ສິ່ງ​ຊ່ວຍ​ສຶກ​ສາ
ເອສະເທີ


ເອສະເທີ

ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ມີ​ສັດທາ​ອັນ​ຍິ່ງ​ໃຫຍ່ ແລະ ເປັນ​ຜູ້​ສຳ​ຄັນ​ໃນ​ພຣະ​ທຳ​ເອສະເທີ.

ພຣະ​ທຳ​ເອສະເທີ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ເດີມ ທີ່​ບັນ​ຈຸ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ກ້າ​ຫານ​ຫລາຍ​ທີ່​ສຸດ​ຂອງ​ລາ​ຊີ​ນີ​ເອສະເທີ​ໃນ​ການ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຜູ້​ຄົນ​ຂອງ​ນາງ​ຈາກ​ການ​ທຳ​ລາຍ.

ບົດ​ທີ 1–2 ບອກ​ເຖິງ​ເອສະເທີ, ຍິງ​ສາວ​ຊາວຢິວ ແລະ ເປັນ​ລູກ​ລ້ຽງ​ຂອງ​ຊາຍ​ຊາວ​ຢິວ​ຊື່ ມໍເດໄກ, ໄດ້​ຖືກ​ເລືອກ​ໃຫ້​ເປັນ​ລາ​ຊີ​ນີ​ຂອງ​ເປີເຊຍ ເພາະ​ຄວາມ​ສວຍ​ງາມ​ຂອງ​ນາງ. ບົດ​ທີ 3 ອະ​ທິ​ບາຍ​ວ່າ ຮາມານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ່​ໃນ​ວັງ​ຂອງ​ກະສັດ, ກຽດ​ຊັງ​ມໍເດໄກ ແລະ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຂ້າ​ຊາວ​ຢິວ​ທຸກ​ຄົນ. ບົດ​ທີ 4–10 ບອກ​ເຖິງ​ເອສະເທີ​ໄດ້​ສ່ຽງ​ຊີ​ວິດ​ເປີດ​ເຜີຍ​ສັນ​ຊາດ​ຂອງ​ນາງ​ຕໍ່​ກະສັດ ແລະ ໄດ້​ປ່ຽນ​ຄຳ​ສັ່ງ.

ພິມ