ຍາກຈົນ ເບິ່ງ ເຄື່ອງຖວາຍ; ຄວາມຜາສຸກ; ຖືສິນອົດເຂົ້າ, ການຖືສິນອົດເຂົ້າ; ຖ່ອມຕົນ, ຄວາມຖ່ອມຕົນ; ໃຫ້ທານ, ການໃຫ້ທານ ນຳອີກ ໃນພຣະຄຳພີ, ຄົນຍາກຈົນ ສາມາດໝາຍເຖິງ (1) ຄົນທີ່ຂາດແຄນສິ່ງຂອງ, ດັ່ງເຊັ່ນ ອາຫານ, ເຄື່ອງນຸ່ງຫົ່ມ, ແລະ ທີ່ພັກພາອາໄສ, ຫລື (2) ຜູ້ທີ່ຖ່ອມຕົວ ແລະ ບໍ່ຈອງຫອງ. ຍາກຈົນໃນສິ່ງຂອງ ຢ່າໄດ້ເປັນຄົນໃຈຄັບແຄບຕໍ່ຄົນທີ່ມີຄວາມຂັດສົນ, ພບຍ 15:7. ຄົນຊົ່ວຂົ່ມເຫັງຄົນຍາກຈົນຢ່າງຈອງຫອງ, ພສສ 10:2. ຜູ້ທີ່ໃຫ້ທານແກ່ຄົນທຸກ ຈະບໍ່ຂັດສົນເລີຍ, ສພສ 28:27. ຈົ່ງໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນ, ອຊຢ 58:6–7. ຖ້າເຈົ້າຢາກເປັນຜູ້ດີຄົບຖ້ວນ, ຈົ່ງແຈກທານໃຫ້ແກ່ຄົນຍາກຈົນ, ມທ 19:21 (ມຣກ 10:21; ລກ 18:22). ພຣະເຈົ້າໄດ້ເລືອກເອົາຄົນທຸກຈົນໃນໂລກນີ້, ຢກບ 2:5. ເພາະວ່າເຂົາຮັ່ງມີ ເຂົາຈຶ່ງດູຖູກຄົນທຸກຍາກ, 2 ນຟ 9:30. ເພື່ອໃຫ້ມີການປົດບາບຂອງພວກທ່ານ, ຈົ່ງແບ່ງປັນເຂົ້າຂອງ ຂອງພວກທ່ານໃຫ້ແກ່ຄົນຍາກຈົນ, ມຊຢ 4:26. ພວກເຂົາໄດ້ແບ່ງປັນເຂົ້າຂອງ ຂອງພວກເຂົາໃຫ້ແກ່ຄົນຍາກຈົນ, ແອວ 1:27. ຖ້າຫາກພວກທ່ານຫັນໜ້າໜີຈາກຄົນຂັດສົນ, ການອະທິຖານຂອງພວກທ່ານກໍບໍ່ມີປະໂຫຍດ, ແອວ 34:28. ຊາວນີໄຟມີເຂົ້າຂອງທັງໝົດນຳກັນເປັນສ່ວນລວມ; ບໍ່ມີຜູ້ໃດຮັ່ງມີ ແລະ ຍາກຈົນ, 4 ນຟ 1:3. ຈົ່ງນຶກເຖິງຄົນຍາກຈົນ, ຄພ 42:30 (ຄພ 52:40). ວິບັດແກ່ຄົນຍາກຈົນ ຜູ້ທີ່ຫົວໃຈບໍ່ຊອກຊ້ຳ, ຄພ 56:17–18. ຄົນຍາກຈົນຈະເຂົ້າມາໃນງານສົມຣົດຂອງພຣະເມສານ້ອຍ, ຄພ 58:6–11. ອະທິການຕ້ອງຊອກຫາຄົນຍາກຈົນ, ຄພ 84:112. ກົດຂອງພຣະກິດຕິຄຸນຊີ້ນຳເລື່ອງການດູແລຄົນຍາກຈົນ, ຄພ 104:17–18. ບໍ່ມີຄົນຍາກຈົນໃນບັນດາພວກເຂົາ, ມຊ 7:18. ຄົນທີ່ຍາກຈົນທາງວິນຍານ ຜູ້ນັ້ນຈະໄດ້ຮັບພອນຫລາຍກວ່າຜູ້ທີ່ຖືກບັງຄັບໃຫ້ຖ່ອມຕົວ ເພາະຄວາມຍາກຈົນ, ແອວ 32:4–6, 12–16. ຄົນທີ່ຍາກຈົນທາງວິນຍານທີ່ມາຫາເຮົາຍ່ອມເປັນສຸກ, 3 ນຟ 12:3 (ມທ 5:3). ຄົນຍາກຈົນ ແລະ ຄົນອ່ອນໂຍນ ຈະມີພຣະກິດຕິຄຸນສັ່ງສອນໃຫ້ແກ່ພວກເຂົາ, ຄພ 35:15.