ໂຈເຊັບ ສະມິດ—ມັດທາຍ
ພາກສ່ວນໜຶ່ງທີ່ເອົາມາຈາກການແປພຣະຄຣິສຕະທຳຄຳພີດັ່ງທີ່ໄດ້ເປີດເຜີຍຕໍ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ ໃນປີ 1831: ມັດທາຍ 23:39 ແລະ ບົດທີ 24.
ບົດທີ 1
ພຣະເຢຊູບອກລ່ວງໜ້າເຖິງຄວາມພິນາດທີ່ຈະມາເຖິງເມືອງເຢຣູຊາເລັມ—ພຣະອົງຍັງໄດ້ປາໄສກ່ຽວກັບການສະເດັດມາຄັ້ງທີສອງຂອງບຸດມະນຸດນຳອີກ, ແລະ ຄວາມພິນາດຂອງຄົນຊົ່ວ.
1 ເພາະເຮົາກ່າວກັບພວກເຈົ້າວ່າ ນັບແຕ່ນີ້ເປັນຕົ້ນໄປພວກເຈົ້າຈະບໍ່ເຫັນເຮົາອີກ ແລະ ຮູ້ວ່າເຮົາຄືຜູ້ທີ່ສາດສະດາຂຽນເຖິງ, ຈົນກວ່າພວກເຈົ້າຈະອອກປາກເວົ້າວ່າ: ຂໍພຣະເຈົ້າອວຍພອນທ່ານຜູ້ທີ່ ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ, ໃນໝູ່ເມກແຫ່ງຟ້າສະຫວັນ, ແລະ ເຫລົ່າທູດຜູ້ບໍລິສຸດທັງໝົດໄດ້ຢູ່ກັບພຣະອົງ. ຈາກນັ້ນສານຸສິດຂອງພຣະອົງຈຶ່ງໄດ້ເຂົ້າໃຈວ່າ ພຣະອົງຈະສະເດັດມາເທິງແຜ່ນດິນໂລກອີກ, ຫລັງຈາກທີ່ພຣະອົງຮັບລັດສະໝີພາບ ແລະ ຮັບການສວມມົງກຸດຢູ່ທາງເບື້ອງຂວາພຣະຫັດຂອງ ພຣະເຈົ້າ.
2 ແລະ ພຣະເຢຊູໄດ້ສະເດັດອອກໄປ, ອອກໄປຈາກພຣະວິຫານນັ້ນ; ແລະ ສານຸສິດຂອງພຣະອົງໄດ້ມາຫາພຣະອົງ, ເພື່ອຟັງພຣະອົງ, ໂດຍກ່າວວ່າ: ພຣະອາຈານເອີຍ, ຂໍຈົ່ງສະແດງແກ່ພວກຂ້ານ້ອຍກ່ຽວກັບຕຶກຕ່າງໆໃນພຣະວິຫານ, ດັ່ງທີ່ພຣະອົງໄດ້ກ່າວມານັ້ນ—ມັນຈະຖືກທຳລາຍລົງ, ແລະ ປະໃຫ້ເປັນບ່ອນຮ້າງແກ່ພວກເຈົ້າ.
3 ແລະ ພຣະເຢຊູໄດ້ກ່າວກັບພວກເຂົາວ່າ: ພວກເຈົ້າໄດ້ເຫັນສິ່ງທັງໝົດເຫລົ່ານີ້ແລ້ວບໍ່ແມ່ນບໍ? ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຫີນທຸກໆກ້ອນທີ່ຢອງທັບກັນຢູ່ນີ້ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນ.
4 ແລະ ພຣະເຢຊູໄດ້ຈາກພວກເຂົາໄປ, ແລະ ໄດ້ໄປຫາ ພູໝາກກອກເທດ. ແລະ ໃນຂະນະທີ່ພຣະເຢຊູນັ່ງຢູ່ເທິງພູໝາກກອກເທດນັ້ນ, ສານຸສິດກໍມາຫາພຣະອົງຕ່າງຫາກ, ໂດຍທູນວ່າ: ຈົ່ງບອກພວກຂ້ານ້ອຍແດ່ວ່າເຫດການທັງໝົດນັ້ນຈະເກີດຂຶ້ນເມື່ອໃດຊຶ່ງພຣະອົງໄດ້ກ່າວກ່ຽວກັບຄວາມພິນາດຂອງພຣະວິຫານ, ແລະ ຊາວຢິວ; ແລະ ແມ່ນຫຍັງຄື ເຄື່ອງໝາຍຂອງ ການສະເດັດມາຂອງພຣະອົງ, ແລະ ຄາວ ສິ້ນສຸດໂລກ, ຫລື ຄວາມພິນາດຂອງ ຄົນຊົ່ວ, ຊຶ່ງເປັນຄາວສິ້ນສຸດໂລກ?
5 ແລະ ພຣະເຢຊູໄດ້ຕອບ, ແລະ ໄດ້ກ່າວກັບພວກເຂົາວ່າ: ຈົ່ງລະວັງໃຫ້ດີຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າ;
6 ເພາະວ່າຫລາຍຄົນຈະມາໃນນາມຂອງເຮົາ, ໂດຍກ່າວວ່າ—ເຮົາຄືພຣະຄຣິດ—ແລະ ຈະຫລອກລວງຫລາຍຄົນຢ່າງຫລວງຫລາຍ;
7 ຈາກນັ້ນພວກເຂົາຈະມອບຕົວພວກເຈົ້າເພື່ອໃຫ້ ຮັບທຸກ, ແລະ ຈະຂ້າພວກເຈົ້າ, ແລະ ພວກເຈົ້າຈະຖືກປະຊາຊາດທັງປວງ ກຽດຊັງ, ເພາະເຫັນແກ່ນາມຂອງເຮົາ;
8 ແລະ ຈາກນັ້ນຄົນຢ່າງຫລວງຫລາຍຈະຂຸ່ນເຄືອງໃຈ, ແລະ ຈະທໍລະຍົດຕໍ່ກັນ, ແລະ ຈະກຽດຊັງກັນ;
9 ແລະ ສາດສະດາປອມຫລາຍຄົນຈະລຸກຂຶ້ນມາ, ແລະ ຈະຫລອກລວງຄົນຢ່າງຫລວງຫລາຍ;
10 ແລະ ເພາະວ່າມີຄວາມຊົ່ວຮ້າຍຫລາຍ, ຄວາມຮັກຂອງຄົນຢ່າງຫລວງຫລາຍຈະເຢັນຊາລົງ;
11 ແຕ່ຜູ້ໃດທີ່ຍັງແນ່ວແນ່ ແລະ ບໍ່ຍອມແພ້, ຜູ້ນັ້ນຈະລອດ.
12 ສະນັ້ນ ເມື່ອພວກເຈົ້າເຫັນ ຄວາມໜ້າກຽດຊັງຂອງແຜ່ນດິນຮ້າງ, ຊຶ່ງກ່າວໂດຍ ດານີເອນຜູ້ເປັນສາດສະດາ, ກ່ຽວກັບຄວາມພິນາດຂອງ ເຢຣູຊາເລັມ, ຈາກນັ້ນພວກເຈົ້າຈະຢືນຢູ່ໃນ ສະຖານທີ່ ທີ່ສັກສິດ; ຜູ້ໃດກໍຕາມທີ່ອ່ານ ກໍໃຫ້ເຂົາເຂົ້າໃຈ.
13 ເມື່ອນັ້ນຜູ້ທີ່ຢູ່ໃນແຂວງຢູດາຍໃຫ້ປົບໜີໄປຍັງ ພູ;
14 ໃຫ້ຜູ້ທີ່ຢູ່ເທິງຫລັງຄາເຮືອນຂອງຕົນໜີໄປ, ແລະ ບໍ່ຕ້ອງລົງໄປເກັບເອົາສິ່ງຂອງໃນເຮືອນຂອງລາວ;
15 ທັງຜູ້ທີ່ຢູ່ຕາມທົ່ງກໍບໍ່ຕ້ອງກັບຄືນເມືອເອົາເສື້ອຜ້າຂອງຕົນ;
16 ແລະ ໜ້າເວດທະນາສົງສານພວກຜູ້ຍິງ ຖືພາ, ແລະ ແມ່ກັບລູກອ່ອນທີ່ຍັງກິນນົມຢູ່ໃນວັນເຫລົ່ານັ້ນ;
17 ສະນັ້ນ, ຈົ່ງອະທິຖານທູນຕໍ່ພຣະຜູ້ເປັນເຈົ້າເພື່ອວ່າການໜີໄປຂອງພວກເຈົ້າຈະບໍ່ຖືກໃນລະດູໜາວ, ຫລື ໃນວັນຊະບາໂຕ;
18 ເພາະເມື່ອນັ້ນ, ໃນວັນເຫລົ່ານັ້ນ, ຄວາມທຸກຍາກລຳບາກທີ່ສຸດຈະເກີດກັບ ຊາວຢິວ, ແລະ ກັບຜູ້ອາໄສຂອງ ເຢຣູຊາເລັມ, ຢ່າງບໍ່ເຄີຍຖືກສົ່ງມາກ່ອນເຖິງອິດສະຣາເອນ, ໂດຍພຣະເຈົ້າ, ນັບຕັ້ງແຕ່ການເລີ່ມຕົ້ນຂອງອານາຈັກຂອງພວກເຂົາຈົນເຖິງເວລານີ້; ບໍ່ເຄີຍມີເລີຍ, ທັງຈະບໍ່ເກີດຂຶ້ນອີກຈັກເທື່ອກັບອິດສະຣາເອນ.
19 ທຸກສິ່ງທັງປວງຊຶ່ງໄດ້ເກີດກັບພວກເຂົາເປັນພຽງຈຸດເລີ່ມຕົ້ນຂອງຄວາມເສົ້າສະຫລົດໃຈຊຶ່ງຈະມາເຖິງພວກເຂົາ.
20 ແລະ ຍົກເວັ້ນແຕ່ວັນເຫລົ່ານັ້ນຈະຖືກເຮັດໃຫ້ສັ້ນລົງ, ຈະບໍ່ມີເນື້ອໜັງໃດລອດ; ແຕ່ເພື່ອເຫັນແກ່ຜູ້ທີ່ຖືກເລືອກໄວ້, ຕາມພັນທະສັນຍາ, ວັນເຫລົ່ານັ້ນຈະຖືກເຮັດໃຫ້ສັ້ນລົງ.
21 ຈົ່ງເບິ່ງ, ສິ່ງເຫລົ່ານີ້ ເຮົາໄດ້ກ່າວກັບພວກເຈົ້າກ່ຽວກັບຊາວຢິວ; ແລະ ອີກເທື່ອໜຶ່ງ, ຫລັງຈາກຄວາມທຸກຍາກລຳບາກຂອງວັນເຫລົ່ານັ້ນ ຊຶ່ງຈະມາເຖິງເຢຣູຊາເລັມ, ຖ້າຫາກຜູ້ໃດຜູ້ໜຶ່ງກ່າວກັບພວກເຈົ້າ, ເບິ່ງແມ, ພຣະຄຣິດຢູ່ທີ່ນີ້, ຫລື ຢູ່ທີ່ນັ້ນ, ຢ່າສູ່ເຊື່ອ;
22 ເພາະວ່າໃນວັນເຫລົ່ານັ້ນພຣະຄຣິດປອມຈະເກີດຂຶ້ນ, ແລະ ສາດສະດາປອມ, ແລະ ຈະສະແດງເຄື່ອງໝາຍ ແລະ ການແປກປະຫລາດ, ເຖິງຂະໜາດທີ່ວ່າຖ້າຫາກເປັນໄປໄດ້, ພວກເຂົາຈະຫລອກລວງຜູ້ທີ່ຖືກເລືອກໄວ້, ຜູ້ໄດ້ຖືກເລືອກໄວ້ຕາມພັນທະສັນຍາ.
23 ຈົ່ງເບິ່ງ, ເຮົາກ່າວສິ່ງເຫລົ່ານີ້ກັບພວກເຈົ້າເພື່ອເຫັນແກ່ ຜູ້ທີ່ຖືກເລືອກໄວ້; ແລະ ພວກເຈົ້າຈະໄດ້ຍິນເລື່ອງ ສົງຄາມນຳອີກ, ແລະ ຂ່າວລືເລື່ອງສົງຄາມ; ຈົ່ງເບິ່ງວ່າພວກເຈົ້າຈະບໍ່ຫຍຸ້ງຍາກໃຈ, ເພາະວ່າທັງໝົດທີ່ເຮົາໄດ້ບອກພວກເຈົ້າຈະບັງເກີດຂຶ້ນ; ແຕ່ທີ່ສຸດຈະບໍ່ເກີດຂຶ້ນເທື່ອ.
24 ຈົ່ງເບິ່ງ, ເຮົາໄດ້ບອກພວກເຈົ້າມາກ່ອນ;
25 ດັ່ງນັ້ນ, ຖ້າຫາກພວກເຂົາຈະກ່າວກັບພວກເຈົ້າວ່າ: ຈົ່ງເບິ່ງ, ເພິ່ນອອກໄປຖິ່ນແຫ້ງແລ້ງກັນດານ; ຢ່າໄປທີ່ນັ້ນ: ຈົ່ງເບິ່ງ, ເພິ່ນລີ້ຢູ່ໃນຫ້ອງ; ກໍຢ່າໄດ້ເຊື່ອ;
26 ເພາະວ່າຄວາມສະຫວ່າງຍາມເຊົ້າສ່ອງຈາກ ທິດຕາເວັນອອກ, ແລະ ສ່ອງແສງແມ່ນແຕ່ເຖິງທິດຕາເວັນຕົກ, ແລະ ປົກຄຸມທົ່ວແຜ່ນດິນໂລກສັນໃດ, ການສະເດັດມາຂອງບຸດມະນຸດຈະເປັນສັນນັ້ນຄືກັນ.
27 ແລະ ບັດນີ້ ເຮົາຈະສະແດງຄຳອຸປະມາແກ່ພວກເຈົ້າ. ຈົ່ງເບິ່ງ, ໃນບ່ອນໃດທີ່ມີຊາກສົບ, ຝູງແຮ້ງກໍໂຮມກັນຢູ່ບ່ອນນັ້ນນຳກັນ; ເຊັ່ນດຽວກັນນັ້ນ ຜູ້ທີ່ເຮົາເລືອກໄວ້ຈະ ມາຮ່ວມກັນຈາກສີ່ສ່ວນຂອງແຜ່ນດິນໂລກ.
28 ແລະ ພວກເຂົາຈະໄດ້ຍິນເລື່ອງສົງຄາມ, ແລະ ຂ່າວລືເລື່ອງສົງຄາມ.
29 ຈົ່ງເບິ່ງ ເຮົາກ່າວເພື່ອເຫັນແກ່ຜູ້ໄດ້ຖືກເລືອກໄວ້ຂອງເຮົາ; ເພາະວ່າປະຊາຊາດຈະລຸກຂຶ້ນຕໍ່ສູ້ປະຊາຊາດ, ແລະ ອານາຈັກຕໍ່ສູ້ອານາຈັກ; ຈະມີ ຄວາມອຶດຢາກ, ແລະ ພະຍາດໂລຄາ, ແລະ ແຜ່ນດິນໄຫວ, ໃນບ່ອນຕ່າງໆ.
30 ແລະ ອີກເທື່ອໜຶ່ງ, ເພາະວ່າຄວາມຊົ່ວຮ້າຍຈະມີຢູ່ຢ່າງຫລວງຫລາຍ, ຄວາມຮັກຂອງມະນຸດຈະເຢັນຊາ; ແຕ່ຜູ້ໃດທີ່ບໍ່ຍອມແພ້, ຜູ້ນັ້ນຈະລອດ.
31 ແລະ ອີກເທື່ອໜຶ່ງ, ພຣະກິດຕິຄຸນນີ້ຂອງອານາຈັກຈະຖືກສັ່ງສອນໄປທົ່ວ ໂລກ, ເພື່ອເປັນພະຍານຕໍ່ ປະຊາຊາດທັງປວງ, ແລະ ເມື່ອນັ້ນທີ່ສຸດຈະມາເຖິງ, ຫລື ຄວາມພິນາດຂອງຄົນຊົ່ວ;
32 ແລະ ອີກເທື່ອໜຶ່ງ ຄວາມໜ້າກຽດຊັງຂອງແຜ່ນດິນຮ້າງ, ຊຶ່ງກ່າວໂດຍດານີເອນຜູ້ເປັນສາດສະດາ, ຈະສຳເລັດຄົບຖ້ວນ.
33 ແລະ ທັນທີຫລັງຈາກຄວາມທຸກຍາກລຳບາກຂອງວັນເຫລົ່ານັ້ນ, ດວງຕາເວັນຈະມືດດັບ, ແລະ ດວງເດືອນຈະບໍ່ສ່ອງແສງ, ແລະ ດວງດາວຈະຕົກລົງມາຈາກຟ້າສະຫວັນ, ແລະ ອຳນາດຂອງຟ້າສະຫວັນຈະສັ່ນສະທ້ານຫວັ່ນໄຫວ;
34 ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ ຄົນລຸ້ນນີ້, ໃນລຸ້ນນີ້ຊຶ່ງສິ່ງເຫລົ່ານີ້ຈະຖືກສະແດງອອກມາ, ຈະບໍ່ສູນສິ້ນໄປຈົນກວ່າທຸກສິ່ງທີ່ເຮົາໄດ້ບອກພວກເຈົ້າຈະສຳເລັດຄົບຖ້ວນ.
35 ເຖິງແມ່ນວ່າ, ວັນເວລາຈະມາເຖິງ, ທີ່ຟ້າສະຫວັນ ແລະ ແຜ່ນດິນໂລກຈະສູນສິ້ນໄປ; ແຕ່ ຄຳຂອງເຮົາຈະບໍ່ສູນສິ້ນໄປ, ແຕ່ທຸກສິ່ງຈະສຳເລັດຄົບຖ້ວນ.
36 ແລະ, ດັ່ງທີ່ເຮົາໄດ້ກ່າວມາກ່ອນ, ຫລັງຈາກ ຄວາມທຸກຍາກລຳບາກຂອງວັນເຫລົ່ານັ້ນ, ແລະ ອຳນາດຂອງຟ້າສະຫວັນຈະສັ່ນສະທ້ານຫວັ່ນໄຫວ, ຈາກນັ້ນເຄື່ອງໝາຍຂອງບຸດມະນຸດຈະປະກົດຂຶ້ນໃນ ຟ້າສະຫວັນ, ແລະ ຈາກນັ້ນທຸກເຜົ່າຂອງແຜ່ນດິນໂລກຈະເປັນທຸກ; ແລະ ພວກເຂົາຈະເຫັນບຸດມະນຸດລົງ ມາໃນໝູ່ເມກແຫ່ງຟ້າສະຫວັນ, ດ້ວຍອຳນາດ ແລະ ລັດສະໝີພາບອັນຍິ່ງໃຫຍ່;
37 ແລະ ຜູ້ໃດກໍຕາມທີ່ສະສົມ ຖ້ອຍຄຳຂອງເຮົາ, ຈະບໍ່ຖືກຫລອກລວງ, ເພາະວ່າບຸດມະນຸດຈະສະເດັດມາ, ແລະ ພຣະອົງຈະສົ່ງ ເຫລົ່າທູດມາກ່ອນພຣະອົງ ດ້ວຍສຽງແກດັງກ້ອງສະໜັ່ນ, ແລະ ພວກເພິ່ນຈະ ເຕົ້າໂຮມຜູ້ທີ່ຖືກເລືອກໄວ້ທີ່ເຫລືອຢູ່ຈາກສີ່ທິດ, ຈາກສຸດຂອບຟ້າເບື້ອງນີ້ເຖິງສຸດຂອບຟ້າເບື້ອງນັ້ນ.
38 ບັດນີ້ ຈົ່ງຮຽນຮູ້ຄຳອຸປະມາເລື່ອງຕົ້ນ ໝາກເດື່ອຄື—ເມື່ອກິ່ງກ້ານຂອງມັນຍັງອ່ອນ, ແລະ ມັນເລີ່ມແຕກໃບອ່ອນ, ພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງ;
39 ເຊັ່ນດຽວກັນນັ້ນ, ຜູ້ທີ່ເຮົາເລືອກໄວ້, ເມື່ອພວກເຂົາເຫັນທຸກສິ່ງທັງປວງເຫລົ່ານີ້, ພວກເຂົາຈະຮູ້ວ່າ ພຣະອົງຢູ່ໃກ້, ແມ່ນແຕ່ຢູ່ທີ່ປະຕູ;
40 ແຕ່ບໍ່ມີຜູ້ໃດ ຮູ້ວ່າ ວັນ ຫລື ຊົ່ວໂມງນັ້ນຈະມາເຖິງເມື່ອໃດ; ບໍ່ເລີຍ, ເຫລົ່າທູດຂອງພຣະເຈົ້າໃນສະຫວັນກໍບໍ່ຮູ້, ນອກຈາກພຣະບິດາຂອງເຮົາເທົ່ານັ້ນ.
41 ແຕ່ດັ່ງທີ່ວັນເວລາຂອງ ໂນອາເປັນສັນໃດ, ມັນກໍຈະເປັນສັນນັ້ນໃນຕອນບຸດມະນຸດສະເດັດມາ;
42 ເພາະວ່າມັນຈະເປັນເຊັ່ນນັ້ນກັບພວກເຂົາ, ດັ່ງທີ່ເຄີຍເປັນມາໃນວັນເວລາກ່ອນ ນ້ຳຖ້ວມ; ເພາະວ່າຈົນເຖິງວັນໂນອາເຂົ້າໄປໃນເຮືອ, ພວກເຂົາກິນ ແລະ ດື່ມ, ແຕ່ງງານ ແລະ ຍົກໃຫ້ແຕ່ງງານກັນ;
43 ແລະ ບໍ່ຮູ້ຈົນນ້ຳມາຖ້ວມ, ແລະ ໄດ້ກວາດພວກເຂົາໄປທັງໝົດ; ການສະເດັດມາຂອງບຸດມະນຸດກໍຈະເປັນເຊັ່ນນັ້ນຄືກັນ.
44 ຈາກນັ້ນສິ່ງທີ່ມີຂຽນໄວ້ຈະສຳເລັດຄົບຖ້ວນ, ວ່າໃນ ຍຸກສຸດທ້າຍ, ສອງຄົນຈະຢູ່ໃນທົ່ງ, ຄົນໜຶ່ງຈະຖືກຮັບເອົາໄປ, ແລະ ອີກຄົນໜຶ່ງຈະຖືກ ປະໄວ້;
45 ສອງຄົນຈະໂມ້ແປ້ງຢູ່, ຄົນໜຶ່ງຈະຖືກຮັບເອົາໄປ, ແລະ ອີກຄົນໜຶ່ງຈະຖືກປະໄວ້;
46 ແລະ ສິ່ງທີ່ເຮົາກ່າວກັບຄົນໜຶ່ງ, ເຮົາກ່າວກັບມະນຸດທັງປວງ; ສະນັ້ນຈົ່ງ ເຝົ້າລະວັງ, ເພາະວ່າພວກເຈົ້າບໍ່ຮູ້ວ່າພຣະຜູ້ເປັນເຈົ້າຂອງພວກເຈົ້າຈະສະເດັດມາຊົ່ວໂມງໃດ.
47 ແຕ່ຈົ່ງຮູ້ໄວ້ວ່າ, ຖ້າຫາກເຈົ້າຂອງເຮືອນທີ່ດີໄດ້ຮູ້ກ່ອນວ່າໂຈນຈະມາຍາມໃດ, ລາວຈະເຝົ້າລະວັງ, ແລະ ບໍ່ໃຫ້ໂຈນເຈາະເຂົ້າເຮືອນຂອງຕົນໄດ້, ແຕ່ຈະຕຽມພ້ອມ.
48 ສະນັ້ນ ພວກເຈົ້າຈົ່ງຕຽມພ້ອມຄືກັນ, ເພາະວ່າໃນໂມງເຊັ່ນນັ້ນທີ່ພວກເຈົ້າບໍ່ຄາດຄິດ, ບຸດມະນຸດຈະສະເດັດມາ.
49 ເມື່ອນັ້ນ, ແມ່ນຜູ້ໃດທີ່ເປັນຄົນໃຊ້ທີ່ ຊື່ສັດ ແລະ ສະຫລາດ, ຜູ້ຊຶ່ງເຈົ້ານາຍຂອງເຂົາໄດ້ຕັ້ງເຂົາໃຫ້ເປັນຜູ້ຮັບຜິດຊອບຄົວເຮືອນຂອງເພິ່ນ, ເພື່ອແຈກອາຫານໃຫ້ພວກເຂົາຕາມເວລາ?
50 ຄົນໃຊ້ຄົນນັ້ນຈະເປັນສຸກເມື່ອເຈົ້ານາຍຂອງເຂົາ, ເມື່ອເພິ່ນກັບມາ, ຈະພົບເຫັນເຂົາເຮັດໜ້າທີ່ຂອງຕົນຢູ່; ແລະ ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ, ເພິ່ນຈະຕັ້ງເຂົາໃຫ້ເປັນຜູ້ຮັບຜິດຊອບຊັບສິນທັງໝົດຂອງເພິ່ນ.
51 ແຕ່ຖ້າຫາກວ່າເຂົາເປັນຄົນໃຊ້ທີ່ບໍ່ດີ ເຂົາຈະກ່າວໃນໃຈວ່າ: ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຈົ່ງ ຊັກຊ້າການສະເດັດມາຂອງເພິ່ນ,
52 ແລະ ຈະເລີ່ມຂ້ຽນຕີຄົນໃຊ້ດ້ວຍກັນຂອງເຂົາ, ແລະ ກິນ ແລະ ດື່ມກັບຄົນຂີ້ເມົາ,
53 ເຈົ້ານາຍຂອງຄົນໃຊ້ຄົນນັ້ນຈະມາໃນວັນທີ່ເຂົາບໍ່ຄາດຄິດ, ແລະ ໃນຊົ່ວໂມງນັ້ນທີ່ລາວບໍ່ຮູ້,
54 ແລະ ຈະຜ່າລາວໃຫ້ເປັນຕ່ອນໆ, ແລະ ຈະໃຫ້ເຂົ້າສ່ວນກັບຄົນໜ້າຊື່ໃຈຄົດ; ບ່ອນນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ.
55 ແລະ ທີ່ສຸດຂອງຄົນຊົ່ວຈະມາເຖິງດັ່ງນັ້ນ, ຕາມຄຳທຳນາຍຂອງໂມເຊ, ທີ່ກ່າວວ່າ: ພວກເຂົາຈະຖືກຕັດອອກຈາກບັນດາຜູ້ຄົນ; ແຕ່ທີ່ສຸດຂອງແຜ່ນດິນໂລກຍັງບໍ່ມາເຖິງເທື່ອ, ແຕ່ບໍ່ດົນ.