ສັນຍາລັກ
ການໃຊ້ບາງຢ່າງເພື່ອປຽບທຽບ ຫລື ເຮັດໃຫ້ເໝືອນບາງສິ່ງ. ໃນພຣະຄຳພີ ສັນຍາລັກຈະຖືກໃຊ້ສິ່ງຂອງ, ເຫດການ, ຫລື ສະພາບການທີ່ຮູ້ຈັກກັນດີ ເພື່ອເປັນຕົວແທນໃຫ້ແກ່ຫລັກທຳ ຫລື ຄຳສອນຂອງພຣະກິດຕິຄຸນ. ຍົກຕົວຢ່າງ, ສາດສະດາແອວມາໃນພຣະຄຳພີມໍມອນ ໄດ້ໃຊ້ເມັດພືດເປັນຕົວແທນໃຫ້ແກ່ພຣະຄຳຂອງພຣະເຈົ້າ (ແອວ 32).
ສາດສະດາຕະຫລອດທົ່ວພຣະຄຳພີ ໄດ້ໃຊ້ສັນຍາລັກ ເພື່ອສອນກ່ຽວກັບພຣະເຢຊູຄຣິດ. ສັນຍາລັກບາງຢ່າງເຫລົ່ານີ້ ແມ່ນລວມທັງພິທີສະຫລອງ ແລະ ພິທີການຕ່າງໆ (ມຊ 6:63), ການເສຍສະລະ (ຮຣ 9:11–15; ມຊ 5:7–8), ສິນລະລຶກ (ປຈສ, ມຣກ 14:20–24 [ພາກຫ້ອຍທ້າຍ]; ລກ 22:13–20), ແລະ ການບັບຕິສະມາ (ຣມ 6:1–6; ຄພ 128:12–13). ຫລາຍຊື່ໃນພຣະຄຳພີເປັນສັນຍາລັກ. ພິທີການໃນຫໍເຕັນສັກສິດ ໃນພຣະຄຳພີເດີມ ແລະ ກົດຂອງໂມເຊ ເປັນຕົວແທນໃຫ້ແກ່ຄວາມຈິງນິລັນດອນ (ຮຣ 8–10; ມຊຢ 13:29–32; ແອວ 25:15; ຮລມ 8:14–15). ສຳລັບຕົວຢ່າງອື່ນໆ, ເບິ່ງ ມທ 5:13–16; ຢຮ 3:14–15; ຢຄ 4:5; ແອວ 37:38–45.