ໝິ່ນປະໝາດ, ການໝິ່ນປະໝາດ
ການເວົ້າຈາແບບບໍ່ນັບຖື ຫລື ບໍ່ຄາລະວະຕໍ່ພຣະເຈົ້າ ຫລື ສິ່ງທີ່ສັກສິດ.
ພຣະເຢຊູໄດ້ຖືກຊາວຢິວກ່າວຫາຫລາຍເທື່ອ ເພາະການກ່າວໝິ່ນປະໝາດ ເພາະວ່າພຣະອົງໄດ້ອ້າງສິດທີ່ຈະໃຫ້ອະໄພບາບ (ມທ 9:2–3; ລກ 5:20–21), ເພາະວ່າພຣະອົງໄດ້ເອີ້ນຕົນເອງວ່າພຣະບຸດຂອງພຣະເຈົ້າ (ຢຮ 10:22–36; 19:7), ແລະ ເພາະວ່າພຣະອົງໄດ້ກ່າວກັບພວກເຂົາວ່າ ພວກເຂົາຈະເຫັນພຣະອົງນັ່ງຢູ່ທາງເບື້ອງຂວາຂອງຜູ້ຊົງລິດອຳນາດຍິ່ງໃຫຍ່ ແລະ ກຳລັງສະເດັດມາເທິງເມກໃນສະຫວັນ (ມທ 26:64–65). ການກ່າວຫານັ້ນອາດເປັນຄວາມຈິງ ຖ້າຫາກພຣະອົງບໍ່ໄດ້ເປັນດັ່ງທີ່ພຣະອົງກ່າວວ່າພຣະອົງເປັນ. ການກ່າວຫານັ້ນໄດ້ນຳຂຶ້ນຕໍ່ຕ້ານພຣະອົງໂດຍພະຍານເທັດຢູ່ທີ່ສານຊານເຮດຣິນ (ມທ 26:59–61) ວ່າໝິ່ນປະໝາດພຣະວິຫານຂອງພຣະເຈົ້າ. ການໝິ່ນປະໝາດຕໍ່ຕ້ານພຣະວິນຍານບໍລິສຸດ, ຊຶ່ງເປັນການປະຕິເສດພຣະຄຣິດດ້ວຍຄວາມເຕັມໃຈ ຫລັງຈາກໄດ້ມີຄວາມຮູ້ແຈ້ງກ່ຽວກັບພຣະອົງ, ແມ່ນບາບທີ່ໃຫ້ອະໄພບໍ່ໄດ້ (ມທ 12:31–32; ມຣກ 3:28–29; ຄພ 132:27).