ສິ່ງ​ຊ່ວຍ​ສຶກ​ສາ
ໄມ້​ກາງ​ແຂນ


ໄມ້​ກາງ​ແຂນ

ຫລັກ​ໄມ້​ທີ່​ໃຊ້​ຄຶງ​ພຣະ​ເຢ​ຊູ​ຄຣິດ (ມຣກ 15:20–26). ຫລາຍ​ຄົນ​ຢູ່​ໃນ​ໂລກ​ຕອນ​ນີ້​ຄິດ​ວ່າ​ມັນ​ເປັນ​ເຄື່ອງ​ໝາຍ​ຂອງ​ການ​ຄຶງ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ; ເຖິງ​ຢ່າງໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງ​ເຄື່ອງ​ໝາຍ​ສຳ​ລັບ​ການ​ຄຶງ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ໄວ້​ແລ້ວ—ນັ້ນ​ຄື​ເຂົ້າ​ຈີ່ ແລະ ນ້ຳ​ຂອງ​ສິນ​ລະ​ລຶກ (ມທ 26:26–28; ຄພ 20:40, 75–79). ໃນ​ພຣະ​ຄຳ​ພີ, ຄົນ​ທີ່​ຮັບ​ເອົາ​ໄມ້​ກາງ​ແຂນ ແລະ ຄົນ​ທີ່​ຮັກ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ທີ່​ສຸດ​ຈົນ​ວ່າ​ເຂົາ​ເຈົ້າ​ປະ​ຕິ​ເສດ​ຕົນ​ເອງ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ພຣະ​ເຈົ້າ ແລະ ຄວາມ​ໄຄ່​ທັງ​ໝົດ​ຂອງ​ໂລກ ແລ້ວ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ (ປຈສ, ມທ 16:25–26 [ພາກ​ຫ້ອຍ​ທ້າຍ]).

ພິມ