ສິ່ງ​ຊ່ວຍ​ສຶກ​ສາ
ອິດຊາຄາ


ອິດຊາຄາ

ລູກ​ຊາຍ​ຂອງ​ຢາໂຄບ​ກັບ​ນາງ​ເລອາ ໃນ​ພຣະ​ຄຳ​ພີ​ເດີມ (ປຖກ 30:17–18; 35:23; 46:13). ຜູ້​ສືບ​ຕະກຸນ​ຂອງ​ເພິ່ນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ.

ເຜົ່າ​ຂອງ​ອິດຊາຄາ

ພອນ​ຂອງ​ຢາໂຄບ​ຕໍ່​ອິດຊາຄາ ມີ​ຢູ່​ໃນ​ປະ​ຖົມ​ມະ​ການ 49:14–15. ຫລັງ​ຈາກ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ກາ​ນາ​ອານ, ພວກ​ເຂົາ​ໄດ້​ຮັບ​ຄວາມ​ລ້ຳ​ລວຍ​ບາງ​ຢ່າງ​ຈາກ​ແຜ່ນ​ດິນ​ຟີລິດ​ສະຕິນ, ລວມ​ທັງ​ທົ່ງ​ພຽງ​ເອສະດາ​ອີໂລນ. ພາຍ​ໃນ​ເຂດ​ແດນ​ຂອງ​ອິດຊາຄາ ມີ​ຫລາຍ​ແຫ່ງ​ທີ່​ສຳ​ຄັນ​ໃນ​ປະຫວັດ​ສາດ​ຂອງ​ຊາວ​ຢິວ, ຍົກ​ຕົວ​ຢ່າງ, ກາເມນ, ເມ​ກິດ​ໂດ, ໂດທານ, ກິນໂບອາ, ເຢຊະ​ເຣເອນ, ຕາໂບເຣ, ແລະ ນາ​ຊາ​ເຣັດ (ຢຊ 19:17–23).

ພິມ