ການປ່ຽນສະພາບ
ສະພາບຂອງຜູ້ຄົນທີ່ປ່ຽນແປງຊົ່ວໄລຍະໜຶ່ງ ໃນການປະກົດຕົວ ແລະ ໃນທຳມະຊາດ—ນັ້ນຄື, ຖືກຍົກຂຶ້ນສູງກວ່າທາງລະດັບວິນຍານ—ເພື່ອວ່າເຂົາເຈົ້າຈະສາມາດທົນຕໍ່ການປະທັບຢູ່ ແລະ ລັດສະໝີພາບຂອງບຸກຄົນຈາກສະຫວັນໄດ້.
ການປ່ຽນສະພາບຂອງພຣະຄຣິດ
ເປໂຕ, ຢາໂກໂບ, ແລະ ໂຢຮັນ ໄດ້ເຫັນພຣະຜູ້ເປັນເຈົ້າທີ່ຮຸ່ງເຫລື້ອມ ແລະ ປ່ຽນສະພາບ ຢູ່ຕໍ່ໜ້າເຂົາເຈົ້າ. ພຣະຜູ້ຊ່ວຍໃຫ້ລອດເຄີຍໄດ້ສັນຍາວ່າ ເປໂຕຈະໄດ້ຮັບຂໍກະແຈຂອງອານາຈັກສະຫວັນ (ມທ 16:13–19; 17:1–9; ມຣກ 9:2–10; ລກ 9:28–36; 2 ປຕ 1:16–18). ໃນເຫດການທີ່ສຳຄັນນີ້, ພຣະຜູ້ຊ່ວຍໃຫ້ລອດ, ໂມເຊ, ແລະ ອີລາຍ (ເອລີຢາ) ໄດ້ມອບຂໍກະແຈຂອງຖານະປະໂລຫິດທີ່ໄດ້ສັນຍາໄວ້ໃຫ້ແກ່ ເປໂຕ, ຢາໂກໂບ, ແລະ ໂຢຮັນ. ດ້ວຍຂໍກະແຈຂອງຖານະປະໂລຫິດເຫລົ່ານີ້, ອັກຄະສາວົກ ໄດ້ມີອຳນາດທີ່ຈະດຳເນີນວຽກງານຂອງອານາຈັກຕໍ່ໄປ ຫລັງຈາກການສະເດັດຂຶ້ນສະຫວັນຂອງພຣະເຢຊູ.
ໂຈເຊັບ ສະມິດ ໄດ້ສິດສອນວ່າ ຢູ່ເທິງພູແຫ່ງການປ່ຽນສະພາບ, ເປໂຕ, ຢາໂກໂບ, ແລະ ໂຢຮັນ ກໍໄດ້ປ່ຽນສະພາບເໝືອນກັນ. ເຂົາເຈົ້າໄດ້ເຫັນພາບນິມິດກ່ຽວກັບແຜ່ນດິນໂລກ ຕາມທີ່ມັນຈະເປັນ ໃນສະພາບທີ່ຮຸ່ງເຫລື້ອມຂອງມັນ ໃນອະນາຄົດ (ຄພ 63:20–21). ເຂົາເຈົ້າໄດ້ເຫັນໂມເຊ ແລະ ເອລີຢາ, ຊຶ່ງທັງສອງໄດ້ປ່ຽນສະພາບແລ້ວ, ແລະ ໄດ້ຍິນສຸລະສຽງຂອງພຣະບິດາ. ພຣະບິດາໄດ້ກ່າວວ່າ, “ນີ້ຄືບຸດທີ່ຮັກຂອງເຮົາ, ຜູ້ເຮົາພໍໃຈຫລາຍ; ຈົ່ງຟັງທ່ານ” (ມທ 17:5).