ສິ່ງ​ຊ່ວຍ​ສຶກ​ສາ
ຢູ​ດາ (ນ້ອງ​ຊາຍ​ຂອງ​ພຣະ​ເຢ​ຊູ)


ຢູ​ດາ (ນ້ອງ​ຊາຍ​ຂອງ​ພຣະ​ເຢ​ຊູ)

ໃນ​ພຣະ​ຄຳ​ພີ​ໃໝ່, ນ້ອງ​ຊາຍ​ຄົນ​ໜຶ່ງ​ຂອງ​ພຣະ​ເຢ​ຊູ ແລະ ບາງ​ທີ​ອາດ​ເປັນ​ຜູ້​ຂຽນ​ສານ​ຂອງ​ຢູ​ດາ (ມທ 13:55; ຢດ 1:1).

ສານ​ຂອງ​ຢູ​ດາ

ໜັງ​ສື​ເຫລັ້ມ​ນີ້​ປະ​ກອບ​ດ້ວຍ​ຈົດ​ໝາຍ​ຈາກ​ຢູ​ດາ​ເຖິງ​ໄພ່​ພົນ​ໃດ​ໜຶ່ງ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ອ່ອນ​ແອ​ໃນ​ສັດ​ທາ. ພວກ​ເຂົາ​ອ່ອນ​ແອ​ໂດຍ​ຜູ້​ທີ່​ຢູ່​ໃນ​ບັນ​ດາ​ພວກ​ເຂົາ ຜູ້​ກ່າວ​ວ່າ​ເປັນ​ຊາວ​ຄຣິດ​ສະ​ຕຽນ ແຕ່​ນະ​ມັດ​ສະ​ການ​ສາດ​ສະ​ໜາ​ເພ​ເກັນ​ທີ່​ຜິດ​ສິນ​ທຳ ແລະ ປະ​ກາດ​ວ່າ​ຖືກ​ຍົກ​ເວັ້ນ​ຈາກ​ກົດ​ທີ່​ມີ​ສິນ​ທຳ. ຢູ​ດາ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕື່ນ​ຂຶ້ນ​ມາ ແລະ ຮູ້​ຈັກ​ເຖິງ​ສິ່ງ​ອັນ​ຕະ​ລາຍ​ທາງ​ວິນ​ຍານ ແລະ ຊຸກ​ຍູ້​ພວກ​ເຂົາ​ໃຫ້​ຊື່​ສັດ​ຕໍ່​ໄປ.

ຂ່າວ​ສານ​ທີ່​ເດັ່ນ​ໃນ​ຢູ​ດາ ແມ່ນ ຂໍ້​ທີ 6, ຊຶ່ງ​ກ່ຽວ​ກັບ​ສົງ​ຄາມ​ໃນ​ສະ​ຫວັນ ແລະ ການ​ຂັບ​ໄລ່​ລູ​ຊິ​ເຟີ ແລະ ບໍ​ລິ​ວານ​ຂອງ​ມັນ​ອອກ​ໄປ​ຈາກ​ສະ​ພາ​ວະ​ກ່ອນ​ມະ​ຕະ (ອຣຮ 3:26–28), ແລະ ຂໍ້ທີ 14–15, ຊຶ່ງ​ອ້າງ​ເຖິງ​ຄຳ​ທຳ​ນາ​ຍ​ຂອງ​ເອ​ນົກ.

ພິມ