ພຣະຄຳພີກ່າວເຖິງຈິດວິນຍານໃນສາມແບບ: (1) ຮ່າງກາຍທີ່ເປັນວິນຍານ, ກ່ອນມະຕະ ແລະ ຫລັງຈາກມະຕະ (ແອວ 40:11–14; ອຣຮ 3:23); (2) ວິນຍານ ແລະ ຮ່າງກາຍ ໄດ້ຮວມເຂົ້າກັນໃນ ຄວາມເປັນມະຕະ (ຄພ 88:15; ອຣຮ 5:7); ແລະ (3) ບຸກຄົນທີ່ຟື້ນຄືນຊີວິດ ແລະ ເປັນອະມະຕະ ຊຶ່ງວິນຍານ ແລະ ຮ່າງກາຍ ຈະບໍ່ແຍກອອກຈາກກັນອີກ (2 ນຟ 9:13; ຄພ 88:15–16).
ທຸກໆຄົນເປັນລູກໆທາງວິນຍານຂອງພຣະເຈົ້າ. ພຣະອົງເປັນຫ່ວງເປັນໃຍນຳລູກໆທຸກຄົນຂອງພຣະອົງ ແລະ ຖືວ່າທຸກຄົນສຳຄັນ. ເພາະເຂົາເປັນລູກໆຂອງພຣະອົງ, ເຂົາຈຶ່ງມີຄວາມສາມາດທີ່ຈະກາຍເປັນເໝືອນດັ່ງພຣະອົງໄດ້. ດັ່ງນັ້ນ, ເຂົາຈຶ່ງມີຄວາມສຳຄັນຢ່າງຫລວງຫລາຍ.