ສິ່ງ​ຊ່ວຍ​ສຶກ​ສາ
ຊາວ​ເລມັນ


ຊາວ​ເລມັນ

ຜູ້​ຄົນ​ກຸ່ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍມອນ, ຊຶ່ງ​ຜູ້​ຄົນ​ສ່ວນ​ຫລາຍ​ເປັນ​ເຊື້ອ​ສາຍ​ຂອງ​ເລມັນ, ລູກ​ຊາຍ​ກົກ​ຂອງ​ລີໄຮ. ພວກ​ເຂົາ​ຮູ້​ສຶກ​ວ່າ ນີໄຟ ແລະ ເຊື້ອ​ສາຍ​ຂອງ​ລາວ​ໄດ້​ເຮັດ​ຜິດ​ຕໍ່​ພວກ​ເຂົາ (ມຊຢ 10:11–17). ຜົນ​ກໍ​ຄື, ພວກ​ເຂົາ​ໄດ້​ກະ​ບົດ​ຕໍ່​ຊາວ​ນີໄຟ ແລະ ມັກ​ຈະ​ປະ​ຕິ​ເສດ​ຄຳ​ສອນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ສະເໝີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ດົນ​ກ່ອນ​ການ​ມາ​ກຳ​ເນີດ​ຂອງ​ພຣະ​ເຢຊູ​ຄຣິດ, ຊາວ​ເລມັນ​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ເປັນ​ຄົນ​ຊອບ​ທຳ​ຫລາຍ​ກວ່າ​ຊາວ​ນີໄຟ (ຮລມ 6:34–36). ສອງ​ຮ້ອຍ​ປີ​ຫລັງ​ຈາກ​ພຣະ​ຄຣິດ​ໄດ້​ມາ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ, ທັງ​ຊາວ​ເລມັນ ແລະ ຊາວ​ນີໄຟ ໄດ້​ກາຍ​ເປັນ​ຄົນ​ຊົ່ວ ແລະ ເລີ່ມ​ຕົ້ນ​ປະ​ກາດ​ສົງ​ຄາມ​ຕໍ່​ຕ້ານ​ກັນ​ແລະ​ກັນ. ປະ​ມານ ຄ.ສ. 400, ຊາວ​ເລມັນ​ໄດ້​ທຳ​ລາຍ​ຊາວ​ນີໄຟ​ຈົນ​ໝົດ​ສິ້ນ.

ພິມ