ສາລະພາບ, ການສາລະພາບ
ພຣະຄຳພີໃຊ້ການສາລະພາບຢ່າງໜ້ອຍໃນສອງວິທີທາງ. ໃນຄວາມໝາຍໜຶ່ງ, ການສາລະພາບຄືການກ່າວເຖິງສັດທາຂອງບາງຄົນໃນບາງສິ່ງ, ດັ່ງເຊັ່ນການສາລະພາບວ່າພຣະເຢຊູຄືພຣະຄຣິດ (ມທ 10:32; ຣມ 10:9; 1 ຢຮ 4:1–3; ຄພ 88:104).
ໃນຄວາມໝາຍໜຶ່ງອີກ, ການສາລະພາບຄືການຍອມຮັບຄວາມຜິດ, ດັ່ງເຊັ່ນໃນການສາລະພາບບາບ. ມັນແມ່ນໜ້າທີ່ຂອງທຸກຄົນທີ່ຈະສາລະພາບບາບທັງໝົດຂອງພວກເຂົາຕໍ່ພຣະຜູ້ເປັນເຈົ້າ ແລະ ຮັບເອົາການໃຫ້ອະໄພຈາກພຣະອົງ (ຄພ 58:42–43). ເມື່ອຈຳເປັນ, ຄວນສາລະພາບບາບຕໍ່ຄົນທີ່ເຮົາໄດ້ເຮັດບາບຕໍ່. ຄວນສາລະພາບບາບທີ່ຮ້າຍແຮງຕໍ່ເຈົ້າໜ້າທີ່ຂອງສາດສະໜາຈັກ (ໃນຫລາຍໆກໍລະນີນັ້ນຈະເປັນ ອະທິການ).