ສິ່ງ​ຊ່ວຍ​ສຶກ​ສາ
ກາ​ເຫລັບ


ກາ​ເຫລັບ

ຄົນ​ໜຶ່ງ​ໃນ​ຈຳນວນ​ຜູ້​ຄົນ​ທີ່​ໂມເຊ​ໄດ້​ສົ່ງ​ໄປ​ຊອກ​ຫາ​ແຜ່ນ​ດິນ​ກາ​ນາ​ອານ ໃນ​ປີ​ທີ​ສອງ​ຫລັງ​ຈາກ​ການ​ອົບ​ພະ​ຍົບ. ລາວ ແລະ ໂຢ​ຊວຍ​ສອງ​ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ກັບ​ຄືນ​ມາ​ລາຍ​ງານ​ຄວາມ​ຈິງ​ກ່ຽວ​ກັບ​ແຜ່ນ​ດິນ (ຈບຊ 13:6, 30; 14:6–38). ເຂົາ​ເຈົ້າ​ສອງ​ຄົນ​ເທົ່າ​ນັ້ນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ທີ່​ໄດ້​ໜີ​ຈາກ​ເອຢິບ ລອດ​ຊີ​ວິດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຫລັງ​ຈາກ 40 ປີ (ຈບຊ 26:65; 32:12; ພບຍ 1:36) ແລະ ໄດ້​ເຂົ້າ​ໄປ​ໃນກາ​ນາ​ອານ (ຢຊ 14:6–14; 15:13–19).

ພິມ