ຂອງ​ອີ​ຊາກ. ບົດ​ທີ 21–35 ຕິດ​ຕາມ​ຄອບ​ຄົວ​ຂອງ​ອີ​ຊາກ. ບົດ​ທີ 36 ບອກ​ເຖິງ​ເອ​ຊາວ ແລະ ຄອບ​ຄົວ​ຂອງ​ລາວ. ບົດ​ທີ 37–50 ບອກ​ເຖິງ​ຄອບ​ຄົວ​ຂອງ​ຢາ​ໂຄບ ແລະ ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ໂຢ​ເຊັບ​ຖືກ​ຂາຍ​ໄປ​ປະ​ເທດ​ເອ​ຢິບ ແລະ ບົດ​ບາດ​ຂອງ​ລາວ​ໃນ​ການ​ຊ່ວຍ​ກູ້​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.

ພິມ