ສິ່ງ​ຊ່ວຍ​ສຶກ​ສາ
ຫີບ​ຄຳ​ໝັ້ນ​ສັນ​ຍາ


ຫີບ​ຄຳ​ໝັ້ນ​ສັນ​ຍາ

ຮູ້​ຈັກ​ກັນ​ອີກ​ວ່າ​ເປັນ​ຫີບ​ຂອງ​ພຣະ​ເຢ​ໂຮ​ວາ ແລະ ຫີບ​ປະ​ຈັກ​ພະ​ຍານ, ຫີບ​ຄຳ​ໝັ້ນ​ສັນ​ຍາ​ເປັນ​ຫີບ​ສີ່​ຫລ່ຽມ​ຄື​ໜ້າ​ປຶ້ມ ຫລື ເປັນ​ກ່ອງ​ທີ່​ເຮັດ​ດ້ວຍ​ໄມ້ ແລະ ໂອບ​ດ້ວຍ​ຄຳ. ມັນ​ເປັນ​ເຄື່ອງ​ໝາຍ​ທາງ​ສາດ​ສະ​ໜາ​ທີ່​ເກົ່າ​ແກ່ ແລະ ສັກ​ສິດ​ທີ່​ສຸດ​ຂອງ​ຊາວ​ອິດ​ສະ​ຣາ​ເອນ. ຝາ​ອັດ​ຫີບ​ຖືກ​ນັບ​ຖື​ວ່າ​ເປັນ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຢ​ໂຮ​ວາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ (ອພຍ 25:22). ຫລັງ​ຈາກ​ສະ​ຖານ​ທີ່​ນະ​ມັດ​ສະ​ການ​ໄດ້​ຖືກ​ສ້າງ​ສຳ​ເລັດ​ແລ້ວ, ຫີບ​ນັ້ນ​ໄດ້​ຖືກ​ເກັບ​ໄວ້​ຢູ່​ໃນ​ບ່ອນ​ສັກ​ສິດ​ທີ່​ສຸດ (1 ກສ 8:1–8).

ພິມ