ສິ່ງ​ຊ່ວຍ​ສຶກ​ສາ
ອາ​ໂມດ


ອາ​ໂມດ

ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ທຳ​ນາຍ​ຈາກ​ປະ​ມານ 792 ປີ ເຖິງ 740 ປີ ກ່ອນ ຄ.ສ. ໃນ​ວັນ​ເວ​ລາ​ຂອງ​ອຸດສີຢາ, ກະ​ສັດ​ແຫ່ງ​ຢູ​ດາ, ແລະ ເຢ​ໂຣ​ໂບ​ອາມ, ກະ​ສັດ​ແຫ່ງ​ອິດ​ສະ​ຣາ​ເອນ.

ພຣະ​ທຳ​ອາ​ໂມດ

ໜັງ​ສື​ໃນ​ພຣະ​ຄຳ​ພີ​ເດີມ. ຄຳ​ທຳ​ນາຍ​ຫລາຍ​ຢ່າງ​ຂອງ​ອາ​ໂມດ ເຕືອນ​ຊາວ​ອິດ​ສະ​ຣາ​ເອນ ແລະ ປະ​ຊາ​ຊາດ​ໃກ້​ຄຽງ​ໃຫ້​ກັບ​ຄືນ​ສູ່​ຄວາມ​ຊອບ​ທຳ.

ບົດ​ທີ 1–5 ເອີ້ນ​ຊາວ​ອິດ​ສະ​ຣາ​ເອນ ແລະ ປະ​ຊາ​ຊາດ​ໃກ້​ຄຽງ​ໃຫ້​ກັບໃຈ. ບົດ​ທີ 3 ອະທິ​ບາຍວ່າ ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ຄວາມ​ລັບ​ຂອງ​ພຣະ​ອົງ​ຕໍ່​ສາດ​ສະ​ດາ ແລະ ວ່າ​ເປັນ​ເພາະ​ການ​ລ່ວງ​ລະ​ເມີດ, ຊາວ​ອິດ​ສະ​ຣາ​ເອນ​ຈະ​ຖືກ​ຜູ້​ປໍ​ລະ​ປັກ​ທຳ​ລາຍ. ບົດ​ທີ 6–8 ທຳ​ນາຍ​ເຖິງ​ການ​ຕົກ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ຫລາຍ​ປີ​ກ່ອນ​ອັດ​ຊີ​ເຣຍ​ເຂົ້າ​ມາ​ຮຸກຮານ. ບົດ​ທີ 9 ທຳ​ນາຍ​ວ່າ ຊາວ​ອິດ​ສະ​ຣາ​ເອນ​ຈະ​ຖືກ​ນຳ​ຄືນ​ສູ່​ແຜ່ນ​ດິນ​ຂອງ​ຕົນ.

ພິມ