ດັ່ງທີ່ໃຊ້ໃນພຣະຄຳພີ, ທີ່ຈະໃຫ້ອະໄພ ໂດຍທົ່ວໄປແລ້ວມີຄວາມໝາຍຢູ່ສອງຢ່າງ: (1) ເມື່ອພຣະເຈົ້າໃຫ້ອະໄພແກ່ມະນຸດ, ພຣະອົງຈະລົບລ້າງ ຫລື ຍົກເລີກການຮຽກຮ້ອງໃຫ້ລົງໂທດເພາະບາບ. ຜ່ານການຊົດໃຊ້ຂອງພຣະຄຣິດ, ການອະໄພບາບຈຶ່ງມີໃຫ້ສຳລັບທຸກຄົນທີ່ກັບໃຈ, ຍົກເວັ້ນແຕ່ຜູ້ທີ່ຜິດຖານຄາດຕະກຳ ຫລື ບາບທີ່ອະໄພໃຫ້ບໍ່ໄດ້ເພາະການປະຕິເສດພຣະວິນຍານບໍລິສຸດ. (2) ເມື່ອຜູ້ຄົນໃຫ້ອະໄພກັນແລະກັນ, ເຂົາຈະປະຕິບັດຕໍ່ກັນດ້ວຍຄວາມຮັກເໝືອນດັ່ງພຣະຄຣິດ ແລະ ບໍ່ມີຄວາມຄິດທີ່ບໍ່ດີຕໍ່ຄົນທີ່ເຮັດຜິດຕໍ່ເຂົາ (ມທ 5:43–45; 6:12–15; ລກ 17:3–4; 1 ນຟ 7:19–21).