ສິ່ງ​ຊ່ວຍ​ສຶກ​ສາ
ເສ​ກາ​ຣີ​ຢາ


ເສ​ກາ​ຣີ​ຢາ

ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ເດີມ ທີ່​ໄດ້​ທຳ​ນາຍ ປະ​ມານ 520 ປີ ກ່ອນ ຄ.ສ. ເພິ່ນ​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ດຽວ​ກັນ​ກັບ​ສາດ​ສະ​ດາ​ຮັກ​ກາຍ (ອຊຣ 5:1; 6:14).

ພຣະ​ທຳ​ເຊ​ກາ​ຣີ​ຢາ

ໜັງ​ສື​ເຫລັ້ມ​ນີ້​ມີ​ຊື່​ສຽງ​ເພາະ​ຄຳ​ທຳ​ນາຍ​ຂອງ​ມັນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ຄຣິດ ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ (ຊກຢ 9:9; 11:12–13; 12:10; 13:6). ບົດ​ທີ 1–8 ບັນ​ຈຸ​ພາບ​ນິ​ມິດ​ຫລາຍ​ຕອນ ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ. ບົດ​ທີ 9–14 ບັນ​ຈຸ​ພາບ​ນິ​ມິດ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ, ຍຸກ​ສຸດ​ທ້າຍ, ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ, ສົງ​ຄາມ​ໃຫຍ່​ຄັ້ງ​ສຸດ​ທ້າຍ, ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ.

ພິມ