ການເຊື່ອຟັງຕໍ່ກົດຄືເສລີພາບ
ຊາຍ ແລະ ຍິງ ໄດ້ຮັບອຳເພີໃຈຂອງເຂົາເຈົ້າ ທີ່ເປັນຂອງປະທານຈາກພຣະເຈົ້າ, ແຕ່ເສລີພາບຂອງເຂົາເຈົ້າ ແລະ, ຜົນທີ່ຕາມມານັ້ນ, ຄວາມສຸກນິລັນດອນຂອງເຂົາເຈົ້າ ຈະມາຈາກການເຊື່ອຟັງຕໍ່ກົດຂອງພຣະອົງ.
ໃນເທດສະການຄຣິດສະມັດທີ່ຜ່ານມານີ້ ຂ້າພະເຈົ້າໄດ້ຮັບຂອງ ຂວັນພິເສດ ທີ່ໄດ້ນຳຄວາມຊົງຈຳຫລາຍຢ່າງມາດ້ວຍ. ຫລານສາວຂອງຂ້າພະເຈົ້າໄດ້ມອບມັນໃຫ້ຂ້າພະເຈົ້າ. ມັນເປັນໜຶ່ງໃນ ສິ່ງຂອງເກົ່າແກ່ທີ່ຂ້າພະເຈົ້າໄດ້ປະໄວ້ໃນບ້ານເກົ່າຂອງຄອບຄົວ ຕອນຂ້າພະເຈົ້າໄດ້ຍ້າຍຈາກໄປ ຫລັງຈາກໄດ້ແຕ່ງງານ. ຂອງ ຂວັນນີ້ ເປັນປຶ້ມນ້ອຍສີນ້ຳຕານ ທີ່ຂ້າພະເຈົ້າຈັບຢູ່ໃນມືນີ້. ມັນ ເປັນປຶ້ມທີ່ບັນດາທະຫານໄພ່ພົນຍຸກສຸດທ້າຍໄດ້ຮັບ ຜູ້ທີ່ຖືກເກນ ເຂົ້າກອງທັບທະຫານໃນຊ່ວງເວລາສົງຄາມໂລກຄັ້ງທີສອງ. ສຳລັບຂ້າພະເຈົ້າເອງ, ຂ້າພະເຈົ້າໄດ້ຖືວ່າປຶ້ມນີ້ເປັນຂອງຂວັນຈາກປະທານ ຮີເບີ ເຈ ກະແຣນ ແລະ ທີ່ປຶກສາຂອງເພິ່ນ, ເຈ ຣູເບັນ ຄະລາກ ຈູເນຍ ແລະ ເດວິດ ໂອ ມິກເຄ.
ຢູ່ທາງໜ້າປຶ້ມນັ້ນ, ສາດສະດາຂອງພຣະເຈົ້າທັງສາມທ່ານໄດ້ຂຽນວ່າ: “ເຫດການຂອງກອງທັບທະຫານບໍ່ໄດ້ອະນຸຍາດໃຫ້ພວກເຮົາມີການຕິດຕໍ່ກັບທ່ານເປັນສ່ວນຕົວໂດຍຕະຫລອດ, ບໍ່ວ່າໂດຍກົງ ຫລື ໂດຍທາງຜູ້ຕາງໜ້າ. ສິ່ງທີ່ພວກເຮົາເຮັດໄດ້ດີທີ່ສຸດຄືຈະມອບບາງພາກສ່ວນຂອງການເປີດເຜີຍໃໝ່ ແລະ ຄຳອະທິບາຍເຖິງຫລັກທຳຂອງພຣະກິດຕິຄຸນໃຫ້ແກ່ທ່ານ ທີ່ຈະນຳຄວາມຫວັງ ແລະ ສັດທາໃໝ່, ພ້ອມທັງຄວາມອົບອຸ່ນໃຈ, ການປອບໂຍນ, ແລະ ຄວາມສະຫງົບສຸກຂອງພຣະວິນຍານມາສູ່ທ່ານ, ບໍ່ວ່າທ່ານຈະຢູ່ໃສກໍຕາມ.”1
ໃນເວລານີ້ເຮົາພົບເຫັນຕົວເອງວ່າຢູ່ໃນສົງຄາມອີກຢ່າງໜຶ່ງ. ມັນບໍ່ແມ່ນສົງຄາມທີ່ສູ້ດ້ວຍອາວຸດ. ມັນເປັນທາງຄວາມຄິດ, ວາຈາ, ແລະ ການກະທຳ. ມັນເປັນສົງຄາມກັບບາບ, ແລະ ຍິ່ງໄປກວ່ານັ້ນ ເຮົາຕ້ອງການການເຕືອນໃຈໃຫ້ຮັກສາພຣະບັນຍັດ. ເລື່ອງທາງໂລກ ກຳລັງກາຍເປັນການປະພຶດທຳມະດາ, ແລະ ຄວາມເຊື່ອ ແລະ ການປະຕິບັດຂອງມັນທັງຫລາຍ ແມ່ນກົງກັນຂ້າມກັບການປະຕິບັດທີ່ອົງພຣະຜູ້ເປັນເຈົ້າເອງໄດ້ຈັດຕັ້ງຂຶ້ນມາເພື່ອຜົນປະໂຫຍດຂອງລູກໆຂອງພຣະອົງ.
ຢູ່ໃນປຶ້ມນ້ອຍສີນ້ຳຕານນີ້, ຕໍ່ຈາກໜັງສື່ຈາກຝ່າຍປະທານສູງສຸດ, ຍັງມີ “ຖ້ອຍຄຳຕໍ່ຜູ້ຊາຍທີ່ຮັບໃຊ້ຢູ່ໃນກອງທັບທະຫານ,” ຊື່ “ການເຊື່ອຟັງຕໍ່ກົດຄືເສລີພາບ.” ຈົດໝາຍນ້ອຍນັ້ນ ຍົກການສົມທຽບລະຫວ່າງກົດຂອງການທະຫານ, ຊຶ່ງ “ເປັນເພື່ອຄວາມດີຂອງທຸກຄົນ ທີ່ຢູ່ໃນການຮັບໃຊ້ ເປັນທະຫານ ແລະ ກົດແຫ່ງສະຫວັນ.
ຈົດໝາຍນ້ອຍນັ້ນກ່າວວ່າ, “ໃນຈັກກະວານ, ກໍຄືກັນ, ບ່ອນທີ່ພຣະເຈົ້າເປັນຜູ້ບັນຊາ, ກໍມີກົດ—ກົດສາກົນ ... ຊົ່ວນິລັນດອນ—ພ້ອມດ້ວຍພອນບາງຢ່າງ ແລະ ໂທດຖານທີ່ບໍ່ປ່ຽນແປງ.
ຖ້ອຍຄຳສຸດທ້າຍໃນຈົດໝາຍນ້ອຍນີ້ ເນັ້ນເຖິງການເຊື່ອຟັງຕໍ່ກົດຂອງພຣະເຈົ້າວ່າ: “ຖ້າທ່ານຢາກກັບຄືນມາຫາຄົນທີ່ທ່ານຮັກໂດຍບໍ່ມີຄວາມອັບອາຍ .... ຖ້າທ່ານຈະເປັນລູກຜູ້ຊາຍ ແລະ ດຳລົງຊີວິດຢ່າງມີຄວາມສຸກອັນລົ້ນເຫລືອ—ແລ້ວໃຫ້ທ່ານຮັກສາກົດຂອງພຣະເຈົ້າ. ໂດຍການຮັກສາກົດຂອງພຣະເຈົ້າ ທ່ານຈະສາມາດເພີ່ມທະວີອິດສະລະພາບອັນລ້ຳຄ່າເຫລົ່ານີ້ ຊຶ່ງທ່ານດິ້ນລົນທີ່ຈະຮັກສາເອົາໄວ້, ທີ່ເປັນອິດສະລະພາບອີກຢ່າງໜຶ່ງທີ່ຄົນອື່ນອາດຈະໄດ້ເພິ່ງອາໄສ, ທີ່ເປັນອິດສະລະພາບຈາກບາບ; ເພາະແນ່ນອນວ່າ ‘ການເຊື່ອຟັງຕໍ່ກົດ ຄືເສລີພາບ.’”2
ເປັນຫຍັງສຳນວນທີ່ວ່າ “ການເຊື່ອຟັງຕໍ່ກົດຄືເສລີພາບ” ນັ້ນຈຶ່ງມີຄວາມໝາຍຫລາຍສຳລັບຂ້າພະເຈົ້າໃນເວລານັ້ນ? ເປັນຫຍັງມັນຈຶ່ງມີຄວາມໝາຍຫລາຍສຳລັບເຮົາທຸກຄົນໃນເວລານີ້ດ້ວຍ?
ບາງທີມັນອາດເປັນເຊັ່ນນີ້ເພາະວ່າເຮົາມີຄວາມຮູ້ທີ່ຖືກເປີດເຜີຍແລ້ວ ກ່ຽວກັບປະຫວັດກ່ອນເກີດຂອງເຮົາ. ເຮົາຮັບຮູ້ວ່າເມື່ອ ພຣະເຈົ້າ ພຣະບິດານິລັນດອນໄດ້ສະເໜີແຜນຕໍ່ເຮົາໃນຕອນເລີ່ມຕົ້ນຂອງເວລາ, ຊາຕານຢາກດັດແປງມັນ. ມັນໄດ້ກ່າວວ່າ ມັນຈະໄຖ່ມະນຸດທັງປວງ. ບໍ່ມີຈິດວິນຍານດວງໃດຈະສູນເສຍໄປ, ແລະ ຊາຕານກໍໝັ້ນໃຈວ່າມັນຈະສາມາດສຳເລັດຕາມຂໍ້ສະເໜີຂອງມັນໄດ້. ແຕ່ນັ້ນໄດ້ມີຄ່າເສຍຫາຍທີ່ຍອມຮັບບໍ່ໄດ້—ດັ່ງການທຳລາຍອຳເພີໃຈຂອງມະນຸດ, ຊຶ່ງໄດ້ເປັນ ແລະ ເປັນຂອງປະທານທີ່ພຣະເຈົ້າໄດ້ປະທານໃຫ້ (ເບິ່ງ Moses 4:1–3). ປະທານ ແຮໂຣນ ບີ ລີ ໄດ້ກ່າວກ່ຽວກັບຂອງປະທານນີ້ວ່າ, “ຮອງຊີວິດນັ້ນເອງ, ອຳເພີໃຈເປັນຂອງປະທານທີ່ຍິ່ງໃຫຍ່ສຸດທີ່ມີໃຫ້ມະນຸດຊາດ.”3 ສະນັ້ນ, ມັນບໍ່ໄດ້ເປັນເລື່ອງເລັກນ້ອຍສຳລັບຊາຕານທີ່ຈະຄຳນຶງເຖິງອຳເພີໃຈຂອງມະນຸດ. ແທ້ຈິງແລ້ວ, ມັນໄດ້ກາຍມາ ເປັນເລື່ອງສຳຄັນຊຶ່ງໄດ້ກໍ່ໃຫ້ມີການສູ້ຮົບໃນສົງຄາມໃນສະຫວັນ. ໄຊຊະນະໃນສົງຄາມໃນສະຫວັນນັ້ນ ໄດ້ເປັນໄຊຊະນະເພື່ອອຳເພີໃຈຂອງມະນຸດ.
ເຖິງຢ່າງໃດກໍຕາມ, ຊາຕານຍັງບໍ່ຢຸດ. ແຜນສຳລອງຂອງມັນ—ແຜນທີ່ມັນໄດ້ດຳເນີນການຢູ່ ນັບຕັ້ງແຕ່ວັນເວລາຂອງອາດາມ ແລະ ເອວາ ແມ່ນເພື່ອລໍ້ລວງບັນດາຊາຍ ແລະ ຍິງ, ເພື່ອຈະພິສຸດໃຫ້ເຫັນວ່າ ເຮົາບໍ່ຄູ່ຄວນທີ່ຈະໄດ້ຮັບຂອງປະທານແຫ່ງອຳເພີໃຈທີ່ພຣະເຈົ້າໄດ້ປະທານໃຫ້. ຊາຕານມີຫລາຍເຫດຜົນທີ່ຈະເຮັດສິ່ງທີ່ມັນເຮັດ, ບາງເທື່ອເຫດຜົນທີ່ມີອິດທິພົນຫລາຍທີ່ສຸດ ຄືຄວາມເຈດຕະນາຈະແກ້ແຄ້ນ, ແຕ່ມັນຍັງຢາກເຮັດໃຫ້ຊາຍ ແລະ ຍິງທັງຫລາຍທຸກທໍລະມານ, ເໝືອນດັ່ງມັນເປັນຢູ່. ບໍ່ມີໃຜຈັກຄົນໃນພວກເຮົາຄວນຈະປະໝາດຄວາມຕັ້ງໃຈຂອງຊາຕານທີ່ຢາກມີຄວາມສຳເລັດເລີຍ. ບົດບາດຂອງມັນໃນແຜນນິລັນດອນຂອງພຣະເຈົ້າເຮັດໃຫ້ມີ “ການກົງກັນຂ້າມໃນທຸກສິ່ງ” (2 ນີໄຟ 2:11) ແລະ ເພື່ອທົດລອງອຳເພີໃຈຂອງເຮົາ. ການເລືອກແຕ່ລະຢ່າງທີ່ທ່ານ ແລະ ຂ້າພະເຈົ້າເລືອກນັ້ນເປັນການທົດລອງອຳເພີໃຈຂອງເຮົາ—ບໍ່ວ່າເຮົາຈະເລືອກທີ່ຈະເຊື່ອຟັງ ຫລື ບໍ່ເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າ ແທ້ຈິງແລ້ວ ນັ້ນແມ່ນການເລືອກລະຫວ່າງ “ເສລີພາບ ແລະ ຊີວິດນິລັນດອນ” ແລະ “ການເປັນຊະເລີຍ ແລະ ຄວາມຕາຍ.”
ຄຳສອນພື້ນຖານນີ້ແມ່ນຖືກສອນຢ່າງແຈ່ມແຈ້ງໃນ 2 ນີໄຟ ບົດທີສອງ ທີ່ວ່າ: “ດັ່ງນັ້ນ, ມະນຸດເປັນອິດສະລະຕາມທາງຂອງເນື້ອໜັງ; ແລະ ໄດ້ຮັບທຸກຢ່າງຊຶ່ງສົມຄວນກັບມະນຸດທີ່ພວກເຂົາຈະໄດ້ຮັບ. ແລະ ພວກເຂົາເປັນອິດສະລະທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ, ໂດຍທາງພຣະຜູ້ເປັນກາງທີ່ຍິ່ງ ໃຫຍ່ຂອງມະນຸດທັງປວງ, ຫລື ຈະເລືອກການເປັນຊະເລີຍ ແລະ ຄວາມຕາຍຕາມການເປັນຊະເລີຍ ແລະ ອຳນາດຂອງມານ; ເພາະມັນສະແຫວງຫາເພື່ອມະນຸດທັງປວງຈະໄດ້ເສົ້າສະຫລົດໃຈຄືກັນກັບມັນ” (2 ນີໄຟ 2:27).
ໃນຫລາຍວິທີທາງ, ໂລກນີ້ກໍໄດ້ມີສົງຄາມຕະຫລອດມາ. ຂ້າພະເຈົ້າເຊື່ອວ່າ ເມື່ອຝ່າຍປະທານສູງສຸດໄດ້ສົ່ງປຶ້ມນ້ອຍສີນ້ຳຕານນັ້ນໄປໃຫ້ຂ້າພະເຈົ້າ, ພວກເພິ່ນເປັນຫ່ວງເຖິງສົງຄາມທີ່ຍິ່ງໃຫຍ່ກວ່າສົງຄາມໂລກຄັ້ງທີສອງ. ຂ້າພະເຈົ້າຍັງເຊື່ອອີກວ່າ ພວກເພິ່ນໄດ້ຫວັງໃຫ້ປຶ້ມນັ້ນເປັນໂລ່ແຫ່ງສັດທາ ຕ້ານທານຊາຕານ ແລະ ກອງທັບຂອງມັນໃນສົງຄາມທີ່ຍິ່ງໃຫຍ່ກວ່ານັ້ນ—ສົງຄາມຕໍ່ຕ້ານບາບ—ແລະ ໃຫ້ເປັນສິ່ງເຕືອນໃຈຂ້າພະເຈົ້າໃຫ້ດຳລົງຊີວິດຕາມພຣະບັນຍັດຂອງພຣະເຈົ້າ.
ທາງໜຶ່ງທີ່ຈະປະເມີນຕົວເຮົາເອງ ແລະ ປຽບທຽບເຮົາໃສ່ກັບ ຄົນລຸ້ນທີ່ຜ່ານມາ ແມ່ນໂດຍມາດຕະຖານທີ່ເກົ່າແກ່ທີ່ສຸດທີ່ມະນຸດຮູ້ຈັກກັນມາ—ດັ່ງພຣະບັນຍັດສິບປະການ. ສຳລັບໂລກທີ່ຈະເລີນແລ້ວ, ໂດຍສະເພາະພາກສ່ວນຂອງໂລກທີ່ມີຮາກຖານຢູ່ໃນຄວາມເຊື່ອຖືສາດສະໜາຢິວ ແລະ ຄຣິດສະຕຽນ, ພຣະບັນຍັດສິບປະການນີ້ໄດ້ເປັນທີ່ຍອມຮັບຫລາຍທີ່ສຸດ ແລະ ເປັນເສັ້ນແບ່ງເຂດທີ່ທົນທານລະຫວ່າງຄວາມດີ ແລະ ຄວາມຊົ່ວ.
ໃນການຕັດສິນຂອງຂ້າພະເຈົ້າ, ພຣະບັນຍັດສີ່ປະການ ແມ່ນຖືກນັບຖືຢ່າງເຄັ່ງຄັດໃນວັນເວລານີ້ຫລາຍກວ່າແຕ່ກ່ອນ. ຕາມວັດທະນະທຳ, ເຮົາລັງກຽດ ແລະ ປະນາມການຂ້າຄົນ, ການລັກຂະໂມຍ, ແລະ ການເວົ້າຕົວະ, ແລະ ເຮົາຍັງເຊື່ອໃນໜ້າທີ່ຮັບຜິດຊອບຕໍ່ເດັກນ້ອຍວ່າ ເປັນຂອງພໍ່ແມ່ຂອງເຂົາ.
ແຕ່ໃນຖານະສັງຄົມທີ່ກວ້າງໃຫຍ່, ເຮົາມັກຈະບໍ່ເອົາໃຈໃສ່ຕໍ່ພຣະບັນຍັດຫົກປະການອື່ນອີກ:
-
ຖ້າຫາກວ່າລະດັບຄວາມສຳຄັນທາງໂລກເປັນຈຸດຊີ້ບອກໃດໜຶ່ງ, ແນ່ນອນວ່າເຮົາມີ “ພຣະເຈົ້າອື່ນ” ທີ່ເຮົານັບຖືເໜືອພຣະເຈົ້າທີ່ແທ້ຈິງ.
-
ເຮົາບູຊາດາລາຊື່ດັງ, ວິທີໃຊ້ຊີວິດ, ຄວາມຮັ່ງມີ, ແລະ ແນ່ນອນ, ບາງເທື່ອທັງຮູບປັ້ນ ຫລື ສິ່ງຂອງ.
-
ເຮົານຳໃຊ້ພຣະນາມຂອງພຣະເຈົ້າໃນຄຳເວົ້າທີ່ຫຍາບຄາຍທຸກໆປະເພດ, ຮ່ວມທັງໃນຄຳອຸທານ ແລະ ຄຳວ່າດ່າຂອງເຮົາ.
-
ເຮົາໃຊ້ວັນຊະບາໂຕສຳລັບເກມທີ່ສຳຄັນສຸດ, ການພັກຜ່ອນຢ່ອນອາລົມທີ່ສຳຄັນສຸດຂອງເຮົາ, ການລົງຕະຫລາດຊື້ເຄື່ອງຂອງຢ່າງໃຫຍ່, ແລະ ອີກທຸກສິ່ງອື່ນໆ ຍົກເວັ້ນເສຍແຕ່ການນະມັດສະການ.
-
ເຮົາຖືການສຳພັນທາງເພດນອກການແຕ່ງງານ ວ່າເປັນການຫາຄວາມສຳລານ ແລະ ການບັນເທີງ.
-
ແລະ ການໂລບຢາກໄດ້ ກໍໄດ້ກາຍເປັນວິທີທາງທຳມະດາຂອງຊີວິດແລ້ວ. (ເບິ່ງ ອົບພະຍົບ 20:3–17.)
ບັນດາສາດສະດາຈາກທຸກຍຸກທຸກສະໄໝໄດ້ເຕືອນສະເໝີເຖິງການລ່ວງລະເມີດພຣະບັນຍັດທີ່ເຄັ່ງຄັດຫລາຍສອງປະການ—ຂໍ້ທີ່ກ່ຽວພັນກັບ ການຂ້າຄົນ ແລະ ການຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ. ຂ້າພະເຈົ້າເຫັນພື້ນຖານທີ່ຄ້າຍຄືກັນສຳລັບພຣະບັນຍັດສອງຂໍ້ທີ່ສຳຄັນ ເຖິງຂັ້ນເປັນຂັ້ນຕາຍນີ້—ຄວາມເຊື່ອທີ່ວ່າຊີວິດນັ້ນເອງເປັນອະພິສິດຂອງພຣະເຈົ້າ. ແລະວ່າຮ່າງກາຍຂອງເຮົາ, ວິຫານຂອງຊີວິດມະຕະ, ຄວນຖືກສ້າງຂຶ້ນມາພາຍໃນຂອບເຂດທີ່ພຣະເຈົ້າໄດ້ຈັດຕັ້ງໄວ້. ເພື່ອມະນຸດຈະເອົາກົດຂອງຕົນມາແທນກົດຂອງພຣະເຈົ້າ ບໍ່ວ່າໃນການສ້າງຊີວິດ ຫລື ໃນການເອົາຊີວິດນັ້ນເປັນຕົວຢ່າງທີ່ຮ້າຍກາດຂອງການຖືສິດ ແລະ ຄວາມເລິກຊຶ້ງຂອງບາບນັ້ນ.
ຜົນສະທ້ອນສຳຄັນຂອງທັດສະນະຄະຕິທີ່ຫລຸດຄ່າເຫລົ່ານີ້ ກ່ຽວກັບຄວາມສັກສິດຂອງການແຕ່ງງານ ກໍຄື ຜົນຮ້າຍທີ່ມີຕໍ່ຄອບຄົວ—ຄວາມເຂັ້ມແຂງຂອງຄອບຄົວກໍເສື່ອມລົງໄວຢ່າງໜ້າຢ້ານກົວຫລາຍ. ການເສື່ອມລົງນີ້ ຈະກໍ່ໃຫ້ເກີດຄວາມເສຍຫາຍທີ່ແຜ່ອອກໄປຕໍ່ສັງຄົມ. ຂ້າພະເຈົ້າເຫັນຕົ້ນເຫດ ແລະ ຜົນສະທ້ອນນີ້ກ່ຽວພັນກັນ. ເມື່ອເຮົາບໍ່ເອົາໃຈໃສ່ຄຳໝັ້ນສັນຍາ ແລະ ຄວາມຊື່ສັດຕໍ່ຄູ່ແຕ່ງງານຂອງເຮົາ, ເຮົາກໍເອົາຢາງກາວທີ່ຕິດສັງຄົມຂອງເຮົາເຂົ້າກັນເອົາໄວ້ນັ້ນອອກໄປ.
ວິທີທາງທີ່ມີປະໂຫຍດດີ ທີ່ຈະຄິດກ່ຽວກັບພຣະບັນຍັດ ກໍວ່າມັນເປັນຄຳແນະນຳດ້ວຍຄວາມຮັກ ຈາກພຣະບິດາເທິງສະຫັວນອົງທີ່ສະຫລາດ ແລະ ຮູ້ທຸກສິ່ງ. ເປົ້າໝາຍຂອງພຣະອົງ ຄືຄວາມສຸກນິລັນດອນຂອງເຮົາ, ແລະ ພຣະບັນຍັດຂອງພຣະອົງນັ້ນ ກໍເປັນແຜນທີ່ນຳທາງທີ່ພຣະອົງໄດ້ມອບໃຫ້ເຮົາ ເພື່ອຈະໄດ້ກັບຄືນໄປຫາພຣະອົງ, ຊຶ່ງພຽງເປັນທາງດຽວທີ່ເຮົາຈະມີຄວາມສຸກຊົ່ວນິລັນດອນ. ບ້ານເຮືອນ ແລະ ຄອບຄົວສຳຄັນພຽງໃດຕໍ່ຄວາມສຸກນິລັນດອນຂອງເຮົາ? ຢູ່ໃນໜ້າທີ 141 ໃນປຶ້ມນ້ອຍສີນ້ຳຕານນີ້ຂອງຂ້າພະເຈົ້າ, ມັນກ່າວວ່າ, “ແທ້ຈິງແລ້ວ ສະຫວັນຂອງເຮົາ ກໍເປັນການສະແດງເຖິງບ້ານເຮືອນຂອງເຮົາເຂົ້າສູ່ນິລັນດອນ.”4
ຫລັກຄຳສອນຂອງຄອບຄົວ ແລະ ບ້ານເຮືອນຍັງຖືກເນັ້ນໜັກອີກເມື່ອບໍ່ດົນມານີ້ ດ້ວຍຄວາມແຈ່ມແຈ້ງ ແລະ ເຕັມໄປດ້ວຍກຳລັງໃນ “ຄອບຄົວ: ການປະກາດຕໍ່ໂລກ.” ມັນໄດ້ປະກາດເຖິງທຳມະຊາດນິລັນດອນຂອງຄອບຄົວ ແລະ ແລ້ວໄດ້ອະທິບາຍເຖິງຄວາມພົວພັນຂອງມັນກັບການນະມັດສະການໃນພຣະວິຫານ. ການປະກາດຍັງໄດ້ປະກາດອີກເຖິງກົດທີ່ໄດ້ອອກຄຳສັ່ງໄວ້ ຊຶ່ງຄວາມສຸກນິລັນດອນຂອງຄອບຄົວໄດ້ຖືກກຳນົດໄວ້ແລ້ວ, ທີ່ວ່າ, “ອຳນາດອັນສັກສິດຂອງການສ້າງມະນຸດ ຕ້ອງຖືກນຳໃຊ້ລະຫວ່າງຊາຍ ແລະ ຍິງ, ທີ່ໄດ້ແຕ່ງງານເປັນສາມີ ແລະ ພັນລະຍາ ຢ່າງຖືກຕ້ອງຕາມກົດໝາຍ.”5
ພຣະເຈົ້າເປີດເຜີຍຕໍ່ບັນດາສາດສະດາວ່າ ມີຫລັກທຳທີ່ເດັດຂາດ. ບາບຈະເປັນບາບສະເໝີໄປ. ການບໍ່ເຊື່ອຟັງຕໍ່ພຣະບັນຍັດຂອງພຣະຜູ້ເປັນເຈົ້າ ຈະເຮັດໃຫ້ເຮົາສູນເສຍພຣະພອນຂອງພຣະອົງໄປ. ໂລກຈະປ່ຽນໄປສະເໝີ ແລະ ຢ່າງວ່ອງໄວ, ແຕ່ພຣະເຈົ້າ, ພຣະບັນຍັດຂອງພຣະອົງ, ແລະ ພຣະພອນທີ່ໄດ້ສັນຍາໄວ້ຈະບໍ່ປ່ຽນໄປ. ມັນເປັນທີ່ສຸດ ແລະ ປ່ຽນແປງບໍ່ໄດ້. ຊາຍ ແລະ ຍິງ ໄດ້ຮັບອຳເພີໃຈຂອງເຂົາເຈົ້າ ທີ່ເປັນຂອງປະທານຈາກພຣະເຈົ້າ, ແຕ່ເສລີພາບຂອງເຂົາເຈົ້າ ແລະ, ໃນທີ່ສຸດ, ຄວາມສຸກນິລັນດອນຂອງເຂົາເຈົ້າ ຈະມາຈາກການເຊື່ອຟັງຕໍ່ກົດຂອງພຣະອົງ. ດັ່ງທີ່ແອວມາໄດ້ແນະນຳໂຄຣິອານທັນ ລູກຊາຍທີ່ເດີນຜິດທາງຂອງເພິ່ນວ່າ, “ຄວາມຊົ່ວຮ້າຍບໍ່ເຄີຍເປັນຄວາມສຸກເລີຍ” (ແອວມາ 41:10).
ໃນວັນເວລາຂອງການຟື້ນຟູຂອງຄວາມສົມບູນຂອງພຣະກິດຕິຄຸນ, ພຣະຜູ້ເປັນເຈົ້າຍັງໄດ້ເປີດເຜີຍຕໍ່ເຮົາເຖິງພອນຕ່າງໆທີ່ໄດ້ສັນຍາໄວ້ແລ້ວ ສຳລັບການເຊື່ອຟັງຕໍ່ພຣະບັນຍັດຂອງພຣະອົງ:
ໃນພຣະຄຳພີ Doctrine and Covenants 130 ເຮົາອ່ານວ່າ:
ມີກົດ, ອອກຄຳສັ່ງໄວ້ໃນສະຫວັນຢ່າງປ່ຽນແປງບໍ່ໄດ້ກ່ອນການວາງຮາກຖານຂອງໂລກ, ຊຶ່ງໃນນັ້ນ ພອນທັງປວງໄດ້ຖືກກຳນົດໄວ້ແລ້ວ—
ແລະ ເມື່ອພວກເຮົາໄດ້ຮັບພອນປະການໃດຈາກພຣະເຈົ້າ, ຍ່ອມເປັນໄປເພາະການເຊື່ອຟັງຕໍ່ກົດນັ້ນ ຊຶ່ງມັນໄດ້ຖືກກຳນົດໄວ້ແລ້ວ (ເບິ່ງ D&C 130:20–21).
ແນ່ນອນວ່າຈະບໍ່ມີຄຳສອນອື່ນໃດທີ່ຖືກສະແດງອອກຢ່າງແຮງກ້າໃນຂໍ້ພຣະຄຳພີ ກວ່າພຣະບັນຍັດທີ່ບໍ່ປ່ຽນແປງຂອງພຣະຜູ້ເປັນເຈົ້າ ແລະ ການພົວພັນຂອງມັນກັບຄວາມຢູ່ດີມີຄວາມສຸກ ໃນບົດບາດຂອງສ່ວນບຸກຄົນ, ຄອບຄົວ, ແລະ ຂອງສັງຄົມ. ມີສິນທຳທີ່ເດັດຂາດ. ການບໍ່ເຊື່ອຟັງຕໍ່ພຣະບັນຍັດຂອງພຣະຜູ້ເປັນເຈົ້າຈະເຮັດໃຫ້ເຮົາສູນເສຍພຣະພອນຂອງພຣະອົງໄປ. ສິ່ງເຫລົ່ານີ້ບໍ່ປ່ຽນແປງ.
ຢູ່ໃນໂລກບ່ອນທີ່ເຂັມທິດທາງສິນທຳຂອງສັງຄົມກຳລັງຫວັ່ນໄຫວຢູ່ນັ້ນ, ພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຂອງພຣະເຢຊູຄຣິດຈະບໍ່ຫວັ່ນໄຫວເລີຍ ຮ່ວມທັງສະເຕກ ແລະ ຫວອດຂອງມັນ, ທັງຄອບຄົວ ຫລື ສະມາຊິກຂອງມັນ. ເຮົາບໍ່ຕ້ອງເລືອກວ່າພຣະບັນຍັດຂໍ້ໃດທີ່ເຮົາຄິດວ່າສຳຄັນທີ່ຈະຮັກສາ ແຕ່ເຮົາຕ້ອງຍອມຮັບພຣະບັນຍັດຂອງພຣະເຈົ້າທຸກປະການ. ເຮົາຕ້ອງຢືນຢູ່ຢ່າງໝັ້ນຄົງ ແລະ ແນ່ວແນ່, ໂດຍມີຄວາມໝັ້ນໃຈທີ່ສົມບູນໃນຄວາມໄວ້ວາງໃຈທີ່ສະໝ່ຳສະເໝີ ແລະ ດີພ້ອມຢູ່ໃນຄຳສັນຍາຂອງພຣະອົງ.
ຂໍໃຫ້ເຮົາຈົ່ງເປັນແສງສະຫວ່າງຢູ່ເທິງໂນນພູ, ເປັນຕົວຢ່າງ ໃນການຮັກສາພຣະບັນຍັດທີ່ບໍ່ເຄີຍໄດ້ປ່ຽນແປງ ແລະ ຈະບໍ່ປ່ຽນແປງເລີຍ. ດັ່ງທີ່ປຶ້ມນ້ອຍໄດ້ໃຫ້ກຳລັງໃຈຕໍ່ນາຍທະຫານ ໄພ່ພົນຍຸກສຸດທ້າຍ ທີ່ຈະຢືນຢູ່ຢ່າງໝັ້ນຄົງທາງສິນທຳໃນວັນເວລາຂອງສົງຄາມ, ຂໍໃຫ້ເຮົາ, ໃນສົງຄາມຍຸກສຸດທ້າຍນີ້, ເປັນແຫລ່ງຂອງຄວາມສະຫວ່າງຕໍ່ທົ່ວທັງໂລກ ແລະ ໂດຍສະເພາະ ຕໍ່ລູກໆຂອງພຣະເຈົ້າ ຜູ້ທີ່ສະແຫວງຫາ ພຣະພອນຂອງພຣະຜູ້ເປັນເຈົ້າຢູ່. ຂ້າພະເຈົ້າເປັນພະຍານຕໍ່ສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.