ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, 2 ເທສະ​ໂລນິກ 2


ປຈສ, 2 ເທສະ​ໂລນິກ 2:2–3, 7–9. ປຽບ​ທຽບ​ໃສ່​ກັບ 2 ເທສະ​ໂລນິກ 2:2–9

ຊາຕານ​ຈະ​ກໍ່​ໃຫ້​ເກີດ​ການ​ຕົກ​ໄປ ຫລື ການ​ປະ​ຖິ້ມ​ຄວາມ​ເຊື່ອ ກ່ອນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ກັບ​ມາ.

2 ຢ່າ​ໃຫ້​ຈິດ​ໃຈ​ຂອງ​ພວກ​ທ່ານ​ປັ່ນ​ປ່ວນ, ຫລື ສະ​ທ້ານ​ຕົກ​ໃຈ​ຈາກ​ຈົດ​ໝາຍ, ຍົກ​ເວັ້ນ​ແຕ່​ພວກ​ທ່ານ​ໄດ້​ຮັບ​ມັນ​ຈາກ​ພວກ​ເຮົາ; ບໍ່​ວ່າ​ຈະ​ມາ​ດ້ວຍ​ທາງ​ວິນ​ຍານ, ຫລື ມາ​ທາງ​ຄຳ​ເວົ້າ, ໂດຍ​ອ້າງ​ວ່າ ວັນ​ຂອງ​ພຣະ​ຄຣິດ​ມາ​ເຖິງ​ແລ້ວ.

3 ຢ່າ​ໃຫ້​ຄົນ​ໃດ​ຫລອກ​ລວງ​ພວກ​ທ່ານ​ໃນ​ທາງ​ໃດ​ທາງ​ໜຶ່ງ​ເລີຍ; ເພາະ​ວັນ​ນັ້ນຈະບໍ່​ມາ​ເຖິງ ຈົນ​ກວ່າ​ການ​ຕົກ​ໄປ​ຈະ​ເກີດ​ຂຶ້ນ​ກ່ອນ ແລະ ຜູ້​ຊົ່ວ​ຮ້າຍ, ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ, ຈະ​ປະກົດ​ຕົວ​ຂຶ້ນ.

7 ເພາະ​ອຳນາດ​ອັນ​ລຶກ​ລັບ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ​ກໍ​ດຳ​ເນີນ​ການ​ຢູ່​ແລ້ວ, ແລະ ມັນ​ຄື​ຜູ້​ທີ່​ທຳ​ງານ​ຢູ່​ແລ້ວ​ໃນ​ເວລາ​ນີ້, ແລະ ພຣະ​ຄຣິດ​ຍອມ​ໃຫ້​ມັນ​ເຮັດ, ຈົນ​ກວ່າຈະເຖິງ​ເວລາ​ທີ່​ຈະ​ເອົາ​ມັນ​ອອກ​ໄປ​ຈາກ​ທາງ.

8 ແລະ ແລ້ວຄົນຊົ່ວ​ຜູ້​ນັ້ນ​ຈະ​ຖືກ​ເປີດ​ເຜີຍ, ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ຫານ​ມັນ​ເສຍ​ດ້ວຍ​ວິນ​ຍານ​ແຫ່ງ​ພຣະ​ໂອດ​ຂອງ​ພຣະ​ອົງ, ແລະ ຈະ​ທຳ​ລາຍ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

9 ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ພຣະ​ເຢຊູ, ຜູ້​ຊຶ່ງ​ຈະບໍ່ສະ​ເດັດ​ມາ ຈົນ​ກວ່າ​ການ​ຕົກ​ໄປ​ຈະ​ເກີດ​ຂຶ້ນກ່ອນ, ໂດຍ​ວຽກ​ງານ​ຂອງ​ຊາຕານ ດ້ວຍ​ອຳນາດ​ທັງ​ໝົດ, ແລະ ດ້ວຍ​ເຄື່ອງ​ໝາຍ ແລະ ການ​ອັດ​ສະ​ຈັນ​ທີ່​ຈອມ​ປອມ,

ພິມ