ແອວເດີ
ຄຳວ່າ ແອວເດີ ໄດ້ຖືກໃຊ້ໃນຫລາຍວິທີທາງໃນພຣະຄຣິສຕະທຳຄຳພີ. ໃນພຣະຄຳພີເດີມສ່ວນຫລາຍແລ້ວມັກຈະໝາຍເຖິງຜູ້ເຖົ້າແກ່ໃນເຜົ່າໃດເຜົ່າໜຶ່ງ, ຜູ້ຕາມປົກກະຕິແລ້ວ ໄດ້ຮັບພາລະເລື່ອງການປົກຄອງ (ປຖກ 50:7; ຢຊ 20:4; ນຣ 4:2; ມທ 15:2). ອາຍຸໄຂ ແລະ ປະສົບການຂອງພວກເພິ່ນ ເຮັດໃຫ້ຄຳແນະນຳຂອງເພິ່ນສຳຄັນຫລາຍ. ຕຳແໜ່ງຂອງພວກເພິ່ນບໍ່ຈຳເປັນຕ້ອງເປັນການເອີ້ນຂອງຖານະປະໂລຫິດ.
ກໍຍັງມີການແຕ່ງຕັ້ງແອວເດີໃນຖານະປະໂລຫິດແຫ່ງເມນຄີເສເດັກນຳອີກໃນສະໄໝຂອງພຣະຄຳພີເດີມ (ອພຍ 24:9–11). ໃນພຣະຄຳພີໃໝ່, ແອວເດີ ໄດ້ຖືກກ່າວເຖິງວ່າເປັນຕຳແໜ່ງຂອງຖານະປະໂລຫິດໃນສາດສະໜາຈັກ (ຢກບ 5:14–15). ໃນບັນດາຊາວນີໄຟກໍມີການແຕ່ງຕັ້ງແອວເດີໃນຖານະປະໂລຫິດຄືກັນ (ແອວ 4:7, 16; ມຣນ 3:1). ໃນສະໄໝນີ້, ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ເປັນ ແອວເດີສອງຄົນທຳອິດທີ່ໄດ້ຖືກແຕ່ງຕັ້ງ (ຄພ 20:2–3).
ຕອນນີ້ ແອວເດີ ໄດ້ເປັນຕຳແໜ່ງທີ່ມອບໃຫ້ແກ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທຸກຄົນ. ຍົກຕົວຢ່າງ, ຜູ້ສອນສາດສະໜາຜູ້ຊາຍຖືກເອີ້ນວ່າ ແອວເດີ. ພ້ອມນີ້, ອັກຄະສາວົກກໍເປັນແອວເດີ, ແລະ ມັນກໍເໝາະສົມທີ່ຈະກ່າວເຖິງສະມາຊິກໃນກຸ່ມອັກຄະສາວົກສິບສອງ ຫລື ກຸ່ມສາວົກເຈັດສິບໂດຍຕຳແໜ່ງນີ້ (ຄພ 20:38; 1 ປຕ 5:1). ໜ້າທີ່ຂອງແອວເດີທີ່ໄດ້ຖືກແຕ່ງຕັ້ງໃນສາດສະໜາຈັກທຸກວັນນີ້ໄດ້ຖືກມອບໃຫ້ໃນການເປີດເຜີຍຍຸກສຸດທ້າຍ (ຄພ 20:38–45; 42:44; 46:2; 107:12).