ສິ່ງ​ຊ່ວຍ​ສຶກ​ສາ
ອີລາຍ


ອີລາຍ

ມີ​ການ​ໃຊ້​ຊື່ ຫລື ຕຳ​ແໜ່ງ ອີລາຍ ໃນ​ຫລາຍ​ຮູບ​ແບບ ໃນ​ພຣະ​ຄຳ​ພີ:

ເອລີ​ຢາ

ອີລາຍ​ຄື ພຣະ​ຄຳ​ພີ​ໃໝ່ (ໃນ​ພາ​ສາ​ກຣີກ) ເຖິງ ເອລີ​ຢາ (ໃນ​ພາ​ສາ​ເຮັບເຣີ), ເຊັ່ນ​ໃນ ມທ 17:3–4, ລກ 4:25–26, ແລະ ຢກບ 5:17. ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ອີລາຍ​ໄດ້​ເປັນ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູຮານ ຜູ້​ຊຶ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ 1 ແລະ 2 ກະສັດ.

ຜູ້​ທີ່​ມາ​ກ່ອນ

ອີລາຍ​ຍັງ​ເປັນ​ຕຳ​ແໜ່ງ​ໜຶ່ງ​ອີກ​ທີ່​ໝາຍ​ເຖິງ​ການ​ເປັນ​ຜູ້​ທີ່​ມາ​ກ່ອນ. ຍົກ​ຕົວ​ຢ່າງ, ໂຢຮັນ​ບັບຕິ​ສະໂຕ​ຄື ອີລາຍ ເພາະ​ເພິ່ນ​ໄດ້​ຖືກ​ສົ່ງ​ມາ​ເພື່ອ​ຕຽມ​ທາງ​ໄວ້​ສຳ​ລັບ​ພຣະ​ເຢຊູ (ມທ 17:12–13).

ຜູ້​ຟື້ນ​ຟູ

ຕຳ​ແໜ່ງ​ອີລາຍ​ຍັງ​ໝາຍ​ເຖິງ​ຄົນ​ອື່ນໆ​ອີກ​ຜູ້​ມີ​ພາ​ລະ​ກິດ​ສະ​ເພາະ, ດັ່ງ​ເຊັ່ນ​ໂຢຮັນ​ຜູ້​ເປີດ​ເຜີຍ (ຄພ 77:14) ແລະ ຄັບຣີ​ເອນ (ລກ 1:11–20; ຄພ 27:6–7; 110:12).

ຊາຍ​ຄົນ​ໜຶ່ງ​ໃນ​ຍຸກ​ສະ​ໄໝ​ຂອງ​ອັບ​ຣາ​ຮາມ

ສາດ​ສະ​ດາ​ທີ່​ຖືກ​ເອີ້ນ​ວ່າ ເອ​ຊາ​ອັດ ຫລື ອີລາຍ ຜູ້​ທີ່​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວລາ​ຂອງ​ອັບ​ຣາ​ຮາມ (ຄພ 84:11–13; 110:12).

ພິມ