ສິ່ງ​ຊ່ວຍ​ສຶກ​ສາ
ມາ​ນາ​ເຊ


ມາ​ນາ​ເຊ

ໃນ​ພຣະ​ຄຳ​ພີ​ເດີມ, ເປັນ​ລູກ​ຊາຍ​ກົກ​ຂອງ​ນາງ​ອາ​ເຊ​ນັດ​ກັບ​ໂຢ​ເຊັບ ຜູ້​ຖືກ​ຂາຍ​ໄປ​ປະ​ເທດ​ເອ​ຢິບ (ປຖກ 41:50–51). ລາວ​ກັບ​ເອ​ຟະ​ຣາ​ອີມ ນ້ອງ​ຊາຍ​ຂອງ​ລາວ ເປັນ​ຫລານ​ຊາຍ​ຂອງ​ຢາ​ໂຄບ (ອິດ​ສະ​ຣາ​ເອນ) ແຕ່​ໄດ້​ຖືກ​ຮັບ​ເປັນ​ລູກ​ບຸນ​ທຳ ແລະ ໄດ້​ຮັບ​ພອນ​ຈາກ​ເພິ່ນ ຄື​ກັບ​ວ່າ​ເຂົາ​ເຈົ້າ​ໄດ້​ເປັນ​ລູກ​ຊາຍ​ຂອງ​ເພິ່ນ​ແທ້ໆ (ປຖກ 48:1–20).

ເຜົ່າ​ຂອງ​ມາ​ນາ​ເຊ

ລູກ​ຫລານ​ຂອງ​ມາ​ນາ​ເຊ​ໄດ້​ຖືກ​ນັບ​ເຂົ້າ​ໃນ​ບັນ​ດາ​ເຜົ່າ​ຕ່າງໆ​ຂອງ​ອິດ​ສະ​ຣາ​ເອນ (ຈບຊ 1:34–35; ຢຊ 13:29–31). ພອນ​ຂອງ​ໂມ​ເຊ​ທີ່​ມອບ​ໃຫ້​ແກ່​ເຜົ່າ​ຂອງ​ໂຢ​ເຊັບ, ຊຶ່ງ​ໄດ້​ມອບ​ໃຫ້​ເອ​ຟະ​ຣາ​ອີມ ແລະ ມາ​ນາ​ເຊ​ນຳ​ອີກ, ມີ​ບັນ​ທຶກ​ໄວ້​ຢູ່​ໃນ ພຣະ​ບັນ​ຍັດ​ສອງ 33:13–17. ສ່ວນ​ໜຶ່ງ​ຂອງ​ແຜ່ນ​ດິນ​ທີ່​ມອບ​ໝາຍ​ໃຫ້ ແມ່ນ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈໍ​ແດນ ແລະ ຕໍ່​ກັບ​ແຜ່ນ​ດິນ​ເອ​ຟະ​ຣາ​ອີມ. ເຂົາ​ເຈົ້າ​ກໍ​ມີ​ຫົວ​ເມືອງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈໍ​ແດນ​ນຳ​ອີກ ໃນ​ທົ່ງ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ບາ​ຊານ ແລະ ກີ​ເລ​ອາດ. ໃນ​ຍຸກ​ສຸດ​ທ້າຍ, ເຜົ່າ​ຂອງ​ມາ​ນາ​ເຊ​ຈະ​ຊ່ວຍ​ເຫລືອ​ເຜົ່າ​ຂອງ​ເອ​ຟະ​ຣາ​ອີມ ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ (ພບຍ 33:13–17). ສາດ​ສະ​ດາ​ລີ​ໄຮ ໃນ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ເຊື້ອ​ສາຍ​ຂອງ​ມາ​ນາ​ເຊ (ແອວ 10:3).

ພິມ