ສິ່ງ​ຊ່ວຍ​ສຶກ​ສາ
ກາ​ນາ​ອານ, ຊາວ​ກາ​ນາ​ອານ


ກາ​ນາ​ອານ, ຊາວ​ກາ​ນາ​ອານ

ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຄົນ​ທີ​ສີ່​ຂອງ​ຮາມ (ປຖກ 9:22; 10:1, 6) ແລະ ຫລານ​ຊາຍ​ຂອງ​ໂນ​ອາ. ຊາວ​ກາ​ນາ​ອານ​ໝາຍ​ເຖິງ​ຄົນ​ຈາກ​ແຜ່ນ​ດິນ​ບ່ອນ​ທີ່​ກາ​ນາ​ອານ​ໄດ້​ອາ​ໄສ​ຢູ່​ມາ​ແຕ່​ດັ້ງ​ເດີມ ແລະ ໝາຍ​ເຖິງ​ລູກ​ຫລານ​ຂອງ​ລາວ​ນຳ​ອີກ. ຊາວ​ກາ​ນາ​ອານ​ກໍ​ເປັນ​ຊື່​ໜຶ່ງ​ຂອງ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ບ່ອນ​ລຸ່ມ​ຕາມ​ຝັ່ງ​ແມ່​ນ້ຳ​ເມ​ດີ​ແຕ​ຣາ​ເນ​ຂອງ​ຟີ​ລິດ​ສະ​ຕິນ​ນຳ​ອີກ. ບາງ​ເທື່ອ​ຊື່​ນີ້​ຖືກ​ໃຊ້​ເພື່ອ​ອະ​ທິ​ບາຍ​ເຖິງ​ຜູ້​ອາ​ໄສ​ທັງ​ໝົດ​ທີ່​ບໍ່​ໄດ້​ເປັນ​ຊາວ​ອິດ​ສະ​ຣາ​ເອນ​ຂອງ​ປະ​ເທດ​ທາງ​ຕາ​ເວັນ​ຕົກ​ຂອງ​ຈໍ​ແດນ, ຊຶ່ງ​ຊາວ​ກຣີກ​ເອີ້ນ​ວ່າ ໂປ​ນີ​ເຊຍ.

ພິມ