ສິ່ງ​ຊ່ວຍ​ສຶກ​ສາ
ໂຢ​ເຊັບ, ລູກ​ຊາຍ​ຂອງ​ຢາ​ໂຄບ


ໂຢ​ເຊັບ, ລູກ​ຊາຍ​ຂອງ​ຢາ​ໂຄບ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ກົກ​ຂອງ​ຢາ​ໂຄບ​ກບ​ນາງ​ລາ​ເຊັນ (ປຖກ 30:22–24; 37:3).

ໂຢ​ເຊັບ​ໄດ້​ຮັບ​ເອົາ​ສິດ​ທິ​ຂອງ​ອ້າຍ​ກົກ​ຂອງ​ລາວ​ໃນ​ອິດ​ສະ​ຣາ​ເອນ ເພາະ​ວ່າ​ຣູ​ເບັນ, ລູກ​ຊາຍ​ກົກ​ຂອງ​ຢາ​ໂຄບ​ກັບ​ເມຍ​ຄົນ​ທຳ​ອິດ, ໄດ້​ສູນ​ເສຍ​ສິດ​ທິ​ພິ​ເສດ​ໄປ​ໂດຍ​ການ​ລ່ວງ​ລະ​ເມີດ (1 ຂຄ 5:1–2). ເພາະ​ລາວ​ມີ​ຄ່າ​ຄວນ​ພໍ, ໂຢ​ເຊັບ, ໂດຍ​ທີ່​ເປັນ​ລູກ​ຊາຍ​ກົກ​ຂອງ​ຢາ​ໂຄບ​ກັບ​ເມຍ​ຄົນ​ທີ​ສອງ, ລາວ​ຈຶ່ງ​ເປັນ​ຄົນ​ທີ​ສອງ​ສຳ​ລັບ​ພອນ​ນີ້. ໂຢ​ເຊັບ​ຍັງ​ໄດ້​ຮັບ​ພອນ​ຈາກ​ພໍ່​ຂອງ​ລາວ​ນຳ​ອີກ ບໍ່​ດົນ​ກ່ອນ​ຢາ​ໂຄບ​ໄດ້​ເສຍ​ຊີ​ວິດ​ໄປ (ປຖກ 49:22–26).

ໂຢ​ເຊັບ​ໄດ້​ເປັນ​ຊາຍ​ທີ່​ມີ​ຄຸນ​ສົມ​ບັດ​ດີ, ເປັນ​ຊາຍ​ທີ່ “ຮອບ​ຄອບ ແລະ ສະ​ຫລາດ” (ປຖກ 41:39). ການ​ປະ​ຕິ​ເສດ​ຂອງ​ລາວ​ຕໍ່​ເມຍ​ຂອງ​ໂປ​ຕີ​ຟາ ເປັນ​ຕົວ​ຢ່າງ​ແຫ່ງ​ສັດ​ທາ, ພົມ​ມະ​ຈັນ, ແລະ ຄວາມ​ຊື່​ສັດ​ໃນ​ຕົວ (ປຖກ 39:7–12). ໃນ​ປະ​ເທດ​ເອ​ຢິບ, ເມື່ອ​ໂຢ​ເຊັບ​ໄດ້​ເປີດ​ເຜີຍ​ຕົນ​ເອງ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ຮູ້​ວ່າ ລາວ​ເປັນ​ໃຜ, ລາວ​ໄດ້​ຂອບ​ໃຈ​ເຂົາ​ເຈົ້າ​ແທນ​ທີ່​ຈະ​ກ່າວ​ໂທດ ສຳ​ລັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ກັບ​ລາວ. ລາວ​ໄດ້​ເຊື່ອ​ວ່າ ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ລາວ​ໃຫ້​ບັນລຸ​ພຣະ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ (ປຖກ 45:4–15).

ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ໄດ້​ເປີດ​ເຜີຍ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ກວ່າ​ຂອງ​ຄອບ​ຄົວ​ຂອງ​ໂຢ​ເຊັບ​ໃນ​ຍຸກ​ສຸດ​ທ້າຍ (ປຈສ, ປຖກ 50:24–38 [ພາກ​ຫ້ອຍ​ທ້າຍ]; 2 ນຟ 3:3–24; 3 ນຟ 20:25–27).

ພິມ