ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ຄຳ​ພີ​ໃໝ່


ພຣະ​ຄຳ​ພີ​ໃໝ່

ການ​ຂຽນ​ທີ່​ດົນ​ໃຈ​ຊຸດ​ໜຶ່ງ (ສະບັບ​ຕົ້ນ​ເປັນ​ພາ​ສາ​ກຣີກ) ກ່ຽວ​ກັບ​ຊີ​ວິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢຊູ​ຄຣິດ, ອັກຄະ​ສາວົກ, ແລະ ຜູ້​ຕິດ​ຕາມ​ຄົນ​ອື່ນໆ​ຂອງ​ພຣະ​ເຢຊູ​ຄຣິດ. ພຣະ​ຄຳ​ພີ​ໃໝ່​ໄດ້​ຖືກ​ແຍກ​ອອກ​ເປັນ​ຫລາຍ​ພຣະ​ທຳ, ກິດ​ຈະ​ການ​ຂອງ​ອັກຄະ​ສາວົກ, ສານ​ຂອງ​ໂປໂລ, ສານ​ທົ່ວ​ໄປ, ແລະ ພຣະ​ທຳ​ພຣະ​ນິມິດ.

ພຣະ​ທຳ​ສີ່​ເຫລັ້ມ—ໜັງ​ສື​ມັດທາຍ, ມາ​ຣະ​ໂກ, ລູກາ, ແລະ ໂຢຮັນ—​ເປັນ​ເລື່ອງ​ລາວ​ກ່ຽວ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຄຣິດ. ພຣະ​ທຳ​ກິດ​ຈະ​ການ​ບັນ​ທຶກ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ອັກຄະ​ສາວົກ, ໂດຍ​ສະ​ເພາະ​ການ​ເດີນ​ທາງ​ໄປ​ສອນ​ສາດ​ສະ​ໜາ​ຂອງ​ໂປໂລ, ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ. ຈົດ​ໝາຍ​ຂອງ​ໂປໂລ​ໃຫ້​ຄຳ​ແນະນຳ​ແກ່​ຜູ້​ນຳ ແລະ ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ຈົດ​ໝາຍ​ອື່ນໆ​ໄດ້​ຖືກ​ຂຽນ​ໂດຍ​ອັກຄະ​ສາວົກ​ຄົນ​ອື່ນໆ ແລະ ໃຫ້​ຄຳ​ແນະນຳ​ເພີ່ມ​ເຕີມ​ແກ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ລຸ້ນ​ເດີມ. ພຣະ​ທຳ​ພຣະ​ນິມິດ, ຊຶ່ງ​ຂຽນ​ໂດຍ​ອັກຄະ​ສາວົກ​ໂຢຮັນ, ສ່ວນ​ຫລາຍ​ບັນ​ຈຸ​ຄຳ​ທຳ​ນາຍ​ທີ່​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ.

ພິມ