ສິ່ງ​ຊ່ວຍ​ສຶກ​ສາ
ໂຢ​ເອນ


ໂຢ​ເອນ

ສາດ​ສະ​ດາ​ໃນ​ແຜ່ນ​ດິນ​ຂອງ​ຢູ​ດາ​ໃນ​ພຣະ​ຄຳ​ພີ​ເດີມ. ບໍ່​ຮູ້​ວັນ​ທີ​ແນ່​ນອນ​ກ່ຽວ​ກັບ​ຊີ​ວິດ​ຂອງ​ເພິ່ນ—ເພິ່ນ​ອາດ​ມີ​ຊີ​ວິດ​ຢູ່​ລະ​ຫວ່າງ​ການ​ປົກ​ຄອງ​ຂອງ​ໂຢອາດ, ກ່ອນ 850 ປີ ກ່ອນ ຄ.ສ., ແລະ ການ​ກັບ​ຄືນ​ມາ​ຂອງ​ເຜົ່າ​ຢູ​ດາ​ຈາກ​ການ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ.

ໜັງ​ສື​ຂອງ​ໂຢ​ເອນ

ໜັງ​ສື​ເຈາະ​ຈົງ​ເລື່ອງ​ການ​ທຳ​ນາຍ​ທີ່​ໂຢ​ເອນ​ໄດ້​ກ່າວ​ຫລັງ​ຈາກ​ແຜ່ນ​ດິນ​ຂອງ​ຢູ​ດາ​ໄດ້​ຖືກ​ທຳ​ລາຍ​ດ້ວຍ​ຄວາມ​ແຫ້ງ​ແລ້ງ ແລະ ດ້ວຍ​ຕັກແຕນ (ຢອ 1:4–20). ໂຢ​ເອນ​ໄດ້​ສັນ​ຍາ​ກັບ​ຜູ້​ຄົນ​ວ່າ ຜ່ານ​ການ​ກັບ​ໃຈ ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ​ຂອງ​ພຣະ​ເຈົ້າ​ອີກ (ຢອ 2:12–14).

ບົດ​ທີ 1 ໄດ້​ເອີ້ນ​ໃຫ້​ເຕົ້າ​ໂຮມ​ກັນ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບົດ​ທີ 2 ບອກ​ເຖິງ​ສົງ​ຄາມ ແລະ ຄວາມ​ຫວ່າງ​ເປົ່າ​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ໄລ​ຍະ​ພັນ​ປີ. ບົດ​ທີ 3 ກ່າວ​ເຖິງ​ຍຸກ​ສຸດ​ທ້າຍ ແລະ ຢືນ​ຢັນ​ວ່າ ປະ​ຊາ​ຊາດ​ທັງ​ປວງ​ຈະ​ຕໍ່​ສູ້​ກັນ ແຕ່​ໃນ​ທີ່​ສຸດ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ໃນ​ຊີ​ໂອນ.

ເປ​ໂຕ​ໄດ້​ອ້າງ​ເຖິງ​ຄຳ​ທຳ​ນາຍ​ຂອງ​ໂຢ​ເອນ​ກ່ຽວ​ກັບ​ພຣະ​ວິນ​ຍານ​ທີ່​ຖອກ​ເທ​ລົງ​ມາ​ໃນ​ວັນ​ເພັນ​ເຕ​ຄໍ​ສະ​ເຕ (ຢອ 2:28–32; ກຈກ 2:16–21). ທູດ​ໂມ​ໂຣ​ໄນ​ກໍ​ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ກັບ​ໂຈ​ເຊັບ ສະ​ມິດ ຄື​ກັນ (ຈສ—ປ 1:41).

ພິມ