ອິດສະຣາເອນ
ພຣະຜູ້ເປັນເຈົ້າໄດ້ປະທານຊື່ ອິດສະຣາເອນ ໃຫ້ຢາໂຄບ, ລູກຊາຍຂອງອີຊາກ ແລະ ຫລານຊາຍຂອງອັບຣາຮາມໃນພຣະຄຳພີເດີມ (ປຖກ 32:28; 35:10). ຊື່ ອິດສະຣາເອນ ໝາຍເຖິງຕົວຂອງຢາໂຄບເອງ, ລູກຫລານຂອງເພິ່ນ, ຫລື ອານາຈັກຊຶ່ງລູກຫລານເຫລົ່ານັ້ນຄັ້ງໜຶ່ງເຄີຍຄອບຄອງໃນສະໄໝຂອງພຣະຄຳພີເດີມ (2 ຊມອ 1:24; 23:3). ຫລັງຈາກໂມເຊໄດ້ນຳພາລູກຫລານຂອງອິດສະຣາເອນອອກຈາກຄວາມເປັນທາດຢູ່ເອຢິບແລ້ວ (ອພຍ 3–14), ພວກເຂົາຢູ່ໃນການປົກຄອງຂອງຜູ້ຕັດສິນ ເປັນເວລາຫລາຍກວ່າສາມຮ້ອຍປີ. ເລີ່ມຕົ້ນຈາກກະສັດໂຊນ, ບັນດາກະສັດໄດ້ປົກຄອງເໜືອອິດສະຣາເອນ ນຳກັນເປັນໜຶ່ງ ຈົນເຖິງການສິ້ນຊີວິດຂອງໂຊໂລໂມນ, ເມື່ອສິບເຜົ່າໄດ້ກໍ່ການກະບົດຕໍ່ເຣໂຮໂບອາມ ເພື່ອສ້າງຕັ້ງປະຊາຊາດແຍກອອກຕ່າງຫາກ. ຫລັງຈາກອານາຈັກຂອງອິດສະຣາເອນໄດ້ຖືກແບ່ງແຍກ, ເຜົ່າທີ່ຢູ່ພາກເໜືອ, ຊຶ່ງເປັນສ່ວນທີ່ໃຫຍ່ກວ່າ, ໄດ້ຮັກສາຊື່ ອິດສະຣາເອນ ໄວ້, ໃນຂະນະທີ່ອານາຈັກຂອງພາກໃຕ້ຖືກເອີ້ນວ່າ ຢູດາ. ໃນປະຈຸບັນນີ້ແຜ່ນດິນການາອານຖືກເອີ້ນ ອິດສະຣາເອນ. ໃນຄວາມໝາຍໜຶ່ງອີກ, ອິດສະຣາເອນ ໝາຍເຖິງຜູ້ທີ່ເຊື່ອຢ່າງແທ້ຈິງໃນພຣະຄຣິດ (ຣມ 10:1; 11:7; ຄລຕ 6:16; ອຟຊ 2:12).
ສິບສອງເຜົ່າຂອງອິດສະຣາເອນ
ຢາໂຄບຫລານຊາຍຂອງອັບຣາຮາມ, ຊຶ່ງຊື່ໄດ້ປ່ຽນໄປເປັນ ອິດສະຣາເອນ, ໄດ້ມີລູກຊາຍຢູ່ດ້ວຍກັນສິບສອງຄົນ. ຕໍ່ມາລູກຫລານຂອງເຂົາເຈົ້າໄດ້ກາຍເປັນສິບສອງເຜົ່າຂອງອິດສະຣາເອນ ຫລື ລູກຫລານຂອງອິດສະຣາເອນ. ຕໍ່ໄປນີ້ຄືລາຍຊື່ຂອງສິບສອງເຜົ່າ: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ແລະ ເສບູໂລນ (ລູກຊາຍຂອງຢາໂຄບກັບນາງເລອາ); ດານ ແລະ ເນັບທະລີ (ລູກຊາຍຂອງຢາໂຄບກັບນາງບິນຮາ); ກາດ ແລະ ອເຊ (ລູກຊາຍຂອງຢາໂຄບກັບນາງສີລະປາ); ໂຢເຊັບ ແລະ ເບັນຢາມິນ (ລູກຊາຍຂອງຢາໂຄບກັບນາງລາເຊັນ) (ປຖກ 29:32–30:24; 35:16–18).
ຢາໂຄບໄດ້ໃຫ້ພອນແກ່ຜູ້ນຳຂອງແຕ່ລະເຜົ່າກ່ອນເພິ່ນຈະສິ້ນຊີວິດ (ປຖກ 49:1–28). ສຳລັບຂໍ້ມູນເພີ່ມເຕີມ, ເບິ່ງຊື່ລູກຊາຍແຕ່ລະຄົນຂອງຢາໂຄບ.
ຣູເບັນ, ລູກຊາຍກົກຂອງຢາໂຄບນຳເມຍຄົນທຳອິດ, ເລອາ, ໄດ້ສູນເສຍສິດທິຂອງອ້າຍກົກ ແລະ ມູນມໍລະດົກສອງເທົ່າຂອງລາວໄປ ເພາະການເຮັດຜິດສິນທຳ (ປຖກ 49:3–4). ສິດທິຂອງອ້າຍກົກນັ້ນໄດ້ໄປຕົກຢູ່ທີ່ໂຢເຊັບ, ຜູ້ເປັນລູກຊາຍກົກຂອງຢາໂຄບກັບເມຍຄົນທີສອງ, ລາເຊັນ (1 ຂຄ 5:1–2). ເລວີ, ພຣະຜູ້ເປັນເຈົ້າໄດ້ເລືອກເຜົ່າຂອງລາວໃຫ້ຮັບໃຊ້ເປັນຜູ້ປະຕິບັດສາດສະໜາກິດຂອງຖານະປະໂລຫິດ, ບໍ່ໄດ້ຮັບມູນມໍລະດົກ ເພາະການເອີ້ນພິເສດຂອງພວກເຂົາໃນບັນດາເຜົ່າທັງໝົດ. ສິ່ງນີ້ໄດ້ເຮັດໃຫ້ມໍລະດົກສອງເທົ່າຂອງໂຢເຊັບ ຖືກແບ່ງປັນໃຫ້ແກ່ລູກຊາຍຂອງໂຢເຊັບ, ເອຟະຣາອີມ ແລະ ມານາເຊ (1 ຂຄ 5:1; ຢມຢ 31:9), ຜູ້ທີ່ຖືກນັບເປັນເຜົ່າໜຶ່ງອີກຕ່າງຫາກຂອງອິດສະຣາເອນ (ປຈສ, ປຖກ 48:5–6 [ພາກຫ້ອຍທ້າຍ]).
ສະມາຊິກໃນເຜົ່າຂອງຢູດາຕ້ອງເປັນຜູ້ປົກຄອງຈົນກວ່າພຣະເມຊີອາຈະສະເດັດມາ (ປຖກ 49:10; ປຈສ, ປຖກ 50:24 [ພາກຫ້ອຍທ້າຍ]). ໃນຍຸກສຸດທ້າຍ ເຜົ່າຂອງເອຟະຣາອີມຈະໄດ້ຮັບສິດທິພິເສດໃນການນຳຂ່າວສານຂອງການຟື້ນຟູພຣະກິດຕິຄຸນໄປສູ່ໂລກ ແລະ ການເຕົ້າໂຮມອິດສະຣາເອນທີ່ກະຈັດກະຈາຍໄປ (ພບຍ 33:13–17). ເວລາຈະມາເຖິງ ເມື່ອເອຟະຣາອີມຈະມີບົດບາດເປັນຜູ້ນຳໃນການເຕົ້າໂຮມທຸກເຜົ່າຂອງອິດສະຣາເອນເຂົ້າກັນເປັນໜຶ່ງ ໂດຍຜ່ານພຣະກິດຕິຄຸນຂອງພຣະເຢຊູຄຣິດ (ອຊຢ 11:12–13; ຄພ 133:26–34).
ການກະຈັດກະຈາຍຂອງຊາວອິດສະຣາເອນ
ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ສິບສອງເຜົ່າຂອງອິດສະຣາເອນກະຈັດກະຈາຍໄປ ແລະ ເປັນທຸກ ເພາະຄວາມບໍ່ຊອບທຳ ແລະ ການກະບົດຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ພຣະຜູ້ເປັນເຈົ້າຍັງໄດ້ເຮັດໃຫ້ການກະຈັດກະຈາຍຂອງຜູ້ຄົນທີ່ຖືກເລືອກໄວ້ຂອງພຣະອົງໃນບັນດາປະຊາຊາດຂອງໂລກ ເປັນພອນໃຫ້ແກ່ປະຊາຊາດເຫລົ່ານັ້ນ.
ການເຕົ້າໂຮມຊາວອິດສະຣາເອນ
ເຊື້ອສາຍອິດສະຣາເອນຈະຖືກເຕົ້າໂຮມເຂົ້າກັນໃນຍຸກສຸດທ້າຍ ກ່ອນການສະເດັດມາຂອງພຣະຄຣິດ (ຫຼຊ 1:10). ພຣະຜູ້ເປັນເຈົ້າເຕົ້າໂຮມອິດສະຣາເອນຜູ້ຄົນຂອງພຣະອົງ ເມື່ອພວກເຂົາຮັບເອົາພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.
ສິບເຜົ່າທີ່ຫາຍໄປຂອງອິດສະຣາເອນ
ສິບເຜົ່າຂອງອິດສະຣາເອນໄດ້ລວມກັນເປັນອານາຈັກພາກເໜືອຂອງອິດສະຣາເອນ ແລະ ໄດ້ຖືກພາໄປເປັນຊະເລີຍຢູ່ອັດຊີເຣຍ 721 ປີ ກ່ອນ ຄ.ສ. ໃນເວລານັ້ນ ພວກເຂົາໄດ້ໄປຫາ “ພາກພື້ນທາງເໜືອ” ແລະ ໄດ້ສາບສູນໄປ ບໍ່ມີໃຜຮູ້ຈັກ. ພວກເຂົາຈະກັບຄືນມາໃນຍຸກສຸດທ້າຍ.