ວັນຊະບາໂຕ
ວັນສັກສິດທີ່ຈັດຕັ້ງໄວ້ແຕ່ລະອາທິດເພື່ອໃຫ້ພັກຜ່ອນ ແລະ ນະມັດສະການ. ຫລັງຈາກພຣະເຈົ້າໄດ້ເນລະມິດສ້າງທຸກສິ່ງທັງປວງ, ພຣະອົງໄດ້ພັກຜ່ອນໃນມື້ທີເຈັດ ແລະ ໄດ້ບັນຊາວ່າ ໃຫ້ຈັດມື້ໜຶ່ງໃນອາທິດໄວ້ ເປັນວັນພັກຜ່ອນ ເພື່ອຊ່ວຍຜູ້ຄົນໃຫ້ລະນຶກເຖິງພຣະອົງ (ອພຍ 20:8–11).
ກ່ອນການຟື້ນຄືນພຣະຊົນຂອງພຣະຄຣິດ, ສະມາຊິກຂອງສາດສະໜາຈັກໄດ້ຈັດວັນໜຶ່ງໃນທ້າຍອາທິດໄວ້ເປັນວັນຊະບາໂຕ, ເຊັ່ນດຽວກັບຊາວຢິວໄດ້ເຮັດ. ຫລັງຈາກການຟື້ນຄືນພຣະຊົນ, ສະມາຊິກຂອງສາດສະໜາຈັກ, ບໍ່ວ່າຊາວຢິວ ຫລື ຄົນຕ່າງຊາດ, ໄດ້ຈັດມື້ທຳອິດຂອງອາທິດເປັນ (ວັນພຣະຜູ້ເປັນເຈົ້າ) ເພື່ອລະນຶກເຖິງການຟື້ນຄືນພຣະຊົນຂອງພຣະຜູ້ເປັນເຈົ້າ. ທຸກວັນນີ້ ສາດສະໜາຈັກ ໄດ້ສືບຕໍ່ຈັດມື້ໜຶ່ງໃນອາທິດ ເປັນວັນຊະບາໂຕທີ່ສັກສິດ ຊຶ່ງໃນວັນນັ້ນ ເພື່ອຈະໄດ້ນະມັດສະການພຣະເຈົ້າ ແລະ ພັກຜ່ອນຈາກວຽກງານຂອງໂລກ.
ວັນຊະບາໂຕເຕືອນຜູ້ຄົນເຖິງຄວາມຈຳເປັນຂອງເຂົາສຳລັບການບຳລຸງລ້ຽງທາງວິນຍານ ແລະ ເຖິງໜ້າທີ່ຂອງເຂົາທີ່ຈະເຊື່ອຟັງພຣະເຈົ້າ. ເມື່ອປະຊາຊົນເລີ່ມບໍ່ເອົາໃຈໃສ່ໃນການຮັກສາວັນຊະບາໂຕ, ທຸກມຸມຂອງຊີວິດ ຈະຖືກກະທົບກະເທືອນ ແລະ ຊີວິດທາງສາດສະໜາຈະເສື່ອມໂຊມ (ນມຢ 13:15–18; ຢມຢ 17:21–27).