ການໄຖ່
ຕາບໃດທີ່ເຮົາຍັງຕິດຕາມພຣະຄຣິດ, ເຮົາຈະສະແຫວງຫາທີ່ຈະມີພາກສ່ວນ ແລະ ຊ່ອຍເຫລືອໃນວຽກງານແຫ່ງການໄຖ່ຂອງພຣະອົງໃຫ້ກ້າວໄປໜ້າ.
ໃນສະໄໝເປັນຫົວເມືອງຂຶ້ນ, ສະຫະລັດອາເມຣິກາໄດ້ຕ້ອງການແຮງງານຫລາຍທີ່ສຸດ. ໃນຊ່ວງໄລຍະສັດຕະວັດທີ 18 ຫາຕົ້ນສັດຕະວັດທີ 19, ຈຶ່ງໄດ້ຊອກຫາແຮງງານຈາກປະເທດຕ່າງໆເຊັ່ນອັງກິດ, ເຢຍລະມັນ, ປະເທດອື່ນໆຈາກເອີຣົບ, ແຕ່ຫລາຍຄົນທີ່ຢາກມາ ບໍ່ມີເງິນໃຊ້ຈ່າຍໃນການເດີນທາງ. ບໍ່ໄດ້ເປັນສິ່ງແປກທີ່ຜູ້ເດີນທາງຈະເຊັນໃບສັນຍາກັບນາຍຈ້າງວ່າ ຈະທຳງານໃນຊ່ວງໄລຍະໜຶ່ງເພື່ອໃຊ້ໜີ້. ບາງຄົນກໍໄດ້ສັນຍາວ່າ ຄອບຄົວຂອງເຂົາເຈົ້າຢູ່ສະຫະລັດຈະຈ່າຍຄ່າການເດີນຂອງເຂົາເຈົ້າເມື່ອເຂົາເຈົ້າມາເຖິງ, ແຕ່ຖ້າຫາກບໍ່ເປັນດັ່ງທີ່ກ່າວ, ແລ້ວຜູ້ເດີນທາງໄດ້ສັນຍາວ່າ ເຂົາເຈົ້າຈະທຳງານໃນຊ່ວງໄລຍະໜຶ່ງເພື່ອໃຊ້ໜີ້. ຄຳທີ່ໃຊ້ອະທິບາຍຜູ້ອົບພະຍົບທີ່ໄດ້ເຊັນສັນຍາ ເອີ້ນວ່າ “ຜູ້ຕ້ອງຖືກໄຖ່ຖອນ.” ເຂົາເຈົ້າຕ້ອງໄຖ່ຖອນຕົນເອງສຳລັບການເດີນທາງ, ເພື່ອຊື້ເອົາອິດສະລະຂອງເຂົາເຈົ້າ, ໂດຍການທຳງານ.1
ໃນບັນດາຕຳແໜ່ງທີ່ສຳຄັນທີ່ສຸດຂອງພຣະເຢຊູຄຣິດທີ່ເຮົາເອີ້ນພຣະອົງຄື ພຣະຜູ້ໄຖ່. ດັ່ງທີ່ຂ້າພະເຈົ້າໄດ້ກ່າວຜ່ານມາກ່ຽວກັບຜູ້ອົບພະຍົບທີ່ຖືກເອີ້ນວ່າ “ຜູ້ຕ້ອງຖືກໄຖ່ຖອນ,” ຄຳວ່າ ການໄຖ່ ໝາຍເຖິງການຈ່າຍຄ່າໜີ້ສິນ. ການໄຖ່ ກໍໝາຍເຖິງການຊ່ອຍກູ້ ຫລື ການເປັນອິດສະລະຫລັງຈາກໄດ້ໃຊ້ໜີ້ແລ້ວ. ຖ້າຫາກຄົນໃດເຮັດຄວາມຜິດ ແລະ ແກ້ໄຂ ແລະ ປ່ຽນແປງ, ແລ້ວເຮົາຈະກ່າວວ່າ ລາວໄດ້ໄຖ່ຖອນຕົວລາວແລ້ວ. ຄວາມໝາຍແຕ່ລະຢ່າງນີ້ ແນະນຳພາກສ່ວນທີ່ແຕກຕ່າງກັນກ່ຽວກັບການໄຖ່ທີ່ຍິ່ງໃຫຍ່ ຊຶ່ງພຣະເຢຊູຄຣິດໄດ້ກະທຳໂດຍການຊົດໃຊ້ຂອງພຣະອົງ, ຊຶ່ງຮ່ວມທັງ, ຂໍ້ຄວາມຢູ່ໃນວັດຈະນະນຸກົມ ທີ່ວ່າ, “ເປັນການປົດປ່ອຍຈາກບາບ ແລະ ໂທດ, ໂດຍການເສຍສະລະແທນຄົນບາບ.”2
ການໄຖ່ຂອງພຣະຜູ້ຊ່ອຍໃຫ້ລອດມີສອງພາກສ່ວນດ້ວຍກັນ. ທຳອິດ, ແມ່ນການຊົດໃຊ້ແທນການລ່ວງລະເມີດຂອງອາດາມ ແລະ ຜົນສະທ້ອນຂອງການຕົກຂອງມະນຸດ ໂດຍການເອົາຊະນະ ສິ່ງທີ່ເອີ້ນວ່າ ການຕົກໂດຍກົງ—ການຕາຍທາງຮ່າງກາຍ ແລະ ວິນຍານ. ການຕາຍທາງຮ່າງກາຍຄືສິ່ງທີ່ເຮົາຮູ້ຈັກດີ; ການຕາຍທາງວິນຍານແມ່ນການແຍກມະນຸດຈາກພຣະເຈົ້າ. ໂປໂລໄດ້ກ່າວວ່າ, “ດ້ວຍວ່າຄົນທັງປວງໄດ້ຕາຍເນື່ອງດ້ວຍກັບອາດາມສັນໃດ, ຄົນທັງປວງກໍຈະຖືກບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ” (1 ໂກຣິນໂທ 15:22). ການໄຖ່ຈາກການຕາຍທາງຮ່າງກາຍ ແລະ ວິນຍານນີ້ ແມ່ນສຳລັບທຸກຄົນ ແລະ ປາດສະຈາກເງື່ອນໄຂ.3
ສອງ, ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດຄືການໄຖ່ຈາກຜົນສະທ້ອນຂອງການຕົກ—ບາບຂອງເຮົາເອງ, ບໍ່ແມ່ນເນື່ອງດ້ວຍການລ່ວງລະເມີດຂອງອາດາມ. ເພາະການຕົກ ເຮົາຈຶ່ງໄດ້ມາເກີດໃນໂລກມະຕະບ່ອນທີ່ມີບາບ, ບ່ອນທີ່ມີການບໍ່ເຊື່ອຟັງຕໍ່ກົດແຫ່ງສະຫວັນ. ເມື່ອກ່າວກ່ຽວກັບເຮົາທຸກຄົນ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ:
ເມື່ອພວກເຂົາເລີ່ມເຕີບໂຕຂຶ້ນ, ບາບຍ່ອມເກີດຂຶ້ນໃນໃຈຂອງພວກເຂົາ, ແລະ ພວກເຂົາຈະໄດ້ຊີມ ລົດຊາດອັນຂົມຂື່ນ, ເພື່ອວ່າພວກເຂົາຈະຮູ້ຈັກໃຫ້ຄຸນຄ່າແກ່ຄວາມດີ.
ແລະ ມັນໄດ້ຖືກມອບໃຫ້ແກ່ພວກເຂົາເພື່ອຈະໄດ້ຮູ້ຄວາມດີຈາກຄວາມຊົ່ວ; ດັ່ງນັ້ນ ພວກເຂົາຈຶ່ງເປັນອິດສະລະທີ່ຈະເຮັດເພື່ອຕົວເອງ (ເບິ່ງ Moses 6:55–56).
ເພາະເຮົາຕ້ອງຮັບຜິດຊອບເອງ ແລະ ເຮົາຕ້ອງເລືອກເອງ, ສະນັ້ນການໄຖ່ຈາກບາບຂອງເຮົາເອງຈຶ່ງເປັນເງື່ອນໄຂ—ເງື່ອນໄຂທີ່ຈະສາລະພາບ ແລະ ເຊົາເຮັດບາບ ແລະ ຫັນມາສ້າງຊີວິດທີ່ດີ, ຫລື ອີກຄຳໜຶ່ງ, ເງື່ອນໄຂທີ່ຈະກັບໃຈ (ເບິ່ງ D&C 58:43). “ດັ່ງນັ້ນ,” ພຣະຜູ້ເປັນເຈົ້າຈຶ່ງໄດ້ບັນຊາວ່າ, ຈົ່ງສອນລູກໆຂອງເຈົ້າ, ວ່າມະນຸດທຸກຄົນ, ໃນທຸກແຫ່ງຫົນ, ຈະຕ້ອງກັບໃຈ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະບໍ່ສາມາດໄດ້ຮັບອານາຈັກຂອງພຣະເຈົ້າເປັນມູນມໍລະດົກ, ເພາະວ່າສິ່ງທີ່ບໍ່ສະອາດຈະບໍ່ສາມາດຢູ່ໃນທີ່ນັ້ນ, ຫລື ຢູ່ໃນທີ່ປະທັບຂອງພຣະອົງ (ເບິ່ງ Moses 6:57).
ການຮັບທຸກທໍລະມານຂອງພຣະຜູ້ຊ່ອຍໃຫ້ລອດຢູ່ໃນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ ເປັນການໄຖ່ເຮົາຈາກບາບ ເພື່ອໃຫ້ພຽງພໍກັບການຮຽກຮ້ອງຂອງຄວາມຍຸດຕິທຳ. ພຣະອົງໄດ້ເມດຕາ ແລະ ໃຫ້ອະໄພແກ່ຜູ້ທີ່ກັບໃຈ. ການຊົດໃຊ້ເປັນການຈ່າຍຄ່າຄວາມຍຸດຕິທຳທີ່ເຮົາເປັນໜີ້ສິນ ທີ່ໃຫ້ການປິ່ນປົວ ແລະ ທົດແທນຄວາມທຸກຍາກລຳບາກທີ່ເຮົາໄດ້ຮັບ. “ເພາະຈົ່ງເບິ່ງ, ພຣະອົງໄດ້ທົນຮັບຄວາມເຈັບປວດຂອງມະນຸດທັງປວງ, ແທ້ຈິງແລ້ວ, ຄວາມເຈັບປວດຂອງສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນທຸກຢ່າງທັງຊາຍຍິງ ແລະ ເດັກນ້ອຍທີ່ເປັນຄອບຄົວຂອງອາດາມ” (2 ນີໄຟ 9:21; ເບິ່ງ ແອວມາ 7:11–12) ນຳອີກ.4
ຕາບໃດທີ່ເຮົາຍັງຕິດຕາມພຣະຄຣິດ, ເຮົາຈະສະແຫວງຫາທີ່ຈະມີພາກສ່ວນ ແລະ ຊ່ອຍເຫລືອໃນວຽກງານແຫ່ງການໄຖ່ຂອງພຣະອົງໃຫ້ກ້າວໄປໜ້າ. ການຮັບໃຊ້ທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຮົາສາມາດມອບໃຫ້ແກ່ຄົນອື່ນໃນຊີວິດນີ້, ເລີ່ມຕົ້ນດ້ວຍຜູ້ຄົນໃນຄອບຄົວຂອງເຮົາເອງ, ຄືການນຳເຂົາເຈົ້າມາສູ່ພຣະຄຣິດ ຜ່ານສັດທາ ແລະ ການກັບໃຈ ເພື່ອວ່າເຂົາເຈົ້າຈະປະສົບກັບການໄຖ່—ຄວາມສະຫງົບ ແລະ ຄວາມສຸກໃນຕອນນີ້, ແລະ ຄວາມອະມະຕະ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. ວຽກງານຂອງຜູ້ສອນສາດສະໜາຂອງເຮົາແມ່ນການສະແດງອອກເຖິງການໄຖ່ດ້ວຍຄວາມຮັກຂອງພຣະຜູ້ເປັນເຈົ້າ. ໃນຖານະທີ່ເປັນອັກຄະທູດທີ່ໄດ້ຮັບອະນຸຍາດຂອງພຣະອົງ, ເຂົາເຈົ້າໄດ້ສະເໜີມອບພອນແຫ່ງສັດທາທີ່ບໍ່ມີສິ່ງປຽບທຽບໃນພຣະເຢຊູຄຣິດ, ການກັບໃຈ, ການບັບຕິສະມາ, ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ, ເປີດທາງໃຫ້ແກ່ການເກີດໃໝ່ທາງວິນຍານ ແລະ ການໄຖ່.
ເຮົາສາມາດຊ່ອຍໃນວຽກງານການໄຖ່ຂອງພຣະຜູ້ຊ່ອຍໃຫ້ລອດສຳລັບຜູ້ທີ່ໄດ້ລ່ວງລັບໄປແລ້ວ. ພວກແອວເດີທີ່ຊື່ສັດຂອງຍຸກນີ້, ເມື່ອເຂົາເຈົ້າອອກໄປຈາກຊີວິດມະຕະ, ໄດ້ສືບຕໍ່ ວຽກງານຂອງເຂົາເຈົ້າໃນການສັ່ງສອນພຣະກິດຕິຄຸນແຫ່ງການກັບໃຈ ແລະ ການໄຖ່, ຜ່ານການເສຍສະລະຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ໃນບັນດາຄົນທີ່ຢູ່ໃນຄວາມມືດ ແລະ ພາຍໃຕ້ ການເປັນຂ້າທາດຂອງບາບໃນໂລກວິນຍານອັນກວ້າງໃຫຍ່ໄພສານຂອງຄົນຕາຍ (ເບິ່ງ D&C 138:57). ດ້ວຍຜົນປະໂຫຍດທີ່ດີເລີດ ຫລາຍຢ່າງທີ່ເຮົາສະເໜີໃຫ້ເຂົາເຈົ້າໃນພຣະວິຫານຂອງພຣະເຈົ້າ, ແມ່ນແຕ່ຜູ້ທີ່ໄດ້ລ່ວງລັບໄປແລ້ວໃນຄວາມເປັນຊະເລີຍເນື່ອງດ້ວຍການບາບ ກໍສາມາດເປັນອິດສະລະໄດ້.5
ເຖິງແມ່ນສ່ວນຫລາຍແລ້ວການໄຖ່ແມ່ນກ່ຽວພັນກັບການກັບໃຈ ແລະ ການໃຫ້ອະໄພ, ແຕ່ຍັງມີຄວາມໝາຍອື່ນອີກທີ່ກ່ຽວກັບການປະຕິບັດທາງຝ່າຍໂລກ. ພຣະເຢຊູໄດ້ຖືກກ່າວເຖິງວ່າ ໄດ້ອອກໄປເຮັດຄຸນງາມຄວາມດີ (ເບິ່ງ ກິດຈະການ 10:38), ຊຶ່ງຮ່ວມທັງການປິ່ນປົວຄົນເຈັບປ່ວຍ ແລະ ອ່ອນແອ, ລ້ຽງເຂົ້າຝູງຊົນ, ແລະ ສອນໃນວິທີທາງທີ່ດີກວ່າ. “ບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ ແລະ ຍອມສະລະຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ” (ມັດທາຍ 20:28). ສະນັ້ນ ພາຍໃຕ້ອິດທິພົນຂອງພຣະວິນຍານທີ່ສັກສິດຂອງພຣະອົງ, ຂໍໃຫ້ເຮົາຈົ່ງອອກໄປເຮັດຄຸນງາມຄວາມດີຕາມແບບຢ່າງຂອງພຣະອາຈານ.
ວຽກງານແຫ່ງການໄຖ່ນີ້ ໝາຍເຖິງການຊ່ອຍເຫລືອຜູ້ຄົນກັບບັນຫາຂອງເຂົາ. ໝາຍເຖິງການເປັນເພື່ອນກັບຄົນຍາກຈົນ ແລະ ອ່ອນແອ, ການບັນເທົາຄວາມເຈັບປວດ, ການແກ້ໄຂຄວາມຜິດ, ການປົກປ້ອງຄວາມຈິງ, ການເພີ່ມຄວາມເຂັ້ມແຂງໃຫ້ແກ່ຄົນລຸ້ນໃໝ່, ແລະ ການມີຄວາມເຊື່ອໝັ້ນ ແລະ ຄວາມສຸກຢູ່ໃນບ້ານເຮືອນ. ວຽກງານແຫ່ງການໄຖ່ຂອງເຮົາຢູ່ໃນໂລກສ່ວນຫລາຍແລ້ວຈະຊ່ອຍເຫລືອຄົນອື່ນໃຫ້ເຕີບໂຕ ແລະ ບັນລຸຕາມຄວາມຫວັງ ແລະ ຄວາມປາດຖະໜາທີ່ຖືກຕ້ອງຂອງເຂົາເຈົ້າ.
ຕົວຢ່າງໜຶ່ງ, ຈາກປຶ້ມນິຍາຍຂອງ ວິກເຕີ ຮູໂກ ຊື່ວ່າ Les Misérables, ເຖິງແມ່ນເປັນເລື່ອງແຕ່ງ, ແຕ່ມັນຍັງສຳພັດ ແລະ ປະທັບໃຈຂອງຂ້າພະເຈົ້າຢູ່. ເລື່ອງນີ້ເລີ່ມຕົ້ນດ້ວຍອະທິການບຽນວີນູ ໄດ້ມອບອາຫານການກິນ ແລະ ທີ່ພັກພາອາໄສໃຫ້ຊາຍອະນາຖາຄົນໜຶ່ງຊື່ວ່າ ຈອນ ວາວຈອນ, ຜູ້ຊຶ່ງຫາກໍໄດ້ຖືກປ່ອຍອອກຈາກຄຸກ ທີ່ລາວໄດ້ຕິດໂທດເປັນເວລາ 19 ປີ ເພາະລາວໄດ້ລັກເຂົ້າຈີ່ກ້ອນໜຶ່ງເພື່ອເອົາໄປລ້ຽງລູກຂອງເອື້ອຍຂອງລາວທີ່ກຳລັງຫິວໂຫຍ. ໂດຍທີ່ເຕັມໄປດ້ວຍຄວາມຂົມຂື່ນ, ນາຍວາວຈອນໄດ້ຕອບແທນບຸນຄຸນຂອງອະທິການ ບຽນວີນູ ໂດຍການລັກເອົາເຄື່ອງເງິນຂອງລາວໄປ. ຕໍ່ມາ ຕຳຫລວດໄດ້ກວດພໍ້, ນາຍວາວຈອນໄດ້ບອກວ່າ ອະທິການໄດ້ມອບສິ່ງເຫລົ່ານັ້ນໃຫ້ແກ່ລາວ. ເມື່ອຕຳຫລວດພາລາວກັບໄປຫາເຮືອນຂອງອະທິການ, ນາຍວາວຈອນ, ດ້ວຍຄວາມແປກໃຈ, ອະທິການ ບຽນວີນູ ໄດ້ຢືນຢັນ ແລະ ກ່າວຢ່າງໜັກແໜ້ນວ່າ, “‘ແຕ່! ຂ້ອຍໄດ້ເອົາອັນຕັ້ງທຽນໄຂເປັນເງິນໃຫ້ເຈົ້າອີກ, ຊຶ່ງໄດ້ລາຄາສອງຮ້ອຍ ແຟຣ້ງສ໌. ເປັນຫຍັງເຈົ້າຈຶ່ງບໍ່ເອົາມັນໄປນຳຖ້ວຍຊາມເຫລົ່ານັ້ນ?’ …
“ອະທິການໄດ້ເຂົ້າມາຫາລາວ, ແລະ ເວົ້າດ້ວຍນ້ຳສຽງທີ່ອ່ອນໂຍນວ່າ:
‘ຢ່າລືມເດີ້, ຢ່າລືມຄຳສັນຍາຂອງເຈົ້າ ທີ່ຈະໃຊ້ເຄື່ອງເງິນເຫລົ່ານີ້ເພື່ອຊ່ອຍເຫລືອເຈົ້າກາຍເປັນຄົນຊື່ສັດ.’
“ນາຍຈອນ ວາວຈອນ, ຜູ້ບໍ່ເຄີຍໄດ້ຍິນກ່ຽວກັບຄຳສັນຍານັ້ນ, ໄດ້ຢືນຢູ່ແບບງົງງັນ. ອະທິການ … ໄດ້ກ່າວຕື່ມຢ່າງໜັກແໜ້ນວ່າ:
“‘ຈອນ ວາວຈອນ ເອີຍ, ນ້ອງຊາຍ: ເຈົ້າບໍ່ໄດ້ຂຶ້ນກັບຄວາມຊົ່ວຮ້າຍອີກແລ້ວ, ແຕ່ຂຶ້ນກັບຄວາມດີ. ຂ້ອຍໄດ້ຈ່າຍຄ່າຈິດວິນຍານໃຫ້ເຈົ້າແລ້ວ. ຂ້ອຍໄດ້ດຶງມັນອອກມາຈາກຄວາມມືດ ແລະ ຄວາມອັບປະໂຫຍດ, ແລະ ຂ້ອຍໄດ້ມອບມັນໃຫ້ແກ່ພຣະເຈົ້າ!’”
ນາຍຈອນ ວາວຈອນ ໄດ້ກາຍເປັນຄົນໃໝ່, ເປັນຊາຍທີ່ຊື່ສັດ ແລະ ໄດ້ຊ່ອຍເຫລືອຄົນອື່ນໆນຳອີກ. ຕະຫລອດຊີວິດຂອງລາວ, ລາວໄດ້ເກັບຂອງຕັ້ງທຽນໄຂສອງອັນນັ້ນໄວ້, ເພື່ອເຕືອນລາວວ່າ ຈິດວິນຍານຂອງລາວໄດ້ຖືກໄຖ່ຖອນໃຫ້ພຣະເຈົ້າແລ້ວ.6
ການໄຖ່ທາງຮ່າງກາຍບາງຢ່າງມາເຖິງຜ່ານທາງການຮ່ວມໄມ້ຮ່ວມມືກັນ. ມັນເປັນເຫດຜົນຢ່າງໜຶ່ງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ຈັດຕັ້ງສາດສະໜາຈັກຂຶ້ນ. ໃນການຈັດຕັ້ງລະບຽບໃນກຸ່ມໂຄຣຳ ແລະ ອົງການຊ່ອຍເຫລືອໃນສະເຕກ, ຫວອດ, ແລະ ຂາສາ, ເຮົາບໍ່ພຽງແຕ່ສາມາດສອນ ແລະ ສົ່ງເສີມກັນແລະກັນໃນພຣະກິດຕິຄຸນເທົ່ານັ້ນ; ແຕ່ເຮົາຍັງສາມາດຂໍຄວາມຊ່ອຍເຫລືອຈາກຜູ້ຄົນ ແລະ ຊັບສິນເພື່ອຊ່ອຍຄ້ຳຈູນຊີວິດນຳອີກ. ຜູ້ຄົນທີ່ເຮັດຄົນດຽວ ຫລື ກຸ່ມທີ່ຈັດຂຶ້ນເພື່ອຈຸດປະສົງບາງຢ່າງສະເພາະ ບາງຄັ້ງຈະບໍ່ສາມາດສະໜອງຄວາມຕ້ອງການອັນໃຫຍ່ໂຕໄດ້. ໃນຖານະທີ່ເປັນຜູ້ຕິດຕາມພຣະເຢຊູຄຣິດ ເຮົາເປັນຊຸມຊົນຂອງໄພ່ພົນຂອງພຣະເຈົ້າ ທີ່ຖືກຈັດຕັ້ງຂຶ້ນ ເພື່ອຊ່ອຍໄຖ່ໄພ່ພົນຂອງພຣະເຈົ້າຄົນອື່ນໆທີ່ຂັດສົນ ແລະ ຄົນອື່ນໆອີກທີ່ເຮົາສາມາດເອື້ອມອອກຫາຕະຫລອດທົ່ວໂລກ.
ເພາະຄວາມພະຍາຍາມຂອງເຮົາໃນໂຄງການມະນຸດສະທຳ ປີທີ່ຜ່ານມານີ້, ຜູ້ຄົນຈຳນວນ 890,000 ຄົນໃນ 36 ປະເທດ ມີນ້ຳສະອາດກິນ, 70,000 ຄົນ ໃນ 57 ປະເທດ ມີລົດເຂັນ, 75,000 ຄົນ ໃນ 25 ປະເທດ ມີຕາທີ່ເຫັນແຈ້ງກວ່າເກົ່າ, ແລະ 52 ປະເທດ ໄດ້ຮັບການສົງເຄາະໃນສະຖານທີ່ປະເຊີນກັບໄພທຳມະຊາດ. ໂດຍທີ່ໄດ້ຮ່ວມໄມ້ຮ່ວມມືກັບຄົນອື່ນໆ, ສາດສະໜາຈັກໄດ້ຊ່ອຍເຫລືອເລື່ອງການສາທາລະນະສຸກໃຫ້ແກ່ເດັກນ້ອຍ 8 ລ້ານຄົນ ແລະ ໄດ້ຊ່ອຍອົບພະຍົບ ຊາວຊີເຣຍ ຢູ່ໃນສູນຂອງປະເທດເທີກີ, ເລບານອນ, ແລະ ຈໍແດນ ດ້ວຍສະບຽງອາຫານທີ່ຊ່ອຍຄ້ຳຈູນຊີວິດ. ໃນເວລາດຽວກັນ, ສະມາຊິກຂອງສາດສະໜາຈັກທີ່ຂັດສົນໄດ້ຮັບການຊ່ອຍເຫລືອຫລາຍລ້ານໂດລາຈາກການຖືສິນອົດເຂົ້າ ແລະ ການຮັບໃຊ້ສະຫວັດດີການອື່ນໆ ໃນປີ 2012. ຂອບໃຈຫລາຍໆສຳລັບຄວາມເພື່ອແຜ່ຂອງທ່ານ.
ທັງໝົດທີ່ກ່າວມານີ້ ຍັງບໍ່ໄດ້ນັບການກະທຳຄວາມດີ ແລະ ການໃຫ້ຄວາມຊ່ອຍເຫລືອຂອງສະມາຊິກໃສ່ນຳ—ເຊັ່ນ ການບໍລິຈາກອາຫານ, ເຄື່ອງນຸ່ງຫົ່ມ, ເງິນ, ການດູແລ, ແລະ ຫລາຍພັນຢ່າງອື່ນອີກ ທີ່ໃຫ້ຄວາມປອບໂຍນ ແລະ ເຫັນອົກເຫັນໃຈ ຊຶ່ງເຮົາມີສ່ວນຮ່ວມໃນວຽກງານແຫ່ງການໄຖ່ຂອງພຣະຄຣິດ. ຄາວຍັງນ້ອຍ ຂ້າພະເຈົ້າໄດ້ເຫັນແມ່ຂອງຂ້າພະເຈົ້າຊ່ອຍໄຖ່ຜູ້ຍິງຄົນໜຶ່ງທີ່ຂັດສົນ. ຫລາຍປີກ່ອນ ຕອນພວກລູກຊາຍຂອງເພິ່ນຍັງນ້ອຍ, ແມ່ຂອງຂ້າພະເຈົ້າໄດ້ຮັບການຜ່າຕັດທີ່ສາຫັດເກືອບເຖິງຕາຍ ແລະ ເພິ່ນໄດ້ນອນພັກຟື້ນຢູ່ໃນບ່ອນເກືອບເຖິງປີ. ໃນເວລານັ້ນ, ຄອບຄົວ ແລະ ສະມາຊິກໃນຫວອດໄດ້ມາຊ່ອຍເຫລືອແມ່ ແລະ ຄອບຄົວຂອງເຮົາ. ສຳລັບການຊ່ອຍເຫລືອເພີ່ມເຕີມ, ຊິດສະເຕີ ອັບຣາຮາມ, ປະທານສະມາຄົມສະຕີສົງເຄາະ ໄດ້ແນະນຳພໍ່ແມ່ຂອງຂ້າພະເຈົ້າໃຫ້ຈ້າງຜູ້ຍິງຄົນໜຶ່ງຢູ່ໃນຫວອດ ທີ່ຕ້ອງການວຽກເຮັດງານທຳ. ຂ້າພະເຈົ້າຈະເອີ້ນຍິງຄົນນີ້ວ່າ ແຊຣາ ແລະ ເອີ້ນລູກສາວຂອງນາງວ່າ ແອນນາ. ຕໍ່ໄປນີ້ແມ່ນຄຳເວົ້າຂອງແມ່ຂອງຂ້າພະເຈົ້າ:
“ຂ້າພະຈົ້າຍັງຈື່ມັນໄດ້ຄືກັນກັບວ່າມັນໄດ້ເກີດຂຶ້ນມື້ວານນີ້. ຂ້າພະເຈົ້າໄດ້ນອນຢູ່ເທິງຕຽງ, ແລະ ຊິດສະເຕີ ອັບຣາຮາມ ໄດ້ພານາງແຊຣາ ມາຫາປະຕູຫ້ອງນອນຂອງຂ້າພະເຈົ້າ. ຫົວໃຈຂອງຂ້າພະເຈົ້າອ່ອນໂຍບລົງ. ແຕ່ເກີດມາຂ້າພະເຈົ້າບໍ່ເຄີຍເຫັນຜູ້ຍິງຄົນໃດທີ່ຂີ້ເຫິຫລາຍກວ່ານາງ—ນາງຈ່ອຍຜອມແທ້ໆ; ນຸ່ງຖືລຸງລັງ, ຜົມຫຍຸ້ງ; ບ່າໄຫລ່ຕົກ; ກົ້ມຫົວເບິ່ງພື້ນຫ້ອງຢູ່. ນາງນຸ່ງກະໂປງໂຕເກົ່າໆທີ່ໃຫຍ່ກວ່ານາງສີ່ເທົ່າ. ນາງກົ້ມໜ້າຢູ່ ແລະ ເວົ້າຄ່ອຍໆຈົນຂ້າພະເຈົ້າບໍ່ເຂົ້າໃຈວ່ານາງເວົ້າຫຍັງ. ຢູ່ຂ້າງຫລັງນາງມີນາງນ້ອຍຄົນໜຶ່ງປະມານສາມປີ. ຂ້າພະເຈົ້າຈະເຮັດແນວໃດກັບຍິງຄົນນີ້? ຫລັງຈາກເຂົາເຈົ້າອອກຫ້ອງໄປ, ຂ້າພະເຈົ້າໄດ້ຮ້ອງໄຫ້ແບບເດັກນ້ອຍ. ຂ້າພະເຈົ້າຕ້ອງການຄວາມຊ່ອຍເຫລືອ ບໍ່ແມ່ນຕ້ອງການບັນຫາຕື່ມອີກ. ຊິດສະເຕີ ອັບຣາຮາມ ໄດ້ຢູ່ກັບນາງດົນເຕີບ ແລະ ໄດ້ທຳຄວາມສະອາດເຮືອນ ແລະ ຈັດແຕ່ງອາຫານ. ຊິດສະເຕີ ອັບຣາຮາມ ໄດ້ຂໍໃຫ້ຂ້າພະເຈົ້າລອງເບິ່ງຈັກສອງສາມມື້, ວ່າຍິງຄົນນັ້ນມີບັນຫາຫລາຍ ແລະ ຕ້ອງການຄວາມຊ່ອຍເຫລືອ.
“ມື້ຕໍ່ມາ ຕອນນາງແຊຣາມາເຖິງ, ຂ້າພະເຈົ້າໄດ້ບອກນາງໃຫ້ເຂົ້າມາໃກ້ຕຽງນອນ ເພື່ອວ່າຂ້າພະເຈົ້າຈະໄດ້ຍິນນາງເວົ້າ. ນາງໄດ້ຖາມຂ້າພະເຈົ້າເຖິງສິ່ງທີ່ຂ້າພະເຈົ້າຢາກໃຫ້ນາງເຮັດ. ຂ້າພະເຈົ້າໄດ້ບອກສິ່ງທີ່ຕ້ອງເຮັດ ແລະ ເວົ້າວ່າ, ‘ແຕ່ສິ່ງສຳຄັນທີ່ສຸດແມ່ນລູກຊາຍຂອງຂ້ອຍ; ໃຫ້ໃຊ້ເວລາກັບເຂົາ, ອ່ານກັບເຂົາ—ເຂົາສຳຄັນຫລາຍກວ່າເຮືອນຂອງຂ້ອຍ.’ ນາງເຮັດອາຫານເກັ່ງ ແລະ ຮັກສາເຮືອນໃຫ້ສະອາດ, ຊັກເຄື່ອງ, ແລະ ນາງກໍດີກັບລູກຊາຍຂອງຂ້າພະເຈົ້າ.
“ເມື່ອຫລາຍອາທິດຜ່ານໄປ, ຂ້າພະເຈົ້າໄດ້ຮູ້ຈັກກ່ຽວກັບຊີວິດຂອງນາງແຊຣາ. [ເພາະວ່ານາງບໍ່ໄດ້ຍິນຄັກ, ນາງຈຶ່ງຮຽນບໍ່ເກັ່ງຢູ່ໂຮງຮຽນ ແລະ ກໍໄດ້ເຊົາໄປໂຮງຮຽນ. ນາງໄດ້ແຕ່ງງານກັບຊາຍທີ່ຂີ້ເມົາ. ນາງ ແອນນີໄດ້ເກີດມາ ແລະ ໄດ້ນຳຄວາມສຸກມາໃຫ້ນາງແຊຣາ. ໃນຄືນທີ່ໜາວເຢັນຂອງລະດູໜາວປີໜຶ່ງ, ຜົວຂອງນາງໄດ້ກັບມາເຮືອນເມົາເຫລົ້າ, ໄດ້ຂົ່ມນາງແຊຣາ ກັບນາງແອນນີຂຶ້ນລົດ ໃນຂະນະທີ່ເຂົາເຈົ້າໃສ່ຊຸດນຸ່ງນອນ ແລ້ວໄດ້ໄລ່ເຂົາເຈົ້າລົງລົດຢູ່ຂ້າງທາງ. ເຂົາເຈົ້າບໍ່ໄດ້ເຫັນລາວອີກຈາກນັ້ນ. ທັງໜາວ ແລະ ດ້ວຍຕີນເປົ່າ, ນາງແຊຣາ ແລະ ນາງແອນນີໄດ້ຍ່າງຫລາຍກິໂລແມັດ ໄປຫາເຮືອນແມ່ຂອງນາງ.] ແມ່ຂອງນາງໄດ້ໃຫ້ເຂົາເຈົ້າພັກຢູ່ນຳ ໂດຍມີເງື່ອນໄຂວ່າ ນາງຕ້ອງເຮັດວຽກບ້ານ ແລະ ເຮັດອາຫານ, ດູແລນ້ອງໆທີ່ໄປໂຮງຮຽນອຸດົມ.
“ພວກເຮົາໄດ້ພານາງແຊຣາໄປຫາໝໍຫູ, ແລະ ນາງໄດ້ຫູທິບ. … ພວກເຮົາໄດ້ຊ່ອຍນາງໄປຮຽນຫ້ອງຮຽນສຳລັບຜູ້ໃຫຍ່, ແລະ ນາງໄດ້ເສັງຈົບຂັ້ນໂຮງຮຽນອຸດົມ. ນາງໄດ້ເຂົ້າໂຮງຮຽນຕອນຄ່ຳ ແລະ ຕໍ່ມາໄດ້ຈົບຈາກໂຮງຮຽນວິທະຍາໄລ ແລະ ເປັນຄູສອນນັກຮຽນຜູ້ຕ້ອງການຄວາມຊ່ອຍເຫລືອພິເສດ. ນາງໄດ້ຊື້ເຮືອນນ້ອຍຫລັງໜຶ່ງ. ນາງແອນນີໄດ້ແຕ່ງງານຢູ່ໃນພຣະວິຫານ ແລະ ມີລູກສອງຄົນ. ຕໍ່ມານາງແຊຣາໄດ້ຮັບການຜ່າຕັດຫູ ແລະ ສາມາດໄດ້ຍິນດີກວ່າເກົ່າ. ຫລາຍປີຈາກນັ້ນ ນາງໄດ້ອອກວຽກ ກິນເງິນເບ້ຍບຳນານ ແລະ ໄປເຜີຍແຜ່ສາດສະໜາ. … ນາງແຊຣາໄດ້ຂອບໃຈພວກເຮົາເລື້ອຍໆ ແລະ ເວົ້າວ່ານາງໄດ້ຮຽນຮູ້ຫລາຍຢ່າງຈາກຂ້າພະເຈົ້າ, ໂດຍສະເພາະຕອນຂ້າພະເຈົ້າບອກນາງວ່າ ລູກຊາຍຂອງຂ້າພະເຈົ້າສຳຄັນກວ່າເຮືອນຂອງຂ້າພະເຈົ້າ. ນາງເວົ້າວ່າ ສິ່ງນັ້ນໄດ້ສອນນາງໃຫ້ເຮັດແບບນັ້ນກັບນາງແອນນີ. … ນາງແຊຣາເປັນຍິງພິເສດ.”
ໃນຖານະທີ່ເປັນອັກຄະສາວົກຂອງພຣະເຢຊູຄຣິດ, ເຮົາຕ້ອງເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ ເພື່ອໄຖ່ຄົນອື່ນໆຈາກຄວາມທຸກຍາກລຳບາກ ແລະ ຄວາມໜັກໜ່ວງ. ດັ່ງນັ້ນແລ້ວ, ການໄຖ່ອັນຍິ່ງໃຫຍ່ທີ່ສຸດຂອງເຮົາ ຈະເປັນການນຳພາເຂົາເຈົ້າໄປສູ່ພຣະຄຣິດ. ປາດສະຈາກການໄຖ່ຈາກຄວາມຕາຍ ແລະ ຈາກບາບຂອງພຣະອົງແລ້ວ, ເຮົາຈະມີພຽງແຕ່ພຣະກິດຕິຄຸນຂອງຄວາມຍຸດຕິທຳຂອງໂລກເທົ່ານັ້ນ. ມັນອາດຊ່ອຍໄດ້ໃນບາງຢ່າງ ແລະ ຊ່ອຍໃຫ້ຄືນດີໃນປະຈຸບັນ, ແຕ່ມັນບໍ່ມີອຳນາດທີ່ຈະນຳຄວາມຍຸດຕິທຳ ແລະ ຄວາມເມດຕາອັນເປັນນິດລົງມາໃຫ້ເຮົາໄດ້. ການໄຖ່ທີ່ສູງສຸດແມ່ນຂຶ້ນກັບພຣະເຢຊູຄຣິດ ແລະ ໃນຕົວພຣະອົງເທົ່ານັ້ນ. ຂ້າພະເຈົ້າຮັບຮູ້ພຣະອົງດ້ວຍຄວາມຖ່ອມຕົນ ແລະ ຄວາມກະຕັນຍູ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.