ເດັກ, ເດັກນ້ອຍ ເບິ່ງ ການບັບຕິສະມາຂອງເດັກແດງທາລົກ; ຄອບຄົວ; ຊົດໃຊ້, ການຊົດໃຊ້; ພອນ, ໃຫ້ພອນ, ເປັນພອນ—ການໃຫ້ພອນແກ່ເດັກນ້ອຍ; ລອດ, ຄວາມລອດ—ຄວາມລອດຂອງເດັກນ້ອຍ; ຮັບຜິດຊອບ, ຮູ້ຈັກຮັບຜິດຊອບ, ຄວາມຮັບຜິດຊອບ ນຳອີກ ຄົນໜຸ່ມ, ຜູ້ທີ່ຍັງບໍ່ເຕັມກະສຽນເທື່ອ. ພໍ່ແມ່ຕ້ອງຫັດໃຫ້ລູກເພື່ອເຊື່ອຟັງຕາມພຣະປະສົງຂອງພຣະເຈົ້າ. ເດັກນ້ອຍບໍ່ມີບາບຈົນກວ່າເຂົາເຖິງອາຍຸທີ່ຮູ້ຈັກຮັບຜິດຊອບ (ມຣນ 8:22; ຄພ 68:27). ເດັກນ້ອຍຄືຂອງຂວັນຈາກພຣະຜູ້ເປັນເຈົ້າ, ພສສ 127:3–5. ຈົ່ງສັ່ງສອນລູກໃຫ້ຮູ້ທາງດຳເນີນຊີວິດ, ສພສ 22:6. ຈົ່ງປ່ອຍເດັກນ້ອຍມາຫາເຮົາ ແລະ ຢ່າຫ້າມພວກເຂົາ, ມທ 19:14. ຈົ່ງເຊື່ອຟັງບິດາມານດາຂອງຕົນ, ອຟຊ 6:1–3 (ກລຊ 3:20). ປາດສະຈາກການຕົກ, ອາດາມ ແລະ ເອວາຄົງບໍ່ມີລູກຫລານ, 2 ນຟ 2:22–23. ຈົ່ງສິດສອນລູກຫລານໃຫ້ເດີນໃນທາງແຫ່ງຄວາມຈິງ ແລະ ຄວາມມີສະຕິສຳປະສັນຍະ, ມຊຢ 4:14–15. ເດັກນ້ອຍໆມີຊີວິດນິລັນດອນ, ມຊຢ 15:25. ພຣະເຢຊູໄດ້ເອົາເດັກນ້ອຍມາ ແລະ ອວຍພອນພວກເຂົາ, 3 ນຟ 17:21. ລູກຫລານທັງໝົດຂອງເຈົ້າຈະໄດ້ຮັບການສິດສອນເລື່ອງພຣະຜູ້ເປັນເຈົ້າ; ແລະ ສັນຕິສຸກຂອງລູກຫລານຂອງເຈົ້າຈະຍິ່ງໃຫຍ່, 3 ນຟ 22:13 (ອຊຢ 54:13). ເດັກນ້ອຍໆບໍ່ຕ້ອງການການກັບໃຈ ຫລື ຮັບບັບຕິສະມາ, ມຣນ 8:8–24. ເດັກນ້ອຍໆໄດ້ຮັບການໄຖ່ນັບແຕ່ການວາງຮາກຖານຂອງໂລກຜ່ານພຣະອົງດຽວທີ່ຖືກຳເນີດຂອງເຮົາ, ຄພ 29:46–47. ພໍ່ແມ່ຕ້ອງສິດສອນຫລັກທຳພຣະກິດຕິຄຸນ ແລະ ພາກປະຕິບັດໃຫ້ແກ່ລູກໆ, ຄພ 68:25, 27–28. ເດັກນ້ອຍໆບໍລິສຸດຜ່ານການຊົດໃຊ້ຂອງພຣະຄຣິດ, ຄພ 74:7. ພໍ່ແມ່ຖືກບັນຊາໃຫ້ລ້ຽງດູລູກໆຂອງເຂົາເຈົ້າໃນຄວາມສະຫວ່າງ ແລະ ຄວາມຈິງ, ຄພ 93:40. ເດັກນ້ອຍຜູ້ໄດ້ຕາຍກ່ອນອາຍຸທີ່ຮູ້ຈັກຮັບຜິດຊອບກໍລອດໃນອານາຈັກຊັ້ນສູງ, ຄພ 137:10.