ສິ່ງ​ຊ່ວຍ​ສຶກ​ສາ
ນ້ຳ​ມັນ


ນ້ຳ​ມັນ

ຕາມ​ປົກ​ກະ​ຕິ​ແລ້ວ ເມື່ອ​ນ້ຳ​ມັນ​ຖືກ​ກ່າວ​ເຖິງ​ໃນ​ພຣະ​ຄຳ​ພີ ນັ້ນ​ໝາຍ​ເຖິງ​ນ້ຳ​ມັນ​ໝາກ​ກອກ. ຈາກ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ, ນ້ຳ​ມັນ​ໝາກ​ກອກ​ຖືກ​ໃຊ້​ຕາມ​ພິ​ທີ​ການ​ຢູ່​ໃນ​ພຣະ​ວິ​ຫານ ແລະ ສະ​ຖານ​ທີ່​ນະ​ມັດ​ສະ​ການ, ສຳ​ລັບ​ການ​ເຈີມ, ສຳ​ລັບ​ໄຕ້​ຕະ​ກຽງ, ແລະ ສຳ​ລັບ​ອາ​ຫານ. ບາງ​ເທື່ອ​ນ້ຳ​ມັນ​ໝາກ​ກອກ​ເປັນ​ເຄື່ອງ​ໝາຍ​ສຳ​ລັບ​ຄວາມ​ບໍ​ລິ​ສຸດ ແລະ ສຳ​ລັບ​ພຣະ​ວິນ​ຍານ​ທີ່​ສັກ​ສິດ ແລະ ອິດ​ທິ​ພົນ​ຂອງ​ມັນ (1 ຊມອ 10:1, 6; 16:13; ອຊຢ 61:1–3).

ພິມ