ເຈີມ, ການເຈີມ
ໃນສະໄໝບູຮານ, ສາດສະດາຂອງພຣະຜູ້ເປັນເຈົ້າໄດ້ເຈີມ ດ້ວຍນ້ຳມັນໃຫ້ແກ່ຜູ້ທີ່ຈະປະຕິບັດໜ້າທີ່ພິເສດ, ດັ່ງເຊັ່ນອາໂຣນ ຫລື ປະໂລຫິດ ຫລື ກະສັດ ຜູ້ຈະປົກຄອງອິດສະຣາເອນ. ໃນສາດສະໜາຈັກທຸກວັນນີ້, ການເຈີມແມ່ນການຢອດນ້ຳມັນທີ່ໄດ້ອຸທິດແລ້ວຢອດໜຶ່ງ ຫລື ສອງຢອດໃສ່ຫົວຂອງບຸກຄົນ ຊຶ່ງເປັນພາກສ່ວນໜຶ່ງຂອງພອນພິເສດ. ສິ່ງນີ້ສາມາດກະທຳໄດ້ພຽງແຕ່ພາຍໃຕ້ສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ. ຫລັງຈາກການເຈີມ, ບຸກຄົນທີ່ກະທຳໂດຍສິດອຳນາດຂອງຖານະປະໂລຫິດດຽວກັນນັ້ນ ອາດຜະນຶກການເຈີມ ແລະ ມອບພອນພິເສດໃຫ້ແກ່ຜູ້ທີ່ຖືກເຈີມ.