ສິ່ງ​ຊ່ວຍ​ສຶກ​ສາ
ຊາວ​ຊາ​ມາ​ເຣຍ


ຊາວ​ຊາ​ມາ​ເຣຍ

ຜູ້​ຄົນ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ທີ່​ອາ​ໄສ​ຢູ່​ໃນ​ຊາ​ມາ​ເຣຍ ຫລັງ​ຈາກ​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດສະ​ຣາເອນ ໄດ້​ຖືກ​ຍຶດ​ໄປ​ໂດຍ​ຊາວ​ອັດ​ຊີ​ເຣຍ. ຊາວ​ຊາ​ມາ​ເຣຍ​ພາກ​ສ່ວນ​ໜຶ່ງ​ແມ່ນ​ຊາວ​ອິດສະ​ຣາເອນ ແລະ ພາກ​ສ່ວນ​ໜຶ່ງ​ແມ່ນ​ຄົນ​ຕ່າງ​ຊາດ. ສາດ​ສະ​ໜາ​ຂອງ​ເຂົາ​ເຈົ້າ​ແມ່ນ​ການ​ປະ​ປົນ​ກັນ​ທັງ​ຄວາມ​ເຊື່ອ ແລະ ການ​ປະ​ຕິ​ບັດ​ຂອງ​ຊາວ​ຢິວ ແລະ ຊາວ​ເພເກັນ​ທີ່​ບໍ່​ມີ​ສາດ​ສະ​ໜາ. ຄຳ​ອຸປະມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ ໃນ ລູກາ 10:25–37 ສະແດງ​ເຖິງ​ຄວາມ​ກຽດ​ຊັງ ທີ່​ຊາວ​ຢິວ​ມີ​ຕໍ່​ຊາວ​ຊາ​ມາ​ເຣຍ ເພາະ​ວ່າ​ຊາວ​ຊາ​ມາ​ເຣຍ​ໄດ້​ປະ​ຖິ້ມ​ຄວາມ​ເຊື່ອ ຈາກ​ສາດ​ສະ​ໜາ​ຂອງ​ຊາວ​ອິດສະ​ຣາເອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊັກ​ນຳ​ອັກຄະ​ສາວົກ ໃຫ້​ສອນ​ພຣະ​ກິດ​ຕິ​ຄຸນ ແກ່​ຊາວ​ຊາ​ມາ​ເຣຍ (ກຈກ 1:6–8). ຟີ​ລິບ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ຢ່າງ​ມີ​ປະ​ສິດ​ທິ​ພາບ ແກ່​ຊາວ​ຊາ​ມາ​ເຣຍ ແລະ ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ຫລາຍ​ຢ່າງ​ໃນ​ບັນ​ດາ​ພວກ​ເຂົາ (ກຈກ 8:5–39).

ພິມ