ສິ່ງ​ຊ່ວຍ​ສຶກ​ສາ
ຈັກກະພົບ​ໂຣມ


ຈັກກະພົບ​ໂຣມ

ຈັກກະພົບ​ໂຣມ​ໃນ​ສະ​ໄໝ​ບູຮານ. ໃນ​ຍຸກ​ສະ​ໄໝ​ຂອງ​ອັກຄະ​ສາວົກ, ຈັກກະພົບ​ໂຣມ ເປັນ​ຈັກກະພັດ​ໜຶ່ງ​ທີ່​ມີ​ອຳນາດ​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ. ຈັກກະພັດ​ນີ້​ແມ່ນ​ຮ່ວມ​ດ້ວຍ​ທຸກ​ສິ່ງ ທີ່​ຢູ່​ໃນ​ເຂດ ເອີຟຣັດ, ດານູບ, ຣາຍ, ແອັດແລນຕິກ, ແລະ ທະເລ​ຊາຍ​ຊາຫາຣາ. ຟີລິດ​ສະຕິນ​ໄດ້​ກາຍ​ເປັນ​ປະເທດ​ໜຶ່ງ​ທີ່​ຂຶ້ນ​ກັບ​ມັນ 63 ປີ ກ່ອນ ຄ.ສ., ເມື່ອ​ປອມເປ​ຍຶດ​ຄອງ​ເຢຣູ​ຊາເລັມ. ເຖິງ​ແມ່ນ​ວ່າ​ຊາວ​ໂຣມ​ໄດ້​ໃຫ້​ສິດ​ແກ່​ຊາວ​ຢິວ ໃນ​ຫລາຍ​ຢ່າງ​ກໍ​ຕາມ, ແຕ່​ຊາວ​ຢິວ​ຍັງ​ກຽດ​ຊັງ​ກົດ​ໝາຍ​ຂອງ​ຊາວ​ໂຣມ​ຢູ່ ແລະ ຫາ​ວິ​ທີ​ກະ​ບົດ​ຢູ່​ຕະຫລອດ​ເວລາ.

ໂປໂລ ຜູ້​ເປັນ​ສັນ​ຊາດ​ໂຣມ ໄດ້​ໃຊ້​ພາສາ​ກຣີກ ຊຶ່ງ​ເປັນ​ພາ​ສາ​ທີ່​ມັກ​ໃຊ້​ກັນ​ຢູ່​ໃນ​ຈັກກະພົບ, ເພື່ອ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຕະຫລອດ​ທົ່ວ​ຈັກກະ​ພົບ.

ພິມ