ສິ່ງ​ຊ່ວຍ​ສຶກ​ສາ
ໂກໂລຊາຍ, ສານ​ເຖິງ


ໂກໂລຊາຍ, ສານ​ເຖິງ

ໜັງ​ສື​ໃນ​ພຣະ​ຄຳ​ພີ​ໃໝ່. ມັນ​ເປັນ​ຈົດ​ໝາຍ​ຕົ້ນ​ສະບັບ​ທີ່​ອັກຄະ​ສາວົກ​ໂປໂລ​ໄດ້​ຂຽນ​ເຖິງ​ຊາວ​ໂກໂລຊາຍ ຫລັງ​ຈາກ​ເອປາຟາ​ໄດ້​ມາ​ຢ້ຽມ​ຢາມ​ລາວ, ຜູ້​ຊຶ່ງ​ເປັນ​ຜູ້​ປະ​ກາດ​ຂ່າວ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ໃນ​ເມືອງ​ໂກໂລຊາຍ (ກລຊ 1:7–8). ເອປາຟາ​ໄດ້​ບອກ​ໂປໂລ​ວ່າ​ຊາວ​ໂກໂລຊາຍ​ພວມ​ເຮັດ​ຄວາມ​ຜິດ​ໜັກ—ພວກ​ເຂົາ​ຄິດ​ວ່າ​ພວກ​ເຂົາ​ດີ​ກວ່າຄົນ​ອື່ນໆ ເພາະວ່າ​ພວກ​ເຂົາ​ໄດ້​ຮັກສາ​ພິ​ທີ​ການ​ບາງ​ຢ່າງ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ (ກລຊ 2:16), ບໍ່​ຍອມ​ເຮັດ​ຕາມ​ຄວາມ​ຕ້ອງ​ການ​ທາງ​ຮ່າງ​ກາຍ​ບາງ​ຢ່າງ, ແລະ ນະມັດ​ສະການ​ທູດ (ກລຊ 2:18). ການ​ປະ​ຕິ​ບັດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຊາວ​ໂກໂລຊາຍ​ຮູ້​ສຶກ​ວ່າ ພວກ​ເຂົາ​ກຳ​ລັງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ. ພວກ​ເຂົາ​ຍັງ​ຮູ້​ສຶກ​ອີກ​ວ່າ​ພວກ​ເຂົາ​ເຂົ້າ​ໃຈ​ຄວາມ​ລຶກ​ລັບ​ຂອງ​ຈັກ​ກະວານ​ຫລາຍ​ກວ່າ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ. ໃນ​ສານ​ຂອງ​ລາວ, ໂປໂລ​ໄດ້​ຕິ​ເຕືອນ​ພວກ​ເຂົາ​ໂດຍ​ການ​ສິດ​ສອນ​ວ່າ ການ​ໄຖ່​ມາ​ເຖິງ​ຜ່ານ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນ ແລະ ວ່າ​ເຮົາ​ຕ້ອງ​ສະຫລາດ ແລະ ຮັບ​ໃຊ້​ພຣະ​ອົງ.

ບົດ​ທີ 1 ແມ່ນ​ຄຳ​ທັກ​ທາຍ​ຂອງ​ໂປໂລ​ຕໍ່​ຊາວ​ໂກໂລຊາຍ. ບົດ​ທີ 2–3 ແມ່ນ​ຄຳ​ສອນ ແລະ ບັນຈຸ​ບົດ​ຄວາມ​ເຖິງ​ພຣະ​ຄຣິດ​ວ່າ​ເປັນ​ພຣະ​ຜູ້​ໄຖ່, ເຖິງ​ສິ່ງ​ອັນ​ຕະ​ລາຍ​ຂອງ​ການ​ນະມັດ​ສະການ​ຈອມ​ປອມ, ແລະ ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ. ບົດ​ທີ 4 ສິດ​ສອນ​ວ່າ​ໄພ່​ພົນ​ຂອງ​ພຣະເຈົ້າ​ຕ້ອງ​ສະຫລາດ​ໃນ​ທຸກ​ສິ່ງ​ທັງ​ປວງ.

ພິມ