ສິ່ງ​ຊ່ວຍ​ສຶກ​ສາ
ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1


ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1

ຖືກ​ພິມ​ໄວ້​ໃນ​ທ້າຍ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ສ່ວນ​ທຳ​ອິດ​ຂອງ​ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1 ຍັງ​ເປັນ​ທີ່​ຮູ້​ຈັກ​ກັນ​ອີກ​ວ່າ​ເປັນ ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ. ມັນ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ປະ​ທານ ວິວ​ເຝີດ ວູດ​ຣັບ ແລະ ໄດ້​ສະ​ເໜີ​ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໃນ​ວັນ​ທີ 6 ເດືອນ​ຕຸ​ລາ 1890. ຕົ້ນ​ປີ 1862, ກົດ​ໝາຍ​ຂໍ້​ຕ່າງໆ​ເປັນ​ເວ​ລາ​ຊາວ​ຫ້າ​ປີ​ຈາກ​ນັ້ນ​ໄດ້​ເຮັດ​ໃຫ້​ການ​ມີ​ເມຍ​ຫລາຍ​ຄົນ ເປັນ​ສິ່ງ​ຜິດ​ກົດ​ໝາຍ​ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ພາບ​ນິ​ມິດ ແລະ ການ​ເປີດ​ເຜີຍ​ແກ່​ວິວ​ເຝີດ ວູດ​ຣັບ ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ຖ້າ​ຫາກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ບໍ່​ເຊົາ​ເລື່ອງ​ການ​ມີ​ເມຍ​ຫລາຍ​ຄົນ. ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ​ເປັນ​ທາງ​ການ​ໄດ້​ປະ​ກາດ​ວ່າ ຈະ​ບໍ່​ມີ​ການ​ມີ​ເມຍ​ຫລາຍ​ຄົນ​ອີກ​ຕໍ່​ໄປ.

ພິມ