ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະ​ຖົມ​ມະ​ການ 50


ປຈສ, ປະ​ຖົມ​ມະ​ການ 50:24–38. ປຽບ​ທຽບ​ໃສ່​ກັບ ປະ​ຖົມ​ມະ​ການ 50:24–26; 2 ນີ​ໄຟ 3:4–22

ໂຢ​ເຊັບ​ໃນ​ເອ​ຢິບ ທຳ​ນາຍ​ກ່ຽວ​ກັບ​ໂມ​ເຊ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ຄວາມ​ເປັນ​ທາດ​ຂອງ​ຊາວ​ເອ​ຢິບ; ກ່ຽວ​ກັບ​ກິ່ງ​ງ່າ​ຂອງ​ລູກ​ຫລານ​ຂອງ​ໂຢ​ເຊັບ ຖືກ​ນຳ​ໄປ​ສູ່​ແດນ​ໄກ, ບ່ອນ​ທີ່​ພວກ​ເຂົາ​ຈະ​ຖືກ​ຈື່​ຈຳ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ກ່ຽວ​ກັບ​ພຣະ​ເຈົ້າ​ເອີ້ນ​ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ​ຊື່​ໂຈ​ເຊັບ​ໃຫ້​ຕໍ່​ບັນ​ທຶກ​ຂອງ​ຢູ​ດາ ແລະ ຂອງ​ໂຢ​ເຊັບ ເຂົ້າ​ກັນ; ແລະ ກ່ຽວ​ກັບ​ອາ​ໂຣນ​ຮັບ​ໃຊ້​ເປັນ​ຜູ້​ກ່າວ​ແທນ​ໂມ​ເຊ.

24 ແລະ ໂຢ​ເຊັບ​ໄດ້​ກ່າວ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ວ່າ, ຂ້ອຍ​ຕາຍ, ແລະ ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຂ້ອຍ; ແລະ ຂ້ອຍ​ລົງ​ໄປ​ສູ່​ຫລຸມ​ສົບ​ຂອງ​ຂ້ອຍ​ດ້ວຍ​ຄວາມ​ຊື່ນ​ຊົມ. ພຣະ​ເຈົ້າ​ຂອງ​ຢາ​ໂຄບ ບິ​ດາ​ຂອງ​ຂ້ອຍ ຈະ​ຢູ່​ກັບ​ພວກ​ເຈົ້າ, ເພື່ອ​ປົດ​ປ່ອຍ​ພວກ​ເຈົ້າ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ ໃນ​ວັນ​ເວ​ລາ​ແຫ່ງ​ຄວາມ​ເປັນ​ທາດ​ຂອງ​ພວກ​ເຈົ້າ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ຂ້ອຍ, ແລະ ຂ້ອຍ​ໄດ້​ຮັບ​ຄຳ​ສັນ​ຍາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ວ່າ​ຈາກ​ຜົນ​ແອວ​ຂອງ​ຂ້ອຍ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ​ກິ່ງ​ງ່າ​ທີ່​ຊອບ​ທຳ​ຂອງ​ຜົນ​ແອວ​ຂອງ​ຂ້ອຍ​ຂຶ້ນ​ມາ; ແລະ ກັບ​ພວກ​ເຈົ້າ, ຜູ້​ຊຶ່ງ​ຢາ​ໂຄບ ບິ​ດາ​ຂອງ​ຂ້ອຍ​ໄດ້​ຕັ້ງ​ຊື່​ວ່າ ອິດ​ສະ​ຣາ​ເອນ, ຈະ​ຍົກ​ສາດ​ສະ​ດາ​ຜູ້​ໜຶ່ງ​ຂຶ້ນ; (ບໍ່​ແມ່ນ​ພຣະ​ເມ​ຊີ​ອາ ຜູ້​ທີ່​ຖືກ​ເອີ້ນ​ວ່າ ຊີ​ໂລ;) ແລະ ສາດ​ສະ​ດາ​ຜູ້​ນີ້​ຈະ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ເຮົາ​ອອກ​ຈາກ​ເອ​ຢິບ ໃນ​ວັນ​ເວ​ລາ​ແຫ່ງ​ຄວາມ​ເປັນ​ທາດ​ຂອງ​ພວກ​ເຈົ້າ.

25 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ອີກ; ແລະ ກິ່ງ​ງ່າ​ໜຶ່ງ​ຈະ​ຖືກ​ຫັກ​ອອກ​ໄປ, ແລະ ຈະ​ຖືກ​ພາ​ໄປ​ຫາ​ປະ​ເທດ​ທີ່​ຢູ່​ໃນ​ແດນ​ໄກ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຈະ​ຖືກ​ຈົດ​ຈຳ​ໄວ້​ໃນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເວ​ລາ​ພຣະ​ເມ​ຊີ​ອາ​ສະ​ເດັດ​ມາ; ເພາະ​ພຣະ​ອົງ​ຈະ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ແກ່​ພວກ​ເຂົາ​ໃນ​ຍຸກ​ສຸດ​ທ້າຍ, ດ້ວຍ​ພຣະ​ວິນ​ຍານ​ແຫ່ງ​ອຳ​ນາດ; ແລະ ຈະ​ນຳ​ພວກ​ເຂົາ​ອອກ​ຈາກ​ຄວາມ​ມືດ ເຂົ້າ​ສູ່​ຄວາມ​ສະ​ຫວ່າງ; ອອກ​ຈາກ​ຄວາມ​ມືດ​ທີ່​ປິດ​ບັງ, ແລະ ອອກ​ຈາກ​ຄວາມ​ເປັນ​ຊະ​ເລີຍ​ໄປ​ຫາ​ອິດ​ສະ​ລະ.

26 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຈະ​ຍົກ​ຜູ້​ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ​ມາ​ໃຫ້​ແກ່​ຜົນ​ແອວ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ຈະ​ເປັນ​ຜູ້​ພະ​ຍາ​ກອນ​ທີ່​ປະ​ເສີດ.

27 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້: ເຮົາ​ຈະ​ຍົກ​ຜູ້​ພະ​ຍາ​ກອນ​ທີ່​ປະ​ເສີດ​ຜູ້​ໜຶ່ງ​ຂຶ້ນ​ຈາກ​ຜົນ​ແອວ​ຂອງ​ເຈົ້າ. ແລະ ລາວ​ຈະ​ເປັນ​ຜູ້​ທີ່​ໜ້າ​ນັບ​ຖື​ຢ່າງ​ສູງ​ໃນ​ບັນ​ດາ​ຜົນ​ແອວ​ຂອງ​ເຈົ້າ; ແລະ ເຮົາ​ຈະ​ໃຫ້​ບັນ​ຍັດ​ແກ່​ລາວ​ເພື່ອ​ລາວ​ຈະ​ໄດ້​ກະ​ທຳ​ວຽກ​ງານ​ສິ່ງ​ໜຶ່ງ​ເພື່ອ​ຜົນ​ແອວ​ຂອງ​ເຈົ້າ, ຜູ້​ເປັນ​ພີ່​ນ້ອງ​ຂອງ​ລາວ.

28 ແລະ ລາວ​ຈະ​ນຳ​ພວກ​ເຂົາ​ມາ​ສູ່​ຄວາມ​ຮູ້​ຂອງ​ພັນ​ທະ​ສັນ​ຍາ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ; ແລະ ລາວ​ຈະ​ເຮັດ​ວຽກ​ງານ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ບັນ​ຊາ​ລາວ.

29 ແລະ ເຮົາ​ຈະ​ເຮັດ​ໃຫ້​ລາວ​ຍິ່ງ​ໃຫຍ່​ໃນ​ສາຍ​ຕາ​ຂອງ​ເຮົາ; ເພາະ​ລາວ​ຈະ​ເຮັດ​ວຽກ​ງານ​ຂອງ​ເຮົາ; ແລະ ລາວ​ຈະ​ຍິ່ງ​ໃຫຍ່​ເໝືອນ​ຜູ້​ທີ່​ເຮົາ​ໄດ້​ກ່າວ​ວ່າ ເຮົາ​ຈະ​ຍົກ​ຂຶ້ນ​ໃຫ້​ເຈົ້າ, ເພື່ອ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ເຮົາ, ໂອ້ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ; ເພາະ​ເຮົາ​ຈະ​ຍົກ​ຜູ້​ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ ເພື່ອ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ເຮົາ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ; ແລະ ລາວ​ຈະ​ຖືກ​ເອີ້ນ​ວ່າ ໂມ​ເຊ. ແລະ ໂດຍ​ຊື່​ຂອງ​ລາວ, ລາວ​ຈະ​ຮູ້​ວ່າ ລາວ​ເປັນ​ເຊື້ອ​ສາຍ​ຂອງ​ເຈົ້າ; ເພາະ​ລາວ​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ໂດຍ​ທິ​ດາ​ຂອງ​ກະ​ສັດ, ແລະ ຈະ​ຖືກ​ເອີ້ນ​ວ່າ​ເປັນ​ບຸດ​ຊາຍ​ຂອງ​ນາງ.

30 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ຈະ​ຍົກ​ຜູ້​ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ​ຈາກ​ຜົນ​ແອວ​ຂອງ​ເຈົ້າ; ແລະ ເຮົາ​ຈະ​ໃຫ້​ອຳ​ນາດ​ແກ່​ລາວ ເພື່ອ​ຈະ​ນຳ​ຄຳ​ເວົ້າ​ຂອງ​ເຮົາ​ອອກ​ມາ​ສູ່​ລູກ​ຫລານ​ຂອງ​ຜົນ​ແອວ​ຂອງ​ເຈົ້າ; ແລະ ບໍ່​ພຽງ​ແຕ່​ເພື່ອ​ການ​ນຳ​ຄຳ​ເວົ້າ​ຂອງ​ເຮົາ​ອອກ​ມາ​ເທົ່າ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແຕ່​ຈະ​ເຮັດ​ໃຫ້​ພວກ​ເຂົາ​ໝັ້ນ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ເຮົາ, ຊຶ່ງ​ຈະ​ອອກ​ໄປ​ໃນ​ບັນ​ດາ​ພວກ​ເຂົາ​ແລ້ວ​ໃນ​ຍຸກ​ສຸດ​ທ້າຍ;

31 ດັ່ງ​ນັ້ນ, ຜົນ​ແອວ​ຂອງ​ເຈົ້າ​ຈະ​ບັນ​ທຶກ; ແລະ ຜົນ​ແອວ​ຂອງ​ຢູ​ດາ​ຈະ​ບັນ​ທຶກ; ແລະ ເລື່ອງ​ທີ່​ຈະ​ຖືກ​ບັນ​ທຶກ​ໄວ້​ໂດຍ​ຜົນ​ແອວ​ຂອງ​ເຈົ້າ, ແລະ ເລື່ອງ​ທີ່​ຈະ​ຖືກ​ບັນ​ທຶກ​ໄວ້​ຈາກ​ຜົນ​ແອວ​ຂອງ​ຢູ​ດາ​ຈະ​ເຕີບ​ໂຕ​ພ້ອມ​ກັນ, ຊຶ່ງ​ນຳ​ໄປ​ຫາ​ການ​ເຮັດ​ໃຫ້​ຄຳ​ສອນ​ທີ່​ຜິດ​ນັ້ນ​ຍອມ​ຈຳ​ນົນ ແລະ ກຳ​ຈັດ​ການ​ຂັດ​ແຍ້ງ, ແລະ ສະ​ຖາ​ປະ​ນາ​ສັນ​ຕິ​ສຸກ​ໃນ​ບັນ​ດາ​ຜົນ​ແອວ​ຂອງ​ເຈົ້າ, ແລະ ນຳ​ພວກ​ເຂົາ​ມາ​ສູ່​ຄວາມ​ຮູ້​ເຖິງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ໃນ​ຍຸກ​ສຸດ​ທ້າຍ, ແລະ ນຳ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

32 ແລະ ຈາກ​ຄວາມ​ອ່ອນ​ແອ ລາວ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ໃນ​ວັນ​ນັ້ນ​ເມື່ອ​ວຽກ​ງານ​ຂອງ​ເຮົາ​ຈະ​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ​ຂອງ​ເຮົາ, ຊຶ່ງ​ຈະ​ນຳ​ພວກ​ເຂົາ​ກັບ​ຄືນ, ຜູ້​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ໃນ​ຍຸກ​ສຸດ​ທ້າຍ.

33 ແລະ ເຮົາ​ຈະ​ອວຍ​ພອນ​ຜູ້​ພະ​ຍາ​ກອນ​ຜູ້​ນັ້ນ, ແລະ ຜູ້​ທີ່​ພະ​ຍາ​ຍາມ​ທຳ​ລາຍ​ລາວ​ຈະ​ຍອມ​ຈຳ​ນົນ; ເພາະ​ຄຳ​ສັນ​ຍາ​ນີ້​ເຮົາ​ມອບ​ໃຫ້​ເຈົ້າ; ເພາະ​ເຮົາ​ຈະ​ຈື່​ຈຳ​ເຈົ້າ​ຈາກ​ລຸ້ນ​ສູ່​ລຸ້ນ; ແລະ ຊື່​ຂອງ​ລາວ​ຈະ​ຖືກ​ເອີ້ນ​ວ່າ ໂຈ​ເຊັບ, ແລະ ຈະ​ເປັນ​ຕາມ​ຊື່​ຂອງ​ບິ​ດາ​ຂອງ​ລາວ; ແລະ ລາວ​ຈະ​ເປັນ​ເໝືອນ​ດັ່ງ​ເຈົ້າ; ເພາະ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ອອກ​ມາ​ໂດຍ​ມື​ຂອງ​ລາວ ຈະ​ນຳ​ຜູ້​ຄົນ​ຂອງ​ເຮົາ​ໄປ​ສູ່​ຄວາມ​ລອດ.

34 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາ​ບານ​ກັບ​ໂຢ​ເຊັບ​ວ່າ ພຣະ​ອົງ​ຈະ​ຮັກ​ສາ​ລູກ​ຫລານ​ຂອງ​ລາວ​ຕະ​ຫລອດ​ໄປ, ໂດຍ​ກ່າວ​ວ່າ, ເຮົາ​ຈະ​ຍົກ​ໂມ​ເຊ​ຂຶ້ນ, ແລະ ໄມ້​ຄ້ອນ​ເທົ້າ​ຈະ​ຢູ່​ໃນ​ມື​ຂອງ​ລາວ, ແລະ ລາວ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເຮົາ, ແລະ ລາວ​ຈະ​ນຳ​ພາ​ພວກ​ເຂົາ​ໄປ​ດັ່ງ​ຝູງ​ແກະ, ແລະ ລາວ​ຈະ​ຕີ​ຜືນ​ນ້ຳ​ທະ​ເລ​ແດງ​ດ້ວຍ​ໄມ້​ຄ້ອນ​ເທົ້າ​ຂອງ​ລາວ.

35 ແລະ ລາວ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ, ແລະ ຈະ​ຂຽນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ລາວ​ຈະ​ບໍ່​ເວົ້າ​ຫລາຍ, ເພາະ​ເຮົາ​ຈະ​ຂຽນ​ກົດ​ຂອງ​ເຮົາ​ໃຫ້​ລາວ​ດ້ວຍ​ນິ້ວ​ມື​ຂອງ​ເຮົາ​ເອງ. ແລະ ເຮົາ​ຈະ​ໃຫ້​ມີ​ຜູ້​ເວົ້າ​ແທນ​ລາວ, ແລະ ຊື່​ຂອງ​ລາວ​ຈະ​ຖືກ​ເອີ້ນ​ວ່າ ອາ​ໂຣນ.

36 ແລະ ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ​ຄື​ກັນ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້​ສາ​ບານ​ໄວ້. ສະ​ນັ້ນ, ໂຢ​ເຊັບ​ໄດ້​ກ່າວ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ວ່າ ພຣະ​ເຈົ້າ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຈົ້າ​ຢ່າງ​ແນ່​ນອນ, ແລະ ນຳ​ພວກ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ນີ້, ໄປ​ຫາ​ແຜ່ນ​ດິນ​ທີ່​ພຣະ​ອົງ​ສາ​ບານ​ວ່າ​ຈະ​ປະ​ທານ​ໃຫ້​ແກ່​ອັບ​ຣາ​ຮາມ, ແລະ ໃຫ້​ແກ່​ອີ​ຊາກ, ແລະ ໃຫ້​ແກ່​ຢາ​ໂຄບ.

37 ແລະ ໂຢ​ເຊັບໄດ້​ຢືນ​ຢັນ​ຫລາຍ​ເລື່ອງ​ອື່ນ​ອີກ​ກັບ​ອ້າຍ​ນ້ອງ​ຂອງ​ລາວ, ແລະ ໄດ້​ໃຫ້​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ກ່າວ​ຄຳ​ປະ​ຕິ​ຍານ, ໂດຍ​ກ່າວ​ຕໍ່​ພວກ​ເຂົາ​ວ່າ ພຣະ​ເຈົ້າ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຈົ້າ​ຢ່າງ​ແນ່​ນອນ, ແລະ ພວກ​ເຈົ້າ​ຈະ​ເອົາ​ກະ​ດູກ​ຂອງ​ຂ້ອຍ​ໄປ​ຈາກ​ບ່ອນ​ນີ້.

38 ສະ​ນັ້ນ ໂຢ​ເຊັບ​ໄດ້​ເສຍ​ຊີ​ວິດ​ໄປຕອນ​ມີອາ​ຍຸ​ໄດ້​ໜຶ່ງ​ຮ້ອຍ​ສິບ​ປີ; ແລະ ພວກ​ເຂົາ​ໄດ້​ອາບ​ນ້ຳ​ຢາ​ຮັກ​ສາ​ລາວ​ໄວ້, ແລະ ພວກ​ເຂົາ​ໄດ້ຮັກ​ສາ​ສົບ​ຂອງ​ລາວ​ໄວ້​ໃນ​ໂລງ​ສົບ ໃນ​ປະ​ເທດ​ເອ​ຢິບ; ແລະ ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ໄດ້​ຮັກ​ສາ​ສົບ​ຂອງ​ລາວ​ໄວ້​ຈາກ​ການ​ຝັງ, ເພື່ອ​ວ່າ​ລາວ​ຈະ​ຖືກ​ນຳ​ໄປ​ຝັງ​ໄວ້​ໃນ​ອຸບ​ມຸງ​ກັບ​ບິ​ດາ​ຂອງ​ລາວ. ແລະ ດັ່ງ​ນັ້ນ ພວກ​ເຂົາ​ໄດ້​ຈື່​ຈຳ​ຄຳ​ສາ​ບານ​ຂອງ​ພວກ​ເຂົາ ທີ່​ພວກ​ເຂົາ​ໄດ້​ສາ​ບານ​ໄວ້​ກັບ​ລາວ.

ພິມ