ສິ່ງ​ຊ່ວຍ​ສຶກ​ສາ
ເຮເຊ​ກີຢາ


ເຮເຊ​ກີຢາ

ກະສັດ​ທີ່​ຊອບ​ທຳ​ຄົນ​ໜຶ່ງ​ຂອງ​ປະ​ຊາ​ຊາດ​ຢູ​ດາ​ໃນ​ພຣະ​ຄຳ​ພີ​ເດີມ. ເພິ່ນ​ໄດ້​ປົກ​ຄອງ​ເປັນ​ເວລາ​ຊາວ​ເກົ້າ​ປີ, ໃນ​ສະ​ໄໝ​ເອຊາ​ຢາ​ເປັນ​ສາດ​ສະ​ດາ​ໃນ​ຢູດາ (2 ກສ 18–20; 2 ຂຄ 29–32; ອຊຢ 36–39). ເອຊາ​ຢາ​ໄດ້​ຊ່ວຍ​ເຫລືອ​ເພິ່ນ​ເລື່ອງ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ ແລະ ຝ່າຍ​ລັດ​ຖະ​ບານ. ເພິ່ນ​ໄດ້​ຢັບ​ຢັ້ງ​ການ​ນັບ​ຖື​ຮູບ​ບູຊາ ແລະ ໄດ້​ຟື້ນ​ຟູ​ພິ​ທີ​ການ​ໃນ​ພຣະ​ວິຫານ. ຊີ​ວິດ​ຂອງ​ເຮເຊ​ກີຢາ​ໄດ້​ຍືນ​ຍົງ​ຕໍ່​ອອກ​ໄປ​ອີກ​ເປັນ​ເວລາ​ສິບ​ຫ້າ​ປີ​ຜ່ານ​ການ​ອະ​ທິ​ຖານ ແລະ ສັດທາ (2 ກສ 20:1–7). ການ​ປົກຄອງ​ຂອງ​ເພິ່ນ​ໃນ​ຕອນ​ຕົ້ນ​ກໍ​ຈະ​ເລີນ​ກ້າວ​ໜ້າ, ແຕ່​ການ​ກະ​ບົດ​ຂອງ​ເພິ່ນ​ຕໍ່​ກະສັດ​ຂອງ​ອັດ​ຊີ​ເຣຍ (2 ກສ 18:7) ໄດ້​ເຮັດ​ໃຫ້ ທະ​ຫານ​ອັດ​ຊີ​ເຣຍ​ຍົກ​ທັບ​ມາ​ຕີ​ສອງ​ເທື່ອ: ເທື່ອ​ທຳ​ອິດ​ໄດ້​ຖືກ​ບັນ​ຍາຍ​ໄວ້​ຢູ່​ໃນ ເອຊາ​ຢາ 10:24–32, ເທື່ອ​ທີ​ສອງ​ໃນ 2 ກະສັດ 18:13–19:7. ໃນ​ການ​ຍົກ​ທັບ​ມາຕີ​ເທື່ອ​ທີ​ສອງ, ເຢຣູ​ຊາເລັມ​ໄດ້​ຖືກ​ຮັກ​ສາ​ໄວ້​ໂດຍ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (2 ກສ 19:35).

ພິມ